ໃນລະຫວ່າງວັນທີ 19-20 ເມສາ, ຢູ່ເຂດທະເລຕິດກັບຫວຽດນາມ-ໄທ, ທະຫານເຮືອປະຊາຊົນຫວຽດນາມ ແລະທະຫານເຮືອລາດຊະວົງໄທ ໄດ້ຈັດຕັ້ງການລາດຕະເວນຮ່ວມປະຈໍາປີ ຄັ້ງທີ 43.

leftcenterrightdel
ກອງເຮືອ 264, 265 ເຄື່ອນທີ່ຢູ່ເຂດລາດຕະເວນຮ່ວມ. ພາບ: vov.vn.

ການເຄື່ອນໄຫວລາດຕະເວນຮ່ວມແນໃສ່ຮັກສາສັນຕິພາບ, ສະຖຽນລະພາບຢູ່ເຂດທະເລຕິດກັບຫວຽດນາມ-ໄທ, ສ້າງເງື່ອນໄຂໃຫ້ປະຊາຊົນສອງປະເທດພັດທະນາເສດຖະກິດທະເລ; ພ້ອມທັງຊຸກຍູ້ການພົວພັນຮ່ວມມື, ການພົບປະແລກປ່ຽນເພີ່ມທະວີຄວາມເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນລະຫວ່າງທະຫານເຮືອສອງປະເທດ. ໃນການລາດຕະເວນຮ່ວມປະຈໍາປີ ຄັ້ງທີ 43, ສອງຝ່າຍໄດ້ສົມທົບກັນຝຶກແອບແລກປ່ຽນຂໍ້ມູນຂ່າວສານ; ສະກັດກັ້ນການເຄື່ອນໄຫວຫາປາຢ່າງຜິດກົດໝາຍ; ຊອກຫາ, ກູ້ໄພກູ້ຊີບ ແລະກົດແຫ່ງການປະພຶດໃຫ້ການພົບປະໂດຍບັງເອີນບົນທະເລ (CUES).

ໂດຍ: ເຈິ່ນຮວ່ຽນ