ດ້ວຍນ້ຳໃຈສາມັກຄີ, ໄມຕີຈິດມິດຕະພາບ, ແບ່ງປັນຄວາມຫຍຸ້ງຍາກກັບກຳລັງຄຸ້ມຄອງ, ປ້ອງກັນຊາຍແດນກຳປູເຈຍ, ຄ້າຍທະຫານຊາຍແດນດ່ານສາກົນມົກບ່າຍ ໄດ້ມອບໃຫ້ກຳລັງສາລະວັດທະຫານແຂວງສໄວ ຣຽງ ວັດຖຸອຸປະກອນການແພດລວມມີ: ຜ້າອັດປາກ-ອັດດັງ 20.000 ອັນ, ໝີ່ສໍາເລັດຮູບ 100 ແກັດ, ນ້ໍາບໍລິສຸດ 70 ແກັດ, ນ້ໍາເຕົ້າຈ້ຽວ 140 ຂວດ ເພື່ອຮັບໃຊ້ວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19.

leftcenterrightdel
ກຳລັງສາລະວັດທະຫານແຂວງ ສໄວ ຣຽງ ຮັບວັດຖຸອຸປະກອນການແພດໂດຍຄ້າຍທະຫານຊາຍແດນດ່ານສາກົນມົກບ່າຍ ມອບໃຫ້. ພາບ: ວັນຮວ່ານ.

ທ່ານພັນເອກ ຫວູກວາງກວນ, ຫົວໜ້າຄ້າຍທະຫານຊາຍແດນດ່ານສາກົນມົກບ່າຍ ໃຫ້ຮູ້ວ່າ ໃນໄລຍະຜ່ານມາເຖິງວ່າພະຍາດໂຄວິດ-19 ມີການຜັນແປສັບສົນຫຼາຍຢ່າງກໍ່ຕາມ, ແຕ່ວ່າກົມກອງໄດ້ຕິດຕໍ່ກັບກຳລັງປ້ອງກັນຊາຍແດນກຳປູເຈຍ ເພື່ອແລກປ່ຽນຂໍ້ມູນຂ່າວສານກ່ຽວກັບສະພາບພະຍາດໂຄວິດ-19, ກໍ່ຄືວຽກງານສົມທົບກັນຕໍ່ສູ້, ຕ້ານອາດຊະຍາກໍາປະເພດຕ່າງໆ. ໃນໄລຍະຈະມາເຖິງ, ກົມກອງຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບກຳລັງປ້ອງກັນຊາຍແດນຂອງປະເທດເພື່ອນມິດເພື່ອຮັບປະກັນຄວາມໝັ້ນຄົງຢູ່ເຂດຊາຍແດນ, ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາ. ພິເສດແມ່ນຜັນຂະຫຍາຍມາດຕະການໃນການຕໍ່ສູ້ສະກັດກັ້ນການເຄື່ອນໄຫວເຂົ້າ-ອອກເມືອງຢ່າງຜິດກົດໝາຍ, ຮ່ວມແຮງຮ່ວມໃຈປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ມີປະສິດທິຜົນ.

ໂດຍ: ແສງເດືອນ