ທີ່ການພົບປະເຈລະຈາ, ສອງຝ່າຍຕີລາຄາສູງຕໍ່ໝາກຜົນການພົບປະເຈລະຈານະໂຍບາຍປ້ອງກັນຊາດຫວຽດນາມ-ລາວ ຄັ້ງທີ 2; ຢັ້ງຢືນວ່າ ນີ້ແມ່ນກົນໄກສຳຄັນທີ່ສຸດ ເພື່ອເຫັນດີເປັນເອກະພາບຄວາມຮັບຮູ້ລວມກ່ຽວກັບບັນຫາຄວາມໝັ້ນຄົງພາກພື້ນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ພ້ອມທັງຕີລາຄາໝາກຜົນການຮ່ວມມືດ້ານປ້ອງກັນຊາດໃນໄລຍະຜ່ານມາ ແລະກຳນົດທິດເນື້ອໃນຮ່ວມມືໃນໄລຍະຈະມາເຖິງ.

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາ. ພາບ: qdnd.vn

ສອງຝ່າຍຢັ້ງຢືນວ່າ ເຖິງວ່າພະຍາດໂຄວິດ-19 ມີການຜັນແປຢ່າງສັບສົນກໍ່ຕາມແຕ່ວ່າການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດໃນໄລຍະຜ່ານມາໄດ້ຮັບການຜັນຂະຫຍາຍຢ່າງມີແບບມີແຜນ, ມີປະສິດທິຜົນ ແລະບັນລຸໝາກຜົນຕັ້ງໜ້າ, ພົ້ນເດັ່ນແມ່ນ: ສຳເລັດກົນໄກຮ່ວມມືຜ່ານການເຊັນຂໍ້ຕົກລົງຮ່ວມມືຊາຍແດນ, ຮ່ວມມືກູ້ຊີບ-ກູ້ໄພ, ວຽກງານພັກ, ວຽກງານການເມືອງ; ການຮ່ວມມືບຳລຸງສ້າງ; ຊ່ວຍເຫຼືອກັນໂດຍສະເພາະແມ່ນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19...

leftcenterrightdel
ທ່ານພົນເອກ ຟານວັນຢາງ ແລະທ່ານພົນເອກ ຈັນສະໝອນ ຈັນຍາລາດ ເຊັນເອກະສານຮ່ວມມືສະບັບຕ່າງໆລະຫວ່າງກະຊວງປ້ອງກັນປະເທດສອງປະເທດ. ພາບ: qdnd.vn

ພິເສດ, ສອງຝ່າຍໄດ້ຈັດຕັ້ງການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນຫວຽດນາມ-ລາວ ຄັ້ງທີ 1 ສຳເລັດ-ແມ່ນໜຶ່ງໃນບັນດາການເຄື່ອນໄຫວຈຸດສຸມທີ່ໄດ້ກຳນົດໃນແຜນການຮ່ວມມືປີ 2021 ລະຫວ່າງກະຊວງປ້ອງກັນປະເທດສອງປະເທດ. ສອງຝ່າຍເຊື່ອໝັ້ນວ່າ ນ້ີແມ່ນກິດຈະກຳທີ່ມີຄວາມໝາຍດ້ານການເມືອງທີ່ໃຫຍ່ຫຼວງ, ສ້າງກຳລັງແຜ່ຂະຫຍາຍຢ່າງກວ້າງຂວາງໄປເຖິງປະຊາຊົນທຸກຊັ້ນວັນນະ, ປະກອບສ່ວນປັບປຸງ, ເສີມຂະຫຍາຍການພົວພັນມິດຕະພາບແບບພິເສດຫວຽດນາມ-ລາວ ເວົ້າລວມ ແລະລະຫວ່າງກອງທັບສອງປະເທດເວົ້າສະເພາະ, ຜ່ານນັ້ນສ້າງທ່າເພື່ອໃຫ້ສອງຝ່າຍມຸ່ງໄປເຖິງ “ປີສາມັກຄີມິດຕະພາບຫວຽດນາມ-ລາວ 2022”.

leftcenterrightdel
ທ່ານພົນເອກ ຟານວັນຢາງ ແລະທ່ານພົນເອກ ຈັນສະໝອນ ຈັນຍາລາດ ເປັນສັກຂີພິຍານພິທີເຊັນຂໍ້ຕົກລົງຮ່ວມມືຊາຍແດນລະຫວ່າງກອງບັນຊາການທະຫານຊາຍແດນຫວຽດນາມ ກັບກົມໃຫຍ່ປ້ອງກັນຄວາມສະຫງົບ ແລະກົມໃຫຍ່ຕຳຫຼວດ/ກະຊວງປ້ອງກັນຄວາມສະຫງົບລາວ. ພາບ: qdnd.vn

ສຳລັບທິດທາງຮ່ວມມືໃນໄລຍະຈະມາເຖິງ, ສອງຝ່າຍເຫັນດີເປັນເອກະພາບຕໍ່ກັບເນື້ອໃນຕ່າງໆທີ່ໄດ້ແລກປ່ຽນໃນການເຈລະຈານະໂຍບາຍດ້ານປ້ອງກັນຊາດຫວຽດນາມ-ລາວ ຄັ້ງທີ 2 ກ່ອນໜ້ານັ້ນ, ພ້ອມທັງເນັ້ນໜັກການກຳນົດທິດຈຸດສຸມດັ່ງລຸ່ມນີ້: ຊຸກຍູ້ການຮ່ວມມືໃນຂົງເຂດວຽກງານພັກ, ວຽກງານການເມືອງ; ເພີ່ມທະວີວຽກງານໂຄສະນາເຜີຍແຜ່, ສຶກສາໃຫ້ພະນັກງານ, ນັກຮົບ ແລະປະຊາຊົນສອງປະເທດຮັບຮູ້ຢ່າງເລິກເຊິ່ງກ່ຽວກັບການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ປະຊາຊົນ ແລະກອງທັບສອງປະເທດ, ພິເສດແມ່ນໃນ “ປີສາມັກຄີມິດຕະພາບຫວຽດນາມ-ລາວ 2022”...

leftcenterrightdel
ທ່ານພົນເອກ ຟານວັນຢາງ ມອບຂອງຂວັນເປັນທີ່ລະນຶກໃຫ້ທ່ານພົນເອກ ຈັນສະໝອນ ຈັນຍາລາດ. ພາບ: qdnd.vn
leftcenterrightdel
ທ່ານພົນເອກ ຟານວັນຢາງ, ທ່ານພົນເອກ ຈັນສະໝອນ ຈັນຍາລາດ ແລະບັນດາຜູ້ແທນເຂົ້າຮ່ວມ ການພົບປະເຈລະຈາຖ່າຍຮູບລວມ. ພາບ: Qdnd.vn

ພາຍຫຼັງການພົບປະເຈລະຈາ, ທ່ານພົນເອກ ຟານວັນຢາງ ແລະທ່ານພົນເອກ ຈັນສະໝອນ ຈັນຍາລາດ ໄດ້ເຊັນອະນຸສັນຍາຮ່ວມມືກ່ຽວກັບການກູ້ຊີບ-ກູ້ໄພ, ແຜນການຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ລາວ ປີ 2022 ລະຫວ່າງກະຊວງປ້ອງກັນປະເທດ ແລະເປັນສັກຂີພິຍານພິທີເຊັນຂໍ້ຕົກລົງຮ່ວມມືຊາຍແດນລະຫວ່າງກອງບັນຊາການທະຫານຊາຍແດນຫວຽດນາມ ກັບກົມໃຫຍ່ປ້ອງກັນຄວາມສະຫງົບ ແລະກົມໃຫຍ່ຕຳຫຼວດ/ກະຊວງປ້ອງກັນຄວາມສະຫງົບລາວ.

ໂດຍ: ສົມເພັດ