ໂຮງໝໍກາງສະໜາມຂັ້ນ 2 ເລກ 3 ຂອງຫວຽດນາມ ໄດ້ໄປເຖິງ ຊູດັງໃຕ້
ກປ.ອອນໄລ - ພາຍຫຼັງສອງວັນທີ່ເດີນທາງຈາກນະຄອນໂຮ່ຈີມິນ, ຕອນບ່າຍວັນທີ 26 ມີນາ, ຄະນະພະນັກງານ, ພາລະກອນໂຮງໝໍກາງສະໜາມຂັ້ນ 2 ເລກ 3 ຂອງຫວຽດນາມ ໄດ້ໄປເຖິງນະຄອນ Juba, ສ. ຊູດັງໃຕ້, ກຽມພ້ອມປະຕິບັດໜ້າທີ່ຮັກສາສັນຕິພາບ ສະຫະປະຊາຊາດ (ສປຊ).