leftcenterrightdel
ຜູ້ບັນຊາການ ແລະການນຳຂອງບັນດາເຫຼົ່າທັບ, ເຫຼົ່າຮົບສັງກັດກໍາລັງປະກອບອາວຸດສະຫະພັນລັດເຊຍ ທີ່ກອງປະຊຸມຂ່າວ. ພາບ: ຫງອັກຮືງ

ສອງເຫດການດັ່ງກ່າວຈະໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 23 ສິງຫາທີ່ ສູນປະຊຸມ ແລະວາງສະແດງ Patriot. ວຽກງານກະກຽມໃຫ້ພິທີໄຂໄດ້ສໍາເລັດແລ້ວ. ຕາມຄະນະຈັດຕັ້ງແລ້ວ, ອາມີເກມ ນັບມື້ນັບໄດ້ຮັບຄວາມສົນໃຈທັງຢູ່ປະເທດລັດເຊຍ ແລະຢູ່ຕ່າງປະເທດ. ສິ່ງດັ່ງກ່າວໄດ້ຢັ້ງຢືນຜ່ານຈຳນວນທີມເຂົ້າຮ່ວມໄດ້ເພີ່ມຂຶ້ນເກືອບທົບສອງເທົ່າເມື່ອທຽບໃສ່ປີ 2020, ດ້ວຍ 281 ທີມ. ອາມີເກມ 2021 ປະກອບມີ 34  ລາຍການ, ໃນນັ້ນມີ 3 ລາຍການໃໝ່. ປີນີ້, ບັນດາປະເທດຮ່ວມຈັດຕັ້ງກໍ່ເພີ່ມຂຶ້ນທົບກວ່າສອງເທົ່າເມື່ອທຽບໃສ່ປີ 2020. ລາຍການແຂ່ງຂັນໄດ້ຈັດຕັ້ງຢູ່ 11 ປະເທດ, ລວມທັງລັດເຊຍ ແລະເປັນຄັ້ງທຳອິດທີ່ໄດ້ຈັດຕັ້ງຢູ່ອານເຊຣີ, ຫວຽດນາມ, ກາຕາ ແລະເຊີເບຍ. ອາມີເກມ 2021 ມີຂອບຂະໜາດໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນກ່ຽວກັບຈໍານວນຜູ້ເຂົ້າຮ່ວມດ້ວຍກວ່າ 7.000 ຄົນ, ພ້ອມກັບ 1.100 ກວ່າອາວຸດຍຸດໂທປະກອນການທະຫານ.

ເວທີປາໄສ ອາມີ 2021 ຈະຈັດຂຶ້ນຢູ່ສວນສາທາລະນະ Patriot, ສະໜາມບິນ Kubinka, ສະໜາມຝຶກຊ້ອມ Alabino ກໍ່ຄືສະຖານທີ່ສະແດງຢູ່ບັນດາທະຫານເຂດ ແລະແມ່ທັບເຮືອທິດເໜືອ. ເຫດການດັ່ງກ່າວມີການເຂົ້າຮ່ວມຂອງຜູ້ຕາງໜ້າທີ່ມາຈາກ 115 ປະເທດ ກໍ່ຄື 1.500 ກວ່າວິສາຫະກິດ ແລະອົງກອນຈັດຕັ້ງອຸດສາຫະກຳ.

ໂດຍ: ທະນາພອນ