leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ຕ້ອນຮັບທ່ານ Kamal Malhotra, ຜູ້ປະສານງານຂອງ ສປຊ ປະຈຳ ຫວຽດນາມ. ພາບ: ເຟືອງລິງ.

ທີ່ການຕ້ອນຮັບ, ທ່ານພົນໂທ ຮວ່າງຊວນຈ໊ຽນ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນບົດບາດຂອງ ສປຊ ໃນການຮັກສາສັນຕິພາບ ແລະຊຸກຍູ້ການພັດທະນາແບບຍືນຍົງໃນໂລກ. ນີ້ແມ່ນກົນໄກສຳຄັນໃນການຜັນຂະຫຍາຍແນວທາງພົວພັນກັບຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ເປັນຫຼາຍຮູບແບບ ແລະຫຼາຍຝ່າຍ, ເປັນເຈົ້າການ ແລະຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ. ທ່ານພົນໂທ ຮວ່າງຊວນຈ໊ຽນ ຖືວ່າ ການພົວພັນຮ່ວມມືລະຫວ່າງອົງການຕ່າງໆຂອງ ສປຊ, ໃນນ້ັນມີຫ້ອງການປະສານງານຂອງ ສປຊ ປະຈຳ ຫວຽດນາມ ກັບກະຊວງປ້ອງກັນປະເທດຫວຽດນາມ ໃນໄລຍະຜ່ານມາແມ່ນມີປະສິດທິຜົນ, ພິເສດແມ່ນໃນຂົງເຂດແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ຮັກສາສັນຕິພາບ ສປຊ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ມອບຂອງຂວັນທີ່ລະນຶກໃຫ້ແກ່ທ່ານ Kamal Malhotra, ຜູ້ປະສານງານຂອງ ສປຊ ປະຈຳ ຫວຽດນາມ. ພາບ: ເຟືອງລິງ.

ຕີລາຄາສູງຕໍ່ການສົມທົບກັນຢ່າງແໜ້ນແຟ້ນ ແລະການຜັນຂະຫຍາຍບັນດາເນື້ອໃນຮ່ວມມືລະຫວ່າງ ສປຊ ແລະຫວຽດນາມ ໃນໄລຍະຜ່ານມາ, ພິເສດໃນຂົງເຂດຮັກສາສັນຕິພາບ ສປຊ ແລະແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຢ່າງມີປະສິດທິຜົນ. ທ່ານ Kamal Malhotra ເນັ້ນໜັກວ່າ ເຖິງວ່າດໍາລົງຕໍາແໜ່ງໃດກໍ່ຕາມ, ຍາມໃດທ່ານກໍ່ເອົາໃຈໃສ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ກັບອົງການຕ່າງໆຂອງ ສປຊ. ທ່ານ Kamal Malhotra ປາດຖະໜາວ່າ ໃນໄລຍະຈະມາເຖິງການນຳກະຊວງປ້ອງກັນປະເທດຫວຽດນາມ ສືບຕໍ່ສະໜັບສະໜູນ, ສ້າງເງື່ອນໄຂສະດວກໃຫ້ວຽກງານສົມທົບກັນລະຫວ່າງຜູ້ຕາງໜ້າຂອງອົງການຕ່າງໆຂອງ ສປຊ ປະຈຳ ຫວຽດນາມ ແລະອົງການກ່ຽວຂ້ອງຂອງກະຊວງປ້ອງກັນປະເທດຫວຽດນາມ.

ໂດຍ: ແສງເດືອນ