ທີ່ການພົບປະ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ ໄຊສົມພອນ ພົມວິຫານ ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າ ເຖິງວ່າຖືກຜົນກະທົບຈາກພະຍາດໂຄວິດ-19 ກໍ່ຕາມ, ແຕ່ການພົວພັນມິດຕະພາບທີ່ຍິງໃຫຍ່, ຄວາມສາມັກຄີແບບພິເສດ ແລະນ້ຳໃຈມິດຕະພາບທີ່ເປັນມູນເຊື້ອຫວຽດນາມ-ລາວ ຍັງໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ, ນັບມື້ນັບເຂົ້າສູ່ລວງເລິກ ແລະມີປະສິດທິຜົນໃນທຸກຂົງເຂດ, ການເມືອງ, ການພົວພັນຕ່າງປະເທດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທຳ-ສັງຄົມ, ການສຶກສາ ແລະກໍ່ສ້າງ.

leftcenterrightdel
ນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ ຖ່າຍຮູບລວມ. ພາບ: ສຳນັກຂ່າວສານຫວຽດນາມ

ສຳລັບທິດທາງຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງ, ທ່ານ ຟ້າມມິງຈິ໊ງ  ແລະທ່ານ ໄຊສົມພອນ ພົມວິຫານ ເຫັນດີເປັນເອກະພາບນຳກັນວ່າ ສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນເພື່ອຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງຢ່າງມີປະສິດທິຜົນ, ກໍ່ຄືກະກຽມເນື້ອໃນໃຫ້ກອງປະຊຸມ ຄັ້ງທີ 44 ຄະນະກຳມະການລະຫວ່າງລັດຖະບານຫວຽດນາມ-ລາວ ຈະມາເຖິງ; ສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນໃນການປ້ອງກັນ, ຕ້ານພະຍາດໂຄວິດ-19; ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ຍູ້ແຮງ, ຍົກລະດັບການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນເພື່ອສົມກັບການພົວພັນແບບພິເສດລະຫວ່າງສອງປະເທດ; ແລກປ່ຽນບົດຮຽນໃນການບໍລິຫານເສດຖະກິດມະຫາພາກ; ສົມທົບກັນຊຸກຍູ້, ຜັນຂະຫຍາຍບັນດາໂຄງການຮ່ວມມືຍຸດທະສາດໄລຍະຍາວເພື່ອນຳຜົນປະໂຫຍດແທດຈິງມາໃຫ້ປະຊາຊົນສອງປະເທດ, ໂດຍສະເພາະແມ່ນສຸມໃສ່ຜັນຂະຫຍາຍ, ຊຸກຍູ້ບັນດາໂຄງການພັດທະນາໂຄງລ່າງ, ຄື: ໂຄງການເສັ້ນທາງດ່ວນຮ່າໂນ້ຍ-ວຽງຈັນ, ທ່າກຳປັ່ນຫວູງອ໊າງ 1, 2, 3... ສະໜັບສະໜູນກັນໃນເວທີປາໄສຫຼາຍຝ່າຍ, ພິເສດແມ່ນບັນດາບັນຫາກ່ຽວຂ້ອງເຖິງຄວາມໝັ້ນຄົງ-ການພັດທະນາຂອງແຕ່ລະປະເທດ ກໍ່ຄືສັນຕິພາບ, ສະຖຽນລະພາບ, ການຮ່ວມມືຢູ່ພາກພື້ນ, ໃນນັ້ນມີບັນຫາຄຸ້ມຄອງ, ນຳໃຊ້ແຫຼ່ງນ້ຳແມ່ນ້ຳຂອງແບບຍືນຍົງ ແລະບັນຫາທະເລຕາເວັນອອກ.

ໂດຍ: ແສງເດືອນ