ທີ່ການສົນທະນາທາງໂທລະສັບ, ລັດຖະມົນຕີສອງທ່ານໄດ້ຕີລາຄາສູງກ່ຽວກັບການພັດທະນາສາຍພົວພັນລະຫວ່າງຫວຽດນາມ - ການາດາ ນັບແຕ່ເມື່ອສອງປະເທດສ້າງຕັ້ງການພົວພັນທາງການທູດໃນປີ 1973, ໃນນັ້ນການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດໄດ້ກ້າວເຂົ້າສູ່ເນື້ອແທ້. ສອງຝ່າຍໄດ້ຜັນຂະຫຍາຍບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືປ້ອງກັນຊາດສອງຝ່າຍ  ແລະບັນລຸໄດ້ໝາກຜົນທີ່ຕັ້ງໜ້າໃນບັນດາຂົງເຂດຄືບຳລຸງສ້າງ, ຮັກສາສັນຕິພາບ ແລະຄວາມໝັ້ນຄົງຢູ່ທະເລ.

leftcenterrightdel
ທ່ານລັດຖະມົນຕີ ຟານວັນຢາງ ທີ່ການສົນທະນາທາງໂທລະສັບກັບລັດຖະມົນຕີກະຊວງປ້ອງກັນປະເທດການາດາ. ພາບ: qdnd.vn.

ລັດຖະມົນຕີສອງທ່ານໄດ້ເຫັນດີເປັນເອກະພາບນຳກັນວ່າ ໃນໄລຍະຈະມາເຖິງ, ສືບຕໍ່ຜັນຂະຫຍາຍການຮ່ວມມືໃນບັນດາຂົງເຂດທີ່ມີຢູ່ແລ້ວ, ໃຫ້ສອດຄ່ອງກັບບົດບັນທຶກຊ່ວຍຈໍາກ່ຽວກັບການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ, ສຸມໃສ່ເຂົ້າໃນບັນດາຂົງເຂດ: ແລກປ່ຽນຄະນະຜູ້ແທນ, ພົບປະເຈລະຈາ, ປຶກສາຫາລື, ບຳລຸງສ້າງ, ອຸດສາຫະກຳປ້ອງກັນຊາດ, ຮັກສາສັນຕິພາບ, ຄວາມໝັ້ນຄົງຢູ່ທະເລ; ພ້ອມທັງຄົ້ນຄວ້າຄວາມສາມາດຮ່ວມມືດ້ານການແພດໃນການປ້ອງກັນ, ຕ້ານພະຍາດໂຄວິດ - 19. ລັດຖະມົນຕີສອງທ່ານເຊື່ອໝັ້ນວ່າ ການພົວພັນດ້ານປ້ອງກັນຊາດລະຫວ່າງສອງປະເທດສືບຕໍ່ເຂົ້າສູ່ລວງເລິກ, ບັນລຸປະສິດທິຜົນຢ່າງແທ້ຈິງ, ເໝາະສົມກັບຜົນປະໂຫຍດຂອງແຕ່ລະປະເທດ, ເພື່ອສັນຕິພາບ ແລະການພັດທະນາລວມຢູ່ພາກພື້ນ ແລະໃນໂລກ.

ໂດຍ: ທະນາພອນ