ທ່ານພົນໂທ ຮວ່າງຊວນຈ໊ຽນ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນສາຍພົວພັນທີ່ເປັນມູນເຊື້ອ, ສະໜິດຕິດພັນ ແລະຊ່ວຍເຫຼືອເຊິ່ງກັນ ແລະກັນລະຫວ່າງພັກກອມມູນິດຫວຽດນາມ ແລະພັກແນວໂຮມປົດປ່ອຍໂມຊຳບິກ (Frelimo) ໃນການຕໍ່ສູ້ເພື່ອເອກະລາດແຫ່ງຊາດໃນເມື່ອກ່ອນ ແລະໃນປະຈຸບັນ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານ Leonardo Rosario Manuel Pene ເອກອັກຄະລັດຖະທູດໂມຊຳບິກ ປະຈຳ ຫວຽດນາມ. ພາບ: qdnd.vn

ທ່ານພົນໂທ ຮວ່າງຊວນຈ໊ຽນ ຊີ້ແຈ້ງວ່າ ລັດຖະບານຫວຽດນາມ ພວມຕັ້ງໜ້າຊຸກຍູ້ການພົວພັນກັບບັນດາປະເທດໃນພາກພື້ນຕາເວັນອອກກາງ-ອາຟະລິກາ ເພື່ອເສີມຂະຫຍາຍຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງໃນການຮ່ວມມືດ້ານການເມືອງ, ການທູດ, ເສດຖະກິດ ແລະວັດທະນະທຳ, ໃນນັ້ນມີໂມຊຳບິກ. ໃນຊຸມປີຜ່ານມາ, ສອງຝ່າຍໄດ້ແລກປ່ຽນຄະນະຜູ້ແທນຂັ້ນສູງຫຼາຍຄະນະ, ຜ່ານນັ້ນປະກອບສ່ວນຍົກສູງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນລະຫວ່າງກອງທັບສອງປະເທດ. ເນັ້ນໜັກວ່າ ກຸ່ມບໍລິສັດອຸດສາຫະກຳ-ໂທລະຄົມມະນາຄົມກອງທັບ (Viettel) ຂອງຫວຽດນາມ ໄດ້ຮັບການຕີລາຄາແມ່ນໜຶ່ງໃນບັນດາວິສາຫະກິດສະໜອງບໍລິການໂທລະຄົມມະນາຄົມໃຫຍ່ທີ່ສຸດຢູ່ໂມຊຳບິກ, ທ່ານພົນໂທ ຮວ່າງຊວນຈ໊ຽນ ສະເໜີລັດຖະບານໂມຊຳບິກ ສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂສະດວກເພື່ອຊ່ວຍ Viettel ໃນວິວັດການລົງທຶນ ແລະດຳເນີນທຸລະກິດຢູ່ໂມຊຳບິກ.

ທ່ານພົນໂທ ຮວ່າງຊວນຈ໊ຽນ ແລະທ່ານເອກອັກຄະລັດຖະທູດ Leonardo Rosario Manuel Pene ຖືວ່າ ເຖິງວ່າບັນລຸໄດ້ໝາກຜົນໃນເບື້ອງຕົ້ນກໍ່ຕາມ ແຕ່ເບິ່ງລວມແລ້ວ, ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍຍັງບໍ່ສົມກັບຄວາມສາມາດບົ່ມຊ້ອນ ແລະຄວາມຕ້ອງການຂອງທັງສອງຝ່າຍ. ໃນໄລຍະຈະມາເຖິງ, ເພື່ອເຮັດໃຫ້ການພົວພັນດ້ານປ້ອງກັນຊາດສອງປະເທດມີເນື້ອແທ້ ແລະມີປະສິດທິຜົນກວ່າອີກ, ສອງຝ່າຍຕ້ອງຍູ້ແຮງການປະຕິບັດບັນດາເນື້ອໃນທີ່ລະບຸໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືດ້ານປ້ອງກັນຊາດປີ 2011, ສຸມໃສ່ເຂົ້າບັນດາຂົງເຂດແລກປ່ຽນຄະນະຜູ້ແທນ, ບໍາລຸງສ້າງ, ອຸດສາຫະກຳປ້ອງກັນຊາດ, ໂທລະຄົມມະນາຄົມ, ການແພດທະຫານ…

ໂດຍ: ຫງວຽນກຸກ