leftcenterrightdel
ທ່ານພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຕ້ອນຮັບທ່ານ Zhao Kezhi, ລັດຖະມົນຕີກະຊວງຕໍາຫຼວດຈີນ ພ້ອມດ້ວຍຄະນະຜູ້ແທນ. ພາບ: ຈ້ອງຫາຍ.

ທີ່ການຕ້ອນຮັບ, ສອງຝ່າຍຢັ້ງຢືນວ່າ ໃນໄລຍະຜ່ານມາ, ການຮ່ວມມືລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ແລະກະຊວງຕໍາຫຼວດຈີນ ບັນລຸໄດ້ໝາກຜົນທີ່ແທດຈິງ. ໃນສະພາບພະຍາດໂຄວິດ-19 ຜັນແປຢ່າງສັບສົນ, ກໍາລັງປ້ອງກັນຊາຍແດນ, ຄຸ້ມຄອງຊາຍແດນສອງປະເທດ ໄດ້ສົມທົບກັນຢ່າງແໜ້ນແຟ້ນໃນການຜັນຂະຫຍາຍບັນດາໜ່ວຍ, ດ່ານເພື່ອສະກັດກັ້ນໂລກພະຍາດແຜ່ລະບາດຂ້າມຊາຍແດນ, ສະກັດກັ້ນສະພາບການເຂົ້າ-ອອກເມືອງຜິດກົດໝາຍຢູ່ເຂດຊາຍແດນສອງປະເທດ.  ສອງຝ່າຍກໍ່ສະເໜີບັນດາມາດຕະການຊຸກຍູ້, ຍົກສູງປະສິດທິຜົນການຮ່ວມມືລະຫວ່າງກອງບັນຊາການທະຫານຊາຍແດນຫວຽດນາມ ແລະກົມຄຸ້ມຄອງຍົກຍ້າຍປະຊາຊົນແຫ່ງຊາດຈີນ ໃນໄລຍະຈະມາເຖິງ; ເຫັນດີເປັນເອກະພາບສືບຕໍ່ປະຕິບັດບັນດາເອກະສານນິຕິກໍາວ່າດ້ວຍຊາຍແດນ ແລະບັນດາຂໍ້ຕົກລົງສອງຝ່າຍທີ່ໄດ້ລົງນາມຢ່າງເຂັ້ມງວດ; ຜັນຂະຫຍາຍບັນດາມາດຕະການຢ່າງຄົບຊຸດ, ຮ່ວມມືຢ່າງແໜ້ນແຟ້ນໃນການຄຸ້ມຄອງ, ຄວບຄຸມການເຂົ້າ-ອອກເມືອງ; ຍົກສູງຈິດໃຈລະວັງຕົວ, ສົມທົບກັນຢ່າງແໜ້ນແຟ້ນໃນການຕໍ່ສູ້ຕ້ານອາດຊະຍາກໍາປະເພດຕ່າງໆ... ປະກອບສ່ວນຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອບຢູ່ເຂດຊາຍແດນລະຫວ່າງສອງປະເທດ.

ພາຍຫຼັງການຕ້ອນຮັບ, ລັດຖະມົນຕີສອງທ່ານ ໄດ້ລົງນາມໃນຂໍ້ຕົກລົງຮ່ວມມືກ່ຽວກັບການສ້າງກົນໄກສົມທົບກັນປະຕິບັດກົດໝາຍ 3 ຂັ້ນໃນການຄວບຄຸມ, ປ້ອງກັນດ່ານຊາຍແດນ ແລະຄຸ້ມຄອງຊາຍແດນທາງບົກ.

ໂດຍ: ທູຈາງ