ກ່າວຄໍາເຫັນທີ່ພິທີມອບ-ຮັບ, ທ່ານ ຊຽງບໍ ໃຫ້ຮູ້ວ່າ ເພື່ອແນໃສ່ແບ່ງປັນ ແລະໜູນຊ່ວຍກອງທັບ ແລະປະຊາຊົນຫວຽດນາມ ເອົາຊະນະພະຍາດໂຄວິດ-19, ກະຊວງປ້ອງກັນປະເທດຈີນ ໄດ້ຕົກລົງໜູນຊ່ວຍວັກຊິນໂດຍຈີນ ຜະລິດເອງໃຫ້ກະຊວງປ້ອງກັນປະເທດຫວຽດນາມ; ທ່ານເນັ້ນໜັກວ່າ ນີ້ແມ່ນນ້ຳໃຈຂອງກອງທັບຈີນ ເວົ້າສະເພາະ, ລັດຖະບານຈີນ ເວົ້າລວມ ທີ່ມີຕໍ່ກອງທັບ ແລະປະຊາຊົນຫວຽດນາມ. ກ່ອນໜ້ານັ້ນ, ລັດຖະບານຈີນ ກໍ່ໜູນຊ່ວຍວັກຊິນຈໍານວນ 500.000 ໂດສ ໃຫ້ລັດຖະບານຫວຽດນາມ ແລ້ວ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ແລະທ່ານ ຊຽງບໍ ພ້ອມກັບບັນດາສະມາຊິກຂອງສອງຄະນະຖ່າຍຮູບລວມພາຍຫຼັງລົງນາມໃນບົດບັນທຶກມອບ-ຮັບ. ພາບ: qdnd.vn.

ຕາງໜ້າກະຊວງປ້ອງກັນປະເທດຫວຽດນາມ, ທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ຂອບໃຈຕໍ່ກະຊວງປ້ອງກັນປະເທດຈີນ ແລະຢັ້ງຢືນວ່າ ນີ້ແມ່ນການໜູນຊ່ວຍຢ່າງທັນການ, ລໍ້າຄ່າທີ່ກອງທັບປົດປ່ອຍປະຊາຊົນຈີນ ສະຫງວນໃຫ້ກອງທັບປະຊາຊົນຫວຽດນາມ ໃນສະພາບພະຍາດໂຄວິດ-19 ຢູ່ຫວຽດນາມ ກໍາລັງຜັນແປຢ່າງສັບສົນ.

ສ່ວນທ່ານ ຊຽງບໍ ກໍ່ໄດ້ເນັ້ນໜັກວ່າ ການຮ່ວມມືດ້ານປ້ອງກັນ, ຕ້ານໂລກລະບາດແມ່ນໜຶ່ງໃນບັນດາຂົງເຂດຮ່ວມມືສໍາຄັນລະຫວ່າງສອງປະເທດຫວຽດນາມ-ຈີນ ເວົ້າລວມ ແລະລະຫວ່າງກອງທັບສອງປະເທດເວົ້າສະເພາະ. ໃນໄລຍະຈະມາເຖິງ, ລັດຖະບານຈີນ ຈະຊ່ວຍລັດຖະບານຫວຽດນາມ ຫຼາຍກວ່ານີ້ອີກ, ພ້ອມທັງສະໜັບສະໜູນບັນດາວິສາຫະກິດຂອງສອງປະເທດຮ່ວມມືດ້ານຖ່າຍທອດເຕັກໂນໂລຢີ, ຜະລິດວັກຊິນກັນໂຄວິດ-19.

ໂດຍ: ຈາງຫງວຽນ