leftcenterrightdel
ທ່ານພົນຕີ ຫວູຈ໊ຽນຖັ໊ງ ກ່າວຄຳເຫັນທີ່ການໂອ້ລົມສົນທະນາ. ພາບ: ຮວ່າງຫວູ.

ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານພົນຕີ ຫວູຈ໊ຽນຖັ໊ງ, ຫົວໜ້າກົມພົວພັນຕ່າງປະເທດ-ກະຊວງປ້ອງກັນປະເທດຫວຽດນາມ ເນັ້ນໜັກວ່າ ວຽກງານຄົ້ນຄວ້າເຊື່ອມໂຍງເຂົ້າກັບສາກົນ ແລະການພົວພັນຕ່າງປະເທດດ້ານປ້ອງກັນຊາດ ແມ່ນໜຶ່ງໃນບັນດາພາລະ, ໜ້າທີ່ສຳຄັນຂອງກົມພົວພັນຕ່າງປະເທດ. ໃນໄລຍະຜ່ານມາ, ກົມພົວພັນຕ່າງປະເທດ ຍາມໃດກໍ່ຖືເປັນສຳຄັນ, ສຸມໃສ່ລົງທຶນໃຫ້ວຽກງານນີ້ຍ້ອນວ່ານີ້ແມ່ນວຽກງານທີ່ມີຜົນສະທ້ອນໂດຍກົງເຖິງປະສິດທິຜົນຂອງວຽກງານເປັນເສນາທິການຊ່ວຍໃຫ້ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ແກ້ໄຂການພົວພັນກັບຄູ່ຮ່ວມມືຕ່າງໆ.

leftcenterrightdel
ບັນຍາກາດທີ່ການໂອ້ລົມສົນທະນາ. ພາບ: ຮວ່າງຫວູ.

ທີ່ການໂອ້ລົມສົນທະນາ, ບັນດາຜູ້ແທນໄດ້ແລກປ່ຽນຫຼາຍມາດຕະການຢ່າງເປີດອົກເປີດໃຈ, ກົງໄປກົງມາເພື່ອປະກອບສ່ວນຊຸກຍູ້ວຽກງານຄົ້ນຄວ້າເຊື່ອມໂຍງເຂົ້າກັບສາກົນ ແລະການພົວພັນຕ່າງປະເທດດ້ານປ້ອງກັນຊາດຂອງກົມພົວພັນຕ່າງປະເທດໃນໄລຍະຈະມາເຖິງກວ່າອີກ. ບັນດາຜູ້ແທນເນັ້ນໜັກວ່າ ຕ້ອງສືບຕໍ່ຊາບຊຶມແນວທາງ, ທັດສະນະຂອງພັກ, ນະໂຍບາຍຂອງລັດຢ່າງເລິກເຊິ່ງ, ຕິດພັນກັບການຊີ້ນຳຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ເພື່ອຍົກສູງປະສິດທິຜົນວຽກງານຄົ້ນຄວ້າການເຊື່ອມໂຍງເຂົ້າກັບສາກົນ ແລະການພົວພັນຕ່າງປະເທດດ້ານປ້ອງກັນຊາດໃນສະພາບການໃໝ່.

ໂດຍ: ແສງເດືອນ