ນັກຂ່າວ: ຂໍຮຽນສະຫາຍ, ສະຫາຍຕີລາຄາຄືແນວໃດກ່ຽວກັບສະພາບການຊາຍແດນຫວຽດນາມ-ຈີນ ໃນຊຸມປີມໍ່ໆມານີ້?

ທ່ານພົນຈັດຕະວາ ເລດຶກຖ໊າຍ: ໃນຊຸມປີມໍ່ໆມານີ້, ດ້ວຍຄວາມມານະພະຍາຍາມ ແລະການຮ່ວມມືຂອງສອງຝ່າຍ, ສາມາດເຫັນໄດ້ສະພາບການຊາຍແດນ ແລະເຂດຊາຍແດນທາງບົກຫວຽດນາມ-ຈີນ ໄດ້ຮັກສາເປັນປົກກະຕິ, ເສັ້ນຊາຍແດນ ແລະລະບົບຫຼັກໝາຍຊາຍແດນໄດ້ຮັບການຮັກສາໄວ້ຢ່າງໝັ້ນຄົງ, ຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍໄດ້ຮັບປະກັນ. ກິດຈະກຳພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນພ້ອມກັບບັນດາກິດຈະກຳພົບປະແລກປ່ຽນ, ພົວພັນຕ່າງປະເທດຂອງພັກ, ອຳນາດການປົກຄອງ ແລະປະຊາຊົນລະຫວ່າງ 7 ແຂວງຊາຍແດນພາກເໜືອຂອງຫວຽດນາມ ກັບແຂວງກວາງຊີ ແລະແຂວງຢຸນນານ (ຈີນ) ນັບມື້ນັບມີເນື້ອແທ້ ແລະມີປະສິດທິຜົນ. ການຮ່ວມມືດ້ານເສດຖະກິດ-ການຄ້າຊາຍແດນ, ດ່ານສາກົນຂອງສອງຝ່າຍເຕີບໂຕຢ່າງບໍ່ຢຸດຢັ້ງດ້ວຍວົງເງິນການຄ້າກວມເອົາປະມານ 85% ຍອດວົງເງິນການຄ້າຜ່ານຊາຍແດນລະຫວ່າງຫວຽດນາມ ກັບບັນດາປະເທດບ້ານໃກ້ເຮືອນຄຽງ. ຢູ່ເຂດຊາຍແດນຂອງສອງປະເທດໄດ້ປະກົດມີຕົວເມືອງ, ເຂດການຄ້າຊາຍແດນທີ່ຄຶກໂຄມໜາແໜ້ນຫຼາຍແຫ່ງ. ວຽກງານເປີດ, ຍົກລະດັບດ່ານຊາຍແດນໄດ້ຮັບການຊຸກຍູ້ຢ່າງຕັ້ງໜ້າເພື່ອແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການແລກປ່ຽນການຄ້ານັບມື້ນັບເພີ່ມຂຶ້ນ.

leftcenterrightdel
ທ່ານພົນຈັດຕະວາ ເລດຶກຖ໊າຍ. ພາບ: ເວິນແອັງ.

ໂດຍພື້ນຖານ, ສອງຝ່າຍໄດ້ສົມທົບກັນປະຕິບັດເອກະສານນິຕິກຳ 3 ສະບັບກ່ຽວກັບຊາຍແດນ ແລະຜັນຂະຫຍາຍສັນຍາຮ່ວມມືປ້ອງກັນ ແລະຂຸດຄົ້ນຊັບພະຍາກອນການທ່ອງທ່ຽວນ້ຳຕົກຕາດບານໂຢກ ແລະສົນທິສັນຍາກ່ຽວກັບກຳປັ່ນ, ເຮືອໄປມາແບບເສລີຢູ່ປາກແມ່ນ້ຳບັ໊ກລວນ ບັນລຸຄວາມຄືບໜ້າຕັ້ງໜ້າຫຼາຍຢ່າງ. ການພົວພັນມິດຕະພາບ, ຄວາມສາມັກຄີລະຫວ່າງທະຫານຊາຍແດນຫວຽດນາມ ກັບກຳລັງປ້ອງກັນຊາຍແດນຈີນ ແລະປະຊາຊົນຢູ່ເຂດຊາຍແດນສອງປະເທດໄດ້ມີບັນດາບາດກ້າວເດີນໃໝ່. ຫຼາຍກິດຈະກຳທີ່ມີຄວາມໝາຍຄືການແຮກສ່ຽວກຸ່ມຊຸມຊົນສອງຝ່າຍຢູ່ເຂດຊາຍແດນ, ການແຮກສ່ຽວ “ຄ້າຍ-ປ້ອມມິດຕະພາບ, ເຂດຊາຍແດນສະຫງົບສຸກ”, ການພົບປະແລກປ່ຽນວັດທະນະທໍາ, ຊ່ວຍກັນພັດທະນາເສດຖະກິດ... ສະແດງໃຫ້ເຫັນປະສິດທິຜົນຢ່າງຈະແຈ້ງ. ຜ່ານນັ້ນ, ພວກເຮົາສາມາດຢັ້ງຢືນໄດ້ວ່າ ຊາຍແດນທາງບົກຫວຽດນາມ-ຈີນ ບໍ່ພຽງແຕ່ສວມບົດບາດກຳນົດເສັ້ນຊາຍແດນຂອງແຕ່ລະປະເທດເທົ່ານັ້ນຫາກຍັງສວມບົດບາດຮ່ວມມື ແລະພັດທະນາ, ແມ່ນຂົວເຊື່ອມຕໍ່ຄວາມສາມັກຄີ, ມິດຕະພາບລະຫວ່າງສອງປະເທດ ແລະປະຊາຊົນຢູ່ເຂດຊາຍແດນອີກດ້ວຍ.

ນັກຂ່າວ: ສາມາດເວົ້າໄດ້ວ່າ ງານພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນຫວຽດນາມ-ຈີນ ແມ່ນການເຄື່ອນໄຫວພົວພັນຕ່າງປະເທດດ້ານປ້ອງກັນຊາດທີ່ມີຄວາມໝາຍທີ່ສຸດ. ສະຫາຍຄິດຄືແນວໃດກ່ຽວກັບບັນຫານີ້?

ທ່ານພົນຈັດຕະວາ ເລດຶກຖ໊າຍ: ເດືອນມີນາ 2014, ງານພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນຫວຽດນາມ-ຈີນ ທີ່ຈັດຕັ້ງເປັນຄັ້ງທຳອິດຢູ່ແຂວງກວ໋າງນິງ (ຫວຽດນາມ) ແລະແຂວງກວາງຊີ (ຈີນ) ໄດ້ປະສົບຜົນສໍາເລັດຢ່າງຈົບງາມ. ບົນພື້ນຖານດັ່ງກ່າວ, ງານພົບປະແລກປ່ຽນຄັ້ງຕໍ່ໆໄປໄດ້ຈັດຕັ້ງດ້ວຍຂອບຂະໜາດ, ລະດັບນັບມື້ນັບສົມກຽດ, ແທດຈິງ, ເລິກເຊິ່ງກວ່າ. ພາຍຫຼັງງານພົບປະແລກປ່ຽນແຕ່ລະຄັ້ງ, ກົນໄກຮ່ວມມືລະຫວ່າງກຳລັງປ້ອງກັນຊາຍແດນສອງປະເທດນັບມື້ນັບໄດ້ຮັບການປັບປຸງ ແລະພັດທະນາ. ວຽກງານສົມທົບກັນຄຸ້ມຄອງ ແລະປ້ອງກັນຊາຍແດນ, ຄວບຄຸມການເຂົ້າ-ອອກເມືອງ, ຕໍ່ສູ້, ສະກັດກັ້ນ ແລະຕ້ານອາດຊະຍາກຳໄດ້ມີປະສິດທິຜົນບົນຈິດໃຈຄວາມເຂົ້າໃຈ ແລະເຄົາລົບເຊິ່ງກັນ ແລະກັນ. ພິເສດ, ນັບແຕ່ຕົ້ນປີ 2020 ມາຮອດປະຈຸບັນ, ຕໍ່ໜ້າການຜັນແປຢ່າງສັບສົນຂອງພະຍາດໂຄວິດ-19, ສອງຝ່າຍໄດ້ສົມທົບກັນຜັນຂະຫຍາຍບັນດາໜ່ວຍ, ດ່ານສະກັດກັ້ນການເຂ້ົາອອກເມືອງຢ່າງຜິດກົດໝາຍ ແລະປ້ອງກັນ, ຕ້ານການແຜ່ລະບາດຜ່ານຊາຍແດນ.

leftcenterrightdel
ກຳລັງປ້ອງກັນຊາຍແດນຂອງຫວຽດນາມ-ຈີນ ໃນການລາດຕະເວນຮ່ວມ. ພາບ: ເວິນແອັງ.

ຂ້າພະເຈົ້າຖືວ່າ, ງານພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດຢູ່ເຂດຊາຍແດນຫວຽດນາມ-ຈີນ ຮັກສາບົດບາດສຳຄັນໃນການພົວພັນລະຫວ່າງສອງພັກ, ສອງລັດ, ສອງກອງທັບ, ປະກອບສ່ວນກໍ່ສ້າງຊາຍແດນສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາ.

ນັກຂ່າວ: ຂໍຮຽນທ່ານ, ພາຍຫຼັງຈັດຕັ້ງງານພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນຫວຽດນາມ-ຈີນ 5 ຄັ້ງ, ບັນດາກິດຈະກຳພົບປະແລກປ່ຽນ, ຮ່ວມມືລະຫວ່າງກຳລັງປ້ອງກັນຊາຍແດນຂອງສອງປະເທດໄດ້ຜັນຂະຫຍາຍຄືແນວໃດ?

ທ່ານພົນຈັດຕະວາ ເລດຶກຖ໊າຍ: ໂດຍປະຕິບັດການຊີ້ນຳຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ທະຫານຊາຍແດນຫວຽດນາມ ໄດ້ພ້ອມກັບກຳລັງປ້ອງກັນຊາຍແດນຈີນ ສ້າງຕັ້ງການພົວພັນອັນສະໜິດຕິດພັນ, ສາມັກຄີ, ສົມທົບກັນປະຕິບັດບັນດາສັນຍາ ແລະກົດລະບຽບຄຸ້ມຄອງຊາຍແດນ, ດ່ານຊາຍແດນເປັນຢ່າງດີ, ປະກອບສ່ວນເພີ່ມທະວີການພົບປະແລກປ່ຽນມິດຕະພາບ, ຄວາມໄວ້ເນື້ອເຊື່ອໃຈ ແລະຄວາມເຂົ້າໃຈເຊິ່ງກັນ ແລະກັນ. ຜ່ານການພົບປະແລກປ່ຽນ 5 ຄັ້ງ, ຈາກການປະຕິບັດວຽກງານສົມທົບກັນ, ທະຫານຊາຍແດນຫວຽດນາມ ໄດ້ເປັນເສນາທິການໃຫ້ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດຫວຽດນາມ ແລະກະຊວງປ້ອງກັນປະເທດ, ກະຊວງຕຳຫຼວດຈີນ ເຊັນຂໍ້ຕົກລົງຮ່ວມມືສຳຄັນຫຼາຍສະບັບໃນການຄຸ້ມຄອງຊາຍແດນ, ດ່ານຊາຍແດນ ແລະແກ້ໄຂຫຼາຍບັນຫາເກີດຂຶ້ນຢູ່ເຂດຊາຍແດນຢ່າງກົມກຽວ.

ນັກຂ່າວ: ຂໍຮຽນສະຫາຍ, ງານພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນຫວຽດນາມ-ຈີນ ຄັ້ງທີ 6 ຈະມີຈຸດໃໝ່ໃດແດ່ເມື່ອທຽບໃສ່ບັນດາງານພົບປະແລກປ່ຽນ ຄັ້ງກ່ອນ?

ທ່ານພົນຈັດຕະວາ ເລດຶກຖ໊າຍ: ຈາກຜົນສຳເລັດຂອງງານພົບປະແລກປ່ຽນ 5 ຄັ້ງກ່ອນ, ງານພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນຫວຽດນາມ-ຈີນ ຄັ້ງທີ 6 ຈະດໍາເນີນຢ່າງເປັນທາງການໃນວັນທີ 24 ເມສາ 2021. ໃນສະພາບພະຍາດໂຄວິດ-19 ຜັນແປຢ່າງສັບສົນນັ້ນ, ແຕ່ບັນດາອົງການກ່ຽວຂ້ອງຂຶ້ນກັບກະຊວງປ້ອງກັນປະເທດຂອງສອງປະເທດໄດ້ມານະພະຍາຍາມທີ່ສຸດໃນວຽກງານກະກຽມ; ອົງຄະນະພັກ, ອຳນາດການປົກຄອງ, ປະຊາຊົນສອງແຂວງກວ໋າງນິງ (ຫວຽດນາມ) ແລະກວາງຊີ (ຈີນ) ກໍ່ສະໜັບສະໜູນເຫດການທີ່ມີຄວາມໝາຍນີ້. ພ້ອມກັບງານພົບປະແລກປ່ຽນ, ຈະສົມທົບກັນຈັດຕັ້ງການເຈລະຈາຍຸດທະສາດດ້ານປ້ອງກັນຊາດຫວຽດນາມ-ຈີນ ຄັ້ງທີ 7 ແລະຕ້ອນຮັບລັດຖະມົນຕີກະຊວງປ້ອງກັນປະເທດຈີນ ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ.

leftcenterrightdel
ກຳລັງປ້ອງກັນຊາຍແດນຂອງຫວຽດນາມ-ຈີນ ແລກປ່ຽນວຽກງານວິຊາການຢູ່ດ່ານຊາຍແດນສາກົນລາວກາຍ. ພາບ: ເວິນແອັງ.

ໃນງານພົບປະແລກປ່ຽນ, ຄະນະຜູ້ແທນຂັ້ນສູງຂອງກອງທັບສອງປະເທດຈະເຂົ້າຮ່ວມຫຼາຍກິດຈະກຳ, ຊ່ວຍໃຫ້ລາຍການມີຊີວິດຊີວາ, ຫຼາຍຮູບຫຼາຍແບບ, ມີຄວາມໝາຍຕື່ມອີກ. ສິ່ງດັ່ງກ່າວສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງສອງພັກ, ສອງລັດ ແລະກອງທັບສອງປະເທດທີ່ມີຕໍ່ເຂດຊາຍແດນ, ເອົາໃຈໃສ່ເຖິງຊີວິດການເປັນຢູ່ດ້ານເສດຖະກິດ, ວັດທະນະທຳ, ສັງຄົມຂອງປະຊາຊົນເຂດຊາຍແດນ.

ນັກຂ່າວ: ຂໍຮຽນສະຫາຍ,ໃນໄລຍະຈະມາເຖິງ, ກຳລັງປ້ອງກັນຊາຍແດນຂອງສອງປະເທດຈະສືບຕໍ່ຜັນຂະຫຍາຍບັນດາເນື້ອໃນຮ່ວມມືໃດແດ່?

ທ່ານພົນຈັດຕະວາ ເລດຶກຖ໊າຍ: ໃນໄລຍະຈະມາເຖິງ, ກຳລັງປ້ອງກັນຊາຍແດນຂອງສອງປະເທດ ຈະສືບຕໍ່ຜັນຂະຫຍາຍບັນດາເນື້ອໃນຈຸດສຸມເຊິ່ງລັດຖະມົນຕີສອງທ່ານໄດ້ເຫັນດີເປັນເອກະພາບໃນງານພົບປະແລກປ່ຽນ. ພ້ອມທັງ, ເພີ່ມທະວີການສົມທົບກັນປະຕິບັດກົດໝາຍ, ປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນ; ປັບປຸງຄວາມໄວ້ເນື້ອເຊື່ອໃຈ, ຊຸກຍູ້ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດຕາມທິດແທດຈິງ, ມິດຕະພາບ, ກົມກຽວ ແລະຍືນຍົງ. ລະບົບດ່ານຊາຍແດນຈະສືບຕໍ່ໄດ້ຮັບການລົງທຶນ, ຍົກລະດັບ, ໝູນໃຊ້ເຕັນໂນໂລຢີ ເພື່ອຍົກສູງປະສິດທິຜົນໃນການຄຸ້ມຄອງການເຂົ້າ-ອອກເມືອງ. ເມື່ອພະຍາດໄດ້ຄວບຄຸມເປັນຢ່າງດີ, ສອງຝ່າຍຕ້ອງເປັນເຈົ້າການຜັນຂະຫຍາຍບັນດາການເຄື່ອນໄຫວພົບປະເຈລະຈາ, ລາດຕະເວນຮ່ວມ, ຍູ້ແຮງການຝຶກຊ້ອມປະສົມໃນການປ້ອງກັນ, ຕ້ານການກໍ່ການຮ້າຍ, ປ້ອງກັນ, ຕ້ານໂລກພະຍາດ, ຈັດຕັ້ງການພົບປະແລກປ່ຽນວັດທະນະທຳ, ງານແຂ່ງຂັນກິລາການທະຫານ ແລະຮັກສາລະບຽບການເຄື່ອນໄຫວນີ້ໃຫ້ມີປະສິດທິຜົນ.

ຄຽງຂ້າງນັ້ນ, ຈາກຜົນສຳເລັດຂອງງານພົບປະແລກປ່ຽນ 5 ຄັ້ງກ່ອນນີ້, ກອງບັນຊາການທະຫານຊາຍແດນ ກໍ່ເປັນເສນາທິການໃຫ້ກະຊວງປ້ອງກັນປະເທດສືບຕໍ່ຜັນຂະຫຍາຍຮູບແບບນີ້ຢູ່ເຂດຊາຍແດນຫວຽດນາມ-ລາວ, ຫວຽດນາມ-ກຳປູເຈຍ, ຮັບປະກັນໃຫ້ມີຊີວິຊີວາ, ປະດິດສ້າງ, ເໝາະສົມກັບເງື່ອນໄຂຕົວຈິງຂອງແຕ່ລະເສັ້ນຊາຍແດນ.

ຂໍຂອບໃຈ!

ໂດຍ: ແສງເດືອນ