ທ່ານພົນໂທ ຮວ່າງຊວນຈ໊ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກຸ່ມປະຕິບັດງານລະຫວ່າງຂະແໜງການ, ຫົວໜ້າຄະນະຊີ້ນໍາກະຊວງປ້ອງກັນປະເທດກ່ຽວກັບການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ເປັນປະທານພິທີ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ມອບຂໍ້ຕົກລົງຂອງປະທານປະເທດ ໃຫ້ແກ່ນາຍທະຫານ 12 ຄົນ. ພາບ: qdnd.vn

ກ່າວຄໍາເຫັນທີ່ພິທີ, ທ່ານພົນໂທ ຮວ່າງຊວນຈ໊ຽນ ຮຽກຮ້ອງບັນດານາຍທະຫານຊາບຊຶມ ແລະປະຕິບັດທັດສະນາແນວທາງການຕ່າງປະເທດຂອງພັກ, ລັດ, ກອງທັບຢ່າງເຂັ້ມງວດ; ປະຕິບັດກົດລະບຽບຂອງກອງທັບ, ຂໍ້ກໍານົດຂອງສະຫະປະຊາຊາດຢູ່ຄະນະປະຕິບັດງານ ແລະກົດໝາຍຂອງປະເທດປະຈໍາຖິ່ນຢ່າງເຂັ້ມງວດ; ປະຕິບັດພາລະໜ້າທີ່ເປັນຢ່າງດີ, ຜ່ານນັ້ນຢືນຢັນກໍາລັງຄວາມສາມາດຂອງນາຍທະຫານກອງທັບປະຊາຊົນຫວຽດນາມ, ປະກອບສ່ວນຊຸກຍູ້ບັນດາການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດຂອງກອງທັບປະຊາຊົນຫວຽດນາມ ໃຫ້ນັບມື້ນັບເປັນອາຊີບ, ມີປະສິດທິຜົນ.

ໂດຍຕາງໜ້າໃຫ້ກຳລັງຈະອອກເດີນທາງໄປເຂົ້າຮ່ວມພາລະກິດຮັກສາສັນຕິພາບ ສປຊ, ທ່ານພັນໂທ ຟ້າມເຕິນຟອງ ຢືນຢັນວ່າ, ບັນດານາຍທະຫານໄດ້ກະກຽມເປັນຢ່າງດີ ເພື່ອພ້ອມແລ້ວທີ່ຈະອອກເດີນທາງ, ກະກຽມບັນດາມາດຕະການແກ້ໄຂທຸກຄວາມຫຍຸ້ງຍາກ, ປະຕິບັດສຳເລັດໜ້າທີ່ເປັນຢ່າງດີ.

ບັນດານາຍທະຫານທີ່ໄປປະຕິບັດໜ້າທີ່ໄລຍະ 2021-2022 ຢູ່ສອງຄະນະປະຕິບັດງານຈະປະຕິບັດໜ້າທີ່ເປັນນັກສັງເກດການທະຫານ, ນາຍທະຫານເສນາທິການສູ້ຮົບ, ນາຍທະຫານເສນາທິການສືບລັບ, ນາຍທະຫານເສນາທິການຍຸດໂທປະກອນ, ນາຍທະຫານເສນາທິການຝຶກແອບອົບຮົມ, ນາຍທະຫານສືບລັບ ແລະນາຍທະຫານສື່ສານ.

ໂດຍ: ທະນາພອນ