leftcenterrightdel
ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດລາວ ປະຈໍາຫວຽດນາມ ມອບຊໍ່ດອກໄມ້ອວຍພອນທ່ານພົນໂທ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ. ພາບ: ເຟືອງລີງ.

ທີ່ການຕ້ອນຮັບທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາຫວຽດນາມ, ທ່ານພົນໂທ ຟານວັນຢາງ ອວຍພອນທ່ານເອກອັກຄະລັດຖະທູດ ແລະຄອບຄົວພ້ອມກັບພະນັກງານ, ພາລະກອນສະຖານທູດ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະຢູ່ດີມີແຮງຈະເລີນຮັ່ງມີເນື່ອງໃນໂອກາດບຸນປີໃໝ່ລາວ.

leftcenterrightdel
ທ່ານພົນໂທ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຕ້ອນຮັບທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດລາວ ປະຈໍາຫວຽດນາມ. ພາບ: ເຟືອງລີງ.

ທີ່ການຕ້ອນຮັບ, ສອງຝ່າຍຕີລາຄາສູງການພົວພັນດ້ານປ້ອງກັນຊາດຫວຽດນາມ-ລາວ, ຢັ້ງຢືນນີ້ແມ່ນໜຶ່ງໃນບັນດາເສົາຄໍ້າໃນການພົວພັນລະຫວ່າງສອງປະເທດ. ພ້ອມທັງເນັ້ນໜັກວ່າໃນໄລຍະຈະມາເຖິງ, ສອງຝ່າຍຄວນສຸມໃສ່ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງແນໃສ່ແລກປ່ຽນບັນຫາຍຸດທະສາດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ຍູ້ແຮງການຮ່ວມມືໃນບັນດາຂົງເຂດ, ພິເສດແມ່ນການປ້ອງກັນຊາດ-ການທະຫານ; ແນໃສ່ຍົກສູງຖານະບົດບາດການພົວພັນດ້ານປ້ອງກັນຊາດໃນການພົວພັນລວມຂອງສອງປະເທດ, ຜ່ານນັ້ນປະກອບສ່ວນຮັກສາຄວາມໝັ້ນຄົງດ້ານການເມືອງ, ສ້າງເງື່ອນໄຂເພື່ອພັດທະນາເສດຖະກິດ-ສັງຄົມ; ສ້າງສາ ແລະປົກປັກຮັກສາອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງແຕ່ລະປະເທດ.

leftcenterrightdel
ທ່ານ Chay Navuth ເອກອັກຄະລັດຖະທູດກໍາປູເຈຍ ປະຈໍາຫວຽດນາມ ມອບຊໍ່ດອກໄມ້ໃຫ້ທ່ານພົນໂທ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ. ພາບ: ເຟືອງລີງ.

ທີ່ການຕ້ອນຮັບທ່ານ Chay Navuth ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມລາຊະອານາຈັກກໍາປູເຈຍ ປະຈໍາຫວຽດນາມ, ເນື່ອງໃນໂອກາດບຸນປີໃໝ່ Chol Chnam Thmay ຂອງກໍາປູເຈຍ, ທ່ານພົນໂທ ຟານວັນຢາງ ອວຍພອນທ່ານເອກອັກຄະລັດຖະທູດ ແລະຄອບຄົວຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ, ປະຕິບັດສຳເລັດໜ້າທີ່ຂອງຕົນ, ມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ ແລະພັດທະນາການພົວພັນຮ່ວມມືຮອບດ້ານລະຫວ່າງສອງປະເທດ. ທ່ານພົນໂທ ຟານວັນຢາງ ແບ່ງປັນຄວາມຫຍຸ້ງຍາກ ແລະຕີລາຄາສູງຄວາມມານະພະຍາຍາມຂອງລັດຖະບານ, ກອງທັບ ແລະປະຊາຊົນກໍາປູເຈຍ ໃນການປ້ອງກັນ, ຕ້ານພະຍາດໂຄວິດ-19.

leftcenterrightdel
ທ່ານພົນໂທ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຖ່າຍຮູບເປັນທີ່ລະນຶກກັບທ່ານ Chay Navuth ເອກອັກຄະລັດຖະທູດກໍາປູເຈຍ ປະຈໍາຫວຽດນາມ. ພາບ: ເຟືອງລີງ.

ທີ່ການຕ້ອນຮັບ, ສອງຝ່າຍໄດ້ຕີລາຄາສູງການພົວພັນດ້ານປ້ອງກັນຊາດຫວຽດນາມ-ກໍາປູເຈຍ, ຢັ້ງຢືນນີ້ແມ່ນໜຶ່ງໃນບັນດາເສົາຄໍ້າໃນການພົວພັນລະຫວ່າງສອງປະເທດ. ໃນໄລຍະຈະມາເຖິງ, ສອງຝ່າຍຄວນສຸມໃສ່ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງແນໃສ່ແລກປ່ຽນບັນຫາຍຸດທະສາດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ຍູ້ແຮງການຮ່ວມມືໃນບັນດາຂົງເຂດ, ພິເສດແມ່ນການປ້ອງກັນຊາດ-ການທະຫານ ແນໃສ່ຍົກສູງຖານະບົດບາດການພົວພັນດ້ານປ້ອງກັນຊາດໃນການພົວພັນລວມຂອງສອງປະເທດ.

leftcenterrightdel
ທ່ານພົນໂທ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຕ້ອນຮັບທ່ານ Konstantin Vnukov ເອກອັກຄະລັດຖະທູດສະຫະພັນລັດເຊຍ ປະຈໍາຫວຽດນາມ. ພາບ: ເຟືອງລີງ.

ທີ່ການຕ້ອນຮັບທ່ານ Konstantin Vnukov ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສະຫະພັນລັດເຊຍ ປະຈຳຫວຽດນາມ, ທ່ານພົນໂທ ຟານວັນຢາງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນສາຍພົວພັນທີ່ເປັນມູນເຊື້ອກັບສະຫະພັນລັດເຊຍ ແລະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອຮັກສາ, ເພີ່ມພູນຄູນສ້າງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ, ໃນນັ້ນມີການພົວພັນດ້ານປ້ອງກັນຊາດ, ການຮ່ວມມືດ້ານເຕັກນິກ-ການທະຫານໃຫ້ນັບມື້ນັບພັດທະນາ.

leftcenterrightdel
ທ່ານພົນໂທ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ມອບຂອງຂວັນເປັນທີ່ລະນຶກໃຫ້ທ່ານ Konstantin Vnukov ເອກອັກຄະລັດຖະທູດສະຫະພັນລັດເຊຍ ປະຈໍາ ຫວຽດນາມ. ພາບ: ເຟືອງລີງ.

ທີ່ການຕ້ອນຮັບ, ສອງຝ່າຍຕີລາຄາສູງການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ ກັບໂຊວຽດ/ສະຫະພັນລັດເຊຍ ໃນກວ່າ 70 ປີຜ່ານມາ. ສອງຝ່າຍຢັ້ງຢືນວ່າ, ດ້ວຍສິນທຳ “ຄຸນທຳ, ສັດຊື່ບໍລິສຸດ, ສະເໝີຕົ້ນສະເໝີປາຍ”, ການນໍາລຸ້ນຕ່າງໆ ແລະປະຊາຊົນສອງປະເທດໄດ້ພ້ອມກັນເພີ່ມພູນຄູນສ້າງ, ຮັກສາ ແລະພັດທະນານ້ຳໃຈມິດຕະພາບທີ່ເປັນມູນເຊື້ອອັນດີງາມ, ນໍາການພົວພັນສອງປະເທດເຂົ້າສູ່ລວງເລິກ, ມີປະສິດທິຜົນ, ແທ້ຈິງ, ກາຍເປັນຄູ່ຮ່ວມມືຍຸດທະສາດຮອບດ້ານຄືໃນປະຈຸບັນ. ຈຸດພົ້ນເດັ່ນໃນການຮ່ວມມືດ້ານປ້ອງກັນຊາດໄລຍະຜ່ານມາແມ່ນກະຊວງປ້ອງກັນປະເທດສອງປະເທດ ໄດ້ຕັ້ງໜ້າສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວປ້ອງກັນຊາດໃນຂອບເຂດປີຫວຽດນາມ-ລັດເຊຍ, ລັດເຊຍ-ຫວຽດນາມ, ສະເຫຼີມສະຫຼອງ 25 ປີແຫ່ງການລົງນາມໃນສົນທິສັນຍາວ່າດ້ວຍຫຼັກການພື້ນຖານຂອງການພົວພັນມິດຕະພາບລະຫວ່າງຫວຽດນາມ ແລະສະຫະພັນລັດເຊຍ ແລະ 70 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດສຳເລັດຜົນ. ປະຈຸບັນ, ສອງຝ່າຍພວມຕັ້ງໜ້າກະກຽມໃຫ້ງານແຂ່ງຂັນການທະຫານສາກົນ (Army Games) ປີ 2021.

ໂດຍ: ເຈິ່ນຮວ່ຽນ