leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn.

ທີ່ການຕ້ອນຮັບ, ທ່ານພົນໂທ ຮວ່າງຊວນຈ໊ຽນ ຕີລາຄາວ່າການພົວພັນດ້ານປ້ອງກັນຊາດສອງຝ່າຍຫວຽດນາມ-ກູບາ ນັບມື້ນັບໄດ້ຮັບການປັບປຸງ ແລະພັດທະນາ. ໃນໄລຍະຜ່ານມາ, ໂດຍບໍ່ຫົວຊາຕໍ່ຜົນສະທ້ອນຈາກພະຍາດໂຄວິດ-19, ສອງຝ່າຍຍັງຮັກສາການຜັນຂະຫຍາຍຮ່ວມມືໃນຫຼາຍຂົງເຂດ... ເປັນຕົ້ນແມ່ນກ່ຽວກັບອຸດສາຫະກໍາປ້ອງກັນຊາດ, ກໍ່ສ້າງ... ຮັບຮູ້ ແລະຕີລາຄາສູງຕໍ່ການປະກອບສ່ວນສໍາຄັນຂອງທ່ານພັນເອກ Juan Miguel García Montano ໃນອາຍຸການປະຕິບັດງານຢູ່ຫວຽດນາມ, ທ່ານພົນໂທ ຮວ່າງຊວນຈ໊ຽນ ປາດຖະໜາຢາກໃຫ້ທ່ານພັນເອກ Juan Miguel García Montano ສືບຕໍ່ມີການປະກອບສ່ວນໃຫ້ແກ່ການພັດທະນາຂອງການພົວພັນດ້ານປ້ອງກັນຊາດສອງຝ່າຍ. ອວຍພອນທ່ານພັນເອກ Román Osvaldo Jiménez Ortega ຖືກແຕ່ງຕັ້ງມາເປັນທີ່ປຶກສາທູດການທະຫານ, ທະຫານເຮືອ ແລະທະຫານອາກາດກູບາ ປະຈໍາ ຫວຽດນາມ, ທ່ານພົນໂທ ຮວ່າງຊວນຈ໊ຽນ ຢັ້ງຢືນວ່າ ຈະສ້າງເງື່ອນໄຂສະດວກເພື່ອໃຫ້ທ່ານພັນເອກ Román Osvaldo Jiménez Ortega ປະຕິບັດສໍາເລັດໜ້າທີ່ທີ່ໄດ້ຮັບມອບໝາຍ, ພ້ອມທັງເຊື່ອໝັ້ນວ່າທ່ານພັນເອກ Román Osvaldo Jiménez Ortega ຈະສືບຕໍ່ນໍາການພົວພັນດ້ານປ້ອງກັນຊາດສອງຝ່າຍໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະແທດຈິງ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ມອບອຸປະກອນການແພດປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງກະຊວງປ້ອງກັນປະເທດຫວຽດນາມ ໃຫ້ກະຊວງບັນດາກໍາລັງປະກອບອາວຸດປະຕິວັດກູບາ. ພາບ: qdnd.vn.

ທ່ານພັນເອກ Juan Miguel García Montano ຂອບໃຈກະຊວງປ້ອງກັນປະເທດຫວຽດນາມ ທີ່ຍາມໃດກໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນ ແລະສ້າງເງື່ອນໄຂເພື່ອໃຫ້ທ່ານພັນເອກ Juan Miguel García Montano ປະຕິບັດສຳເລັດອາຍຸການປະຕິບັດງານ, ພ້ອມທັງຢັ້ງຢືນວ່າເຖິງວ່າຈະຢູ່ໃນຖານະຕໍາແໜ່ງໃດກໍ່ຕາມ, ທ່ານກໍ່ຈະສືບຕໍ່ເອົາໃຈໃສ່, ຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ.

ເນື່ອງໃນໂອກາດນີ້, ຕາງໜ້າກະຊວງປ້ອງກັນປະເທດຫວຽດນາມ, ທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ມອບອຸປະກອນການແພດປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງກະຊວງປ້ອງກັນປະເທດຫວຽດນາມ ໃຫ້ກະຊວງບັນດາກໍາລັງປະກອບອາວຸດປະຕິວັດກູບາ.

ໂດຍ: ເຈິ່ນຮວ່ຽນ