ເຂົ້າຮ່ວມ, ຝ່າຍລາວ ນໍາໂດຍທ່ານພົນຈັດຕະວາ ສົມແຄນ ອັບປະສອນ, ຫົວໜ້າການເມືອງກອງບັນຊາການທະຫານແຂວງຄໍາມ່ວນ. ສ່ວນຝ່າຍຫວຽດນາມ ນໍາໂດຍທ່ານພັນເອກພິເສດ ຮວ່າງຊວນວິ້ງ, ຫົວໜ້າການເມືອງກອງບັນຊາການທະຫານແຂວງກວ໋າງບິ່ງ.

leftcenterrightdel
ຜູ້ຕາງໜ້າກອງບັນຊາການທະຫານແຂວງກວ໋າງບິ່ງ ແລະຄໍາມວ່ນ ເຊັນບົດບັນທຶກສົມທົບກັນປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດ ປີ 2021. ພາບ: baoquangbinh.vn.

ທີ່ການພົບປະເຈລະຈາ, ສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບເສດຖະກິດ-ການເມືອງ, ວັດທະນະທໍາ-ສັງຄົມ ແລະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງສອງແຂວງ. ໃນເງື່ອນໄຂພະຍາດໂຄວິດ-19 ກຳລັງຜັນແປຢ່າງສັບສົນ, ສອງແຂວງຍັງຄົງຮັກສາສະຖຽນລະພາບໃນທຸກດ້ານ, ໂດຍສະເພາະແມ່ນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະການຄວບຄຸມເຂດຊາຍແດນ.

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາ. ພາບ: baoquangbinh.vn.

ພາຍຫຼັງປຶກສາຫາລື, ສອງຝ່າຍໄດ້ເຫັນດີເປັນເອກະພາບເຊັນບົດບັນທຶກສົມທົບກັນປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດປີ 2021 ດ້ວຍ 5 ເນື້ອໃນລະອຽດ. ໃນນັ້ນ, ບຸລິມະສິດເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານກ່ຽວກັບສະພາບການຂອງແຕ່ລະປະເທດ, ແຕ່ລະແຂວງ; ວຽກງານສົມທົບກັນຊອກຫາ, ທ້ອນໂຮມອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານທະຫານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ. ເພີ່ມທະວີການສົມທົບກັນ, ສ້າງເງື່ອນໄຂສະດວກເພື່ອໃຫ້ກອງບັນຊາການທະຫານບັນດາເມືອງຢູ່ລຽບຕາມຊາຍແດນຂອງສອງແຂວງກວ໋າງບິ່ງ-ຄໍາມ່ວນ ຜັດປ່ຽນກັນຈັດຕັ້ງການພົບປະເຈລະຈາ, ກໍາແໜ້ນສະພາບການ, ແລກປ່ຽນບົດຮຽນໃນການປະຕິບັດວຽກງານ ແລະສືບຕໍ່ປັບປຸງ, ພັດທະນາການພົວພັນອັນດີງາມ.

ໂອກາດນີ້, ກອງບັນຊາການທະຫານແຂວງກວ໋າງບິ່ງ ໄດ້ມອບເງິນສົດຈໍານວນ 200 ລ້ານດົ່ງໃຫ້ກອງບັນຊາການທະຫານແຂວງຄໍາມ່ວນ ເພື່ອໜູນຊ່ວຍແຂວງປັບປຸງພື້ນຖານດ້ານວັດຖຸຮັບໃຊ້ໜ້າທີ່ອົບຮົມ-ຫັດແອບ, ສ້າງກຳລັງຫຼວງ.

ໂດຍ: ໄຊຊະນະ