ກອງປະຊຸມເຈົ້າໜ້າທີ່ອາວຸໂສປ້ອງກັນຊາດອາຊຽນ
ກປ.ອອນໄລ - ໃນລະຫວ່າງວັນທີ 24-25 ມີນາ, ກອງປະຊຸມເຈົ້າໜ້າທີ່ອາວຸໂສປ້ອງກັນຊາດອາຊຽນ (ADSOM) ໄດ້ຈັດຕັ້ງຜ່ານລະບົບທາງໄກພາຍໃຕ້ການເປັນປະທານຂອງທ່ານພົນຈັດຕະວາ Dato Seri Pahlawan Shahril Anwar bin Haji Ma’awiah, ເລຂາທິການຜູ້ປະຈໍາການກະຊວງປ້ອງກັນປະເທດບຣູໄນ. ຄະນະຜູ້ແທນຫວຽດນາມ ນໍາໂດຍທ່ານພົນໂທ ຮວ່າງຊວນຈ໊ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ເຂົ້າຮ່ວມກອງປະຊຸມ.