ກ່ອນອື່ນໝົດ, ວຽກງານການທູດໄດ້ປະກອບສ່ວນສ້າງບັນດາຂີດໝາຍໃຫຍ່ໃຫ້ຄະນະ. ບັນດາພະນັກງານຂອງກົມພົວພັນຕ່າງປະເທດ/ກະຊວງປ້ອງກັນປະເທດ ຍາມໃດກໍ່ແມ່ນຜູ້ໄປກ່ອນ, ກັບມາຫຼັງ ແລະມີການສົມທົບຢ່າງແໜ້ນແຟ້ນກັບຄະນະຈັດຕັ້ງເພື່ອຮັບປະກັນໃຫ້ທຸກການເຄື່ອນໄຫວໄດ້ທະລຸລ່ວງ. ນັບແຕ່ເມື່ອ ອາມີເກມ 2020 ສິ້ນສຸດລົງ, ກົມພົວພັນຕ່າງປະເທດ ໄດ້ຕິດຕໍ່ກັບສະຫະພັນລັດເຊຍ ເພື່ອກະກຽມໃຫ້ອາມີເກມ 2021. ກົມພົວພັນຕ່າງປະເທດ ໄດ້ສົມທົບກັນຄົ້ນຄວ້າ, ເປັນເຈົ້າການສະເໜີ, ເປັນເສນາທິການ ເພື່ອໃຫ້ກະຊວງປ້ອງກັນປະເທດພິຈາລະນາ, ອະນຸມັດບັນດາລາຍການທີ່ຄາດວ່າຈະເຂົ້າຮ່ວມການແຂ່ງຂັນກໍ່ຄືຂອບຂະໜາດເຂົ້າຮ່ວມ.

ພິເສດ, ພະນັກງານຂອງກົມພົວພັນຕ່າງປະເທດໄດ້ໃກ້ຊິດຕິດແທດກັບວຽກງານຕາມແຕ່ລະຊົ່ວໂມງ, ແຕ່ລະວັນ, ແຕ່ລະຂັ້ນຕອນເພື່ອສົມທົບກັບລັດເຊຍ ແລະບັນດາຄູ່ຮ່ວມມືຢ່າງແໜ້ນແຟ້ນແນໃສ່ກະກຽມຢ່າງຮອບຄອບຖີ່ຖ້ວນທີ່ສຸດ. ທຸກຂໍ້ມູນລະອຽດ, ຄື: ແຂ່ງຂັນຢູ່ໃສ, ລະບອບລະບຽບການ, ຮີດຄອງປະເພນີ, ອາກາດ... ໄດ້ອັບເດດຢ່າງຕໍ່ເນື່ອງເມື່ອຄະນະຈັດຕັ້ງມີການດັດປັບ. ບັນດາເອກະສານກ່ຽວກັບກະຕິກາ, ລະບຽບການ, ຄຳແນະນຳ, ໃບທະບຽນລ້ວນແຕ່ໄດ້ແປເປັນພາສາຫວຽດນາມ ກ່ອນເດືອນມີນາ ປີນີ້ເພື່ອໃຫ້ບັນດາທີມຄົ້ນຄວ້າ, ສ້າງແຜນການຝຶກແອບ ແລະເຂົ້າຮ່ວມ ອາມີເກມ. ຄຽງຂ້າງນັ້ນ, ກົມພົວພັນຕ່າງປະເທດກໍ່ໄດ້ແນະນຳບັນດາລະບຽບການຢ່າງລະອຽດເພື່ອໃຫ້ບັນດາທີມອອກເມືອງຖືກກັບເວລາທີ່ໄດ້ວາງອອກ. ໃນຕະຫຼອດເວລາເດີນທາງເຂົ້າຮ່ວມການແຂ່ງຂັນ ແລະຮັບປະກັນການກິນຢູ່ພັກເຊົາໃຫ້ແກ່ບັນດາທີມໄປສະຫະພັນລັດເຊຍ ຫຼືກັບເມືອປະເທດໄດ້ຮັບການສົມທົບກັນຢ່າງແໜ້ນແຟ້ນ, ປັບປຸງທັນການ, ຮັບປະກັນເວລາ ແລະສຸຂະພາບເພື່ອໃຫ້ບັນດາທີມແຂ່ງຂັນຍາດໄດ້ຜົນງານສູງ.

leftcenterrightdel
ທ່ານພົນຕີ ຟຸ່ງສີເຕີ໊ນ, ຮອງຫົວໜ້າກົມໃຫຍ່ເສນາທິການ, ຫົວໜ້າຄະນະຜູ້ແທນຂັ້ນສູງກອງທັບປະຊາຊົນຫວຽດນາມ ທີ່ການພົບປະເຈລະຈາກັບທ່ານພົນໂທ Aleksandr Fomin, ຮອງລັດຖະມົນຕີກະຊວງປ້ອງກັນປະເທດສະຫະພັນລັດເຊຍ ໃນວັນທີ 2 ກັນຍາ. ທ່ານຮ້ອຍເອກພິເສດ ບຸ່ຍກາວຖັ໊ງ (ເບື້ອງຂວາ), ຜູ້ຊ່ວຍວຽກຫ້ອງເອີລົບ, ກົມພົວພັນຕ່າງປະເທດ, ກະຊວງປ້ອງກັນປະເທດເຮັດໜ້າທີ່ແປພາສາ. ພາບ: ງອັກຮຶງ.

ກົມພົວພັນຕ່າງປະເທດໄດ້ຜັນຂະຫຍາຍໜ້າທີ່ແຕ່ລະອຽດຈົນຮອດກວມລວມ, ຮອບດ້ານຢ່າງຄົບຊຸດ, ສົມທົບກັບບັນດາອົງການ ແລະກົມກອງກ່ຽວຂ້ອງຢ່າງແໜ້ນແຟ້ນເພື່ອຮັບປະກັນທຸກປັດໄຈທີ່ກ່ຽວຂ້ອງເຖິງການເປັນເຈົ້າພາບຈັດຕັ້ງ ຫຼືເຂົ້າຮ່ວມ ອາມີເກມ 2021 ລ້ວນແຕ່ໄດ້ຄິດໄລ່, ກະກຽມ ແລະຄວບຄຸມເປັນຢ່າງດີ. ຕາມນັ້ນແລ້ວ, ກົມພົວພັນຕ່າງປະເທດພ້ອມກັບໜັງສືພິມກອງທັບປະຊາຊົນ ແລະບັນດາອົງການກ່ຽວຂ້ອງກໍ່ສ້າງແຜນການໂຄສະນາເຜີຍແຜ່ພາຍໃນ ແລະຕ່າງປະເທດດ້ວຍຫຼາຍພາສາ ແລະໃນຫຼາຍພາຫະນະສື່ມວນຊົນ, ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໃນສະພາບພະຍາດໂຄວິດ-19 ພວມແຜ່ລະບາດ.

ບັນດາເນື້ອໃນ, ມາດຕະການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພທຸກດ້ານຢ່າງເດັດຂາດໃຫ້ແກ່ບັນດາທີມໃນໄລຍະເຂົ້າຮ່ວມອາມີເກມ 2021 ຢູ່ຕ່າງປະເທດ ກໍ່ຄືໄດ້ຮັບການປຶກສາຫາລືຢ່າງລະອຽດລະອໍ ແລະປະຕິບັດເປັນຢ່າງດີ. ຕາມການແນະນຳ, ຫົວໜ້າບັນດາທີມຕ້ອງຊາບຊຶມເປັນປະຈຳ ແລະຜັນຂະຫຍາຍການປະຕິບັດຂ້ໍຕົກລົງຂອງກະຊວງປ້ອງກັນປະເທດກ່ຽວກັບການປະຕິບັດງານຢູ່ຕ່າງປະເທດ ແລະກົດລະບຽບ, ຂໍ້ກຳນົດຕ່າງໆຂອງຄະນະຊີ້ນຳກະຊວງປ້ອງກັນປະເທດກ່ຽວກັບການແຂ່ງຂັນກິລາການທະຫານຢ່າງເຂັ້ມງວດ. ເລື່ອງຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໄດ້ປະຕິບັດເປັນຢ່າງດີເຖິງວ່າບັນດາທີມໄດ້ເຂົ້າຮ່ວມການແຂ່ງຂັນຢູ່ 7 ປະເທດ, ລວມມີ ສະຫະພັນລັດເຊຍ, ຈີນ, ເບລາຣຸດ, ອຸຊະເບັກກິດສະຖານ, ກາຊັກສະຖານ, ອີຣານ ແລະ ອາເຊຣີ ດ້ວຍການເດີນທາງຢ່າງສັບສົນ, ບາງເທື່ອແກ່ຍາວເວລາ ບໍ່ຖືກຕາມແຜນການຂອງປະເທດເຈົ້າພາບ.

ການເດີນທາງ ແລະເຂົ້າຮ່ວມການແຂ່ງຂັນເມື່ອພະຍາດໂຄວິດ-19 ພວມແຜ່ລະບາດຢູ່ຫວຽດນາມ ແລະຫຼາຍປະເທດກໍ່ແມ່ນຄວາມຫຍຸ້ງຍາກສຳລັບວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19. ກ່ອນທີ່ອອກເດີນທາງເຂົ້າຮ່ວມ ອາມີເກມ, ກົມເສນາຮັກ ໄດ້ແຈກວັດຖຸອຸປະກອນການແພດປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ສະມາຊິກທຸກຄົນຂອງບັນດາທີມເຂົ້າຮ່ວມການແຂ່ງຂັນຢູ່ຕ່າງປະເທດ, ຄື: ຊຸດປ້ອງກັນພະຍາດ, ຜ້າອັດປາກ-ອັດດັງ, ແຈວລ້າງມືຂ້າເຊື້ອ, ຖົງມື ແລະຢາເສີມສຸຂະພາບ. ຄຽງຂ້າງນັ້ນ, ໃນໄລຍະຢູ່ຕ່າງປະເທດ, ຍາມໃດກໍ່ຕ້ອງປະຕິບັດຄຳເຕື່ອນ 5K ຂອງກະຊວງສາທາລະນະສຸກ ແນະນຳບັນດາທີມປະຕິບັດຕາມາດຕະການປ້ອງກັນ, ຕ້ານເຊື້ອພະຍາດ; ຍາມໃດກໍ່ອັບເດດຄຳແນະນຳໃໝ່ຂອງກະຊວງສາທາລະນະສຸກ ເພື່ອໝູນໃຊ້ໃຫ້ເໝາະສົມກັບເງື່ອນໄຂຕົວຈິງຢູ່ບັນດາປະເທດຈັດຕັ້ງການແຂ່ງຂັນ.

ອາມີເກມ ຄັ້ງທີ 7 ໄດ້ສິ້ນສຸດດ້ວຍຫຼາຍຜົນງານທີ່ໜ້າຮັບຮູ້ຂອງຄະນະກອງທັບປະຊາຊົນຫວຽດນາມ. ກົມພົວພັນຕ່າງປະເທດ ໄດ້ສຳເລັດໜ້າທີ່ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ກະກຽມທຸກດ້ານຢ່າງຮອບຄອບຖີ່ຖ້ວນ ແລະສົມທົບກັນຢ່າງແໜ້ນແຟ້ນກັບປະເທດເພື່ອນ, ປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດນີ້.

ໂດຍ: ແສງເດືອນ