ທີ່ການຕ້ອນຮັບ, ທ່ານພົນໂທ ຟານວັນຢາງ ຢ້ັງຢືນວ່າ, ທັດສະນະສະເໝີຕົ້ນສະເໝີປາຍ ແລະຕະຫຼອດຂອງພັກ, ລັດ ແລະກອງທັບປະຊາຊົນຫວຽດນາມ ແມ່ນຍາມໃດກໍ່ຖືເປັນສໍາຄັນການພົວພັນກັບຈີນ, ຍາມໃດກໍ່ເຮັດຈົນສຸດຄວາມສາມາດຂອງຕົນເພື່ອປັບປຸງ, ເພີ່ມທະວີສາຍພົວພັນທີ່ເປັນມູນເຊື້ອ, ຄູ່ຮ່ວມມືຍຸດທະສາດຮອບດ້ານກັບຈີນ.

ໃນໄລຍະຈະມາເຖິງ, ກະຊວງປ້ອງກັນປະເທດສອງປະເທດ ຈະຈັດຕັ້ງບັນດາກິດຈະກຳພົວພັນຕ່າງປະເທດດ້ານປ້ອງກັນຊາດ ລວມມີ: ການເຈລະຈາຍຸດທະສາດປ້ອງກັນຊາດ, ການພົບປະແລກປ່ຽນມິດຕະພາບຊາຍແດນ ແລະການຢ້ຽມຢາມຫວຽດນາມຂອງລັດຖະມົນຕີປ້ອງກັນປະເທດຈີນ ຢ່າງເປັນທາງການ. 

leftcenterrightdel
ທ່ານພົນໂທ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ມອບຂອງຂວັນທີ່ລະນຶກໃຫ້ທ່ານ Xiong Bo ເອກອັກຄະລັດຖະທູດຈີນ ປະຈໍາຫວຽດນາມ. ພາບ: ເຟືອງລີງ.

ທີ່ການຕ້ອນຮັບ, ທ່ານພົນໂທ ຟານວັນຢາງ ແລະທ່ານເອກອັກຄະລັດຖະທູດ Xiong Bo  ຢ້ັງຢືນວ່າ, ການຮ່ວມມືດ້ານປ້ອງກັນຊາດ ແມ່ນໜຶ່ງໃນບັນດາເສົາຄໍ້າຂອງການພົວພັນລະຫວ່າງສອງພັກ, ສອງລັດ ຫວຽດນາມ-ຈີນ. ສອງຝ່າຍຢືນຢັນວ່າ, ເລື່ອງສືບຕໍ່ເສີມຂະຫຍາຍມູນເຊື້ອ, ປັບປຸງ, ຊຸກຍູ້ການຮ່ວມມືມິດຕະພາບຮອບດ້ານ ຫວຽດນາມ-ຈີນ ຢ່າງບໍ່ຢຸດຢັ້ງເວົ້າລວມ, ການຮ່ວມມືດ້ານປ້ອງກັນຊາດເວົ້າສະເພາະທັງແມ່ນຄວາມຮັບຜິດຊອບຕໍ່ປະຫວັດສາດ ທັງແມ່ນຄວາມຮຽກຮ້ອງຕ້ອງການພາວະວິໄສ, ເໝາະສົມກັບຄວາມມຸ່ງມາດປາດຖະໜາ ແລະຜົນປະໂຫຍດໂດຍພື້ນຖານ ແລະຍາວນານຂອງປະຊາຊົນ ແລະກອງທັບສອງປະເທດ.

ໂດຍ: ທູຈາງ