ກອງປະຊຸມໄດ້ດຳເນີນຜ່ານລະບົບທາງໄກໂດຍອາເມລິກາ ແລະຣະວັນດາ ເປັນປະທານຮ່ວມຈັດຕັ້ງ. ກ່ອນໜ້ານັ້ນ, ກອງປະຊຸມກະກຽມ ຄັ້ງທີ 1 ໂດຍ ການາດາ ແລະບັງກລາເທດ ເປັນປະທານຮ່ວມຈັດຕັ້ງ ກໍ່ໄດ້ດຳເນີນຜ່ານລະບົບທາງໄກໃນເດືອນພະຈິກ 2020 ດ້ວຍການເຂົ້າຮ່ວມຂອງຄະນະຜູ້ແທນຫວຽດນາມ.

leftcenterrightdel
ພະນັກງານ, ພາລະກອນໂຮງໝໍກາງສະໜາມ ຂັ້ນ 2 ເລກ 2 ຂອງຫວຽດນາມ. ພາບ: ໝີແຮ້ງ.

ກອງປະຊຸມກະກຽມ ຄັ້ງທີ 2 ດ້ວຍຫົວຂໍ້ “ການພົວພັນຄູ່ຮ່ວມມືທີ່ມີປະສິດທິຜົນ”, ສຸມໃສ່ປຶກສາຫາລືການຮັດແຄບຊ່ອງຫວ່າງກ່ຽວກັບກຳລັງຄວາມສາມາດລະຫວ່າງບັນດາປະເທດທີ່ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ, ແບ່ງປັນບົດຮຽນເພື່ອຍົກອອກມາດຕະການປັບປຸງວຽກງານກະກຽມ, ຜັນຂະຫຍາຍ ແລະຮັກສາປະສິດທິຜົນໃຫ້ແກ່ກຳລັງຮັກສາສັນຕິພາບ ສປຊ ຢູ່ຄະນະປະຕິບັດງານ, ສ້າງປະຖົມປັດໄຈໃຫ້ແກ່ການຍົກອອກຂໍ້ສະເໜີຢູ່ກອງປະຊຸມລັດຖະມົນຕີປ້ອງກັນປະເທດກ່ຽວກັບການຮັກສາສັນຕິພາບ ສປຊ 2021 ຄາດວ່າຈະຈັດຕັ້ງຢູ່ ສ.ເກົາຫຼີ ໃນເດືອນທັນວາ ຈະມາເຖິງ.

ກອງປະຊຸມລັດຖະມົນຕີປ້ອງກັນປະເທດກ່ຽວກັບການຮັກສາສັນຕິພາບ ສປຊ ແມ່ນໜຶ່ງໃນບັນດາການເຄື່ອນໄຫວນອນໃນຂອບເຂດ ສປຊ ເພື່ອເປົ້າໝາຍຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາຂອງບັນດາປະເທດຕໍ່ກັບການເຄື່ອນໄຫວຮັກສາສັນຕິພາບ ສປຊ, ພ້ອມທັງຊອກຫາມາດຕະການຍົກສູງປະສິດທິຜົນ ແລະປັບປຸງກຳລັງຄວາມສາມາດໃຫ້ແກ່ກຳລັງຮັກສາ ສັນຕິພາບ ສປຊ. ການນຳກະຊວງປ້ອງກັນປະເທດຫວຽດນາມ ກໍ່ໄດ້ເຂົ້າຮ່ວມກອງປະຊຸມທີ່ໄດ້ຈັດຕັ້ງກ່ອນໜ້ານັ້ນ.

ໂດຍ: ແສງເດືອນ