ສະຫາຍພັນເອກ ວົງໄຊ ອິນທະຄຳ ທີ່ປຶກສາທູດຝ່າຍປ້ອງກັນຊາດລາວ ປະຈຳ ຫວຽດນາມ ໄດ້ເນັ້ນໜັກຄືແນວນັ້ນເມື່ອຕອບສຳພາດຕໍ່ນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 72 ປີ ແຫ່ງວັນສ້າງຕັ້ງກອງທັບປະຊາຊົນລາວ (20-01-1949/20-01-2021).

ນັກຂ່າວ: ຂໍຮຽນສະຫາຍ, ໃນໄລຍະ 72 ປີແຫ່ງມູນເຊື້ອປະຫວັດສາດອັນເຂັ້ມແຂງແຮງກ້າ, ສະຫງ່າອົງອາດຂອງກອງທັບປະຊາຊົນລາວ, ໄປຄຽງຄູ່ກັບຜົນງານອັນລໍ້າເລີດລືຊານັ້ນຍັງມີການເສຍສະຫຼະອັນໃຫຍ່ຫຼວງເພື່ອໃຫ້ປະເທດລາວຊີວິດໃນສັນຕິພາບ, ເອກະພາບ, ມີຄວາມຜາສຸກ ແລະພັດທະນາຄືໃນປັດຈຸບັນ. ຂໍໃຫ້ສະຫາຍຫວນຄືນຂີດໝາຍສໍາຄັນທີ່ມີລັກສະນະບາດລ້ຽວໃນໄລຍະແຫ່ງການສ້າງຕັ້ງ, ສູ້ຮົບ ແລະເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ?

ທ່ານພັນເອກ ວົງໄຊ ອິນທະຄຳ ທີ່ປຶກສາທູດຝ່າຍປ້ອງກັນຊາດລາວ ປະຈຳ ຫວຽດນາມ: ເພື່ອຕອບສະໜອງສະພາບການກໍ່ຄືຂະບວນການຕໍ່ສູ້ ປະຕິວັດຂອງປະຊາຊົນລາວບັນດາເຜົ່າທີ່ຮັກຊາດ, ວັນທີ 20 ມັງກອນ 1949, ກອງທັບອິດສະຫຼະ (ຕົ້ນກຳເນີດຂອງທະຫານປົດປ່ອຍ, ກອງທັບປະຊາຊົນລາວ ປະຈຸບັນ) ໄດ້ຮັບການສ້າງຕັ້ງຢູ່ເຂດທີ່ໝັ້ນລາຮຸງ-ພຽງຊາ, ເມືອງຊຽງຄໍ້, ແຂວງຫົວພັນ, ໂດຍປະທານ ໄກສອນ ພົມວິຫານ ເປັນຜູ້ກໍ່ຕັ້ງ, ນຳພາ, ຊີ້ນຳໂດຍກົງ. ເມື່ອຫາກໍ່ໄດ້ຮັບການສ້າງຕັ້ງ, ກອງທັບລາວ ຕ້ອງປະເຊີນໜ້າກັບສັດຕູທີ່ມີກຳລັງ ແລະອາວຸດທັນສະໄໝທົບຫຼາຍເທົ່າ, ແຕ່ດ້ວຍຈິດໃຈຮັກຊາດສູງສົ່ງ ແລະສືບທອດມູນເຊື້ອຕໍ່ສູ້ຢ່າງພິລະອາດຫານຂອງລຸ້ນພໍ່ລຸ້ນອ້າຍ ແລະໄດ້ຮັບການອຸ້ມຊູຊ່ວຍເຫຼືອຈາກ ປະຊາຊົນລາວບັນດາເຜົ່າ ພ້ອມກັບການຊ່ວຍເຫຼືອຢ່າງໃຫຍ່ຫຼວງຈາກບັນດາປະເທດສັງຄົມນິຍົມອ້າຍນ້ອງ. ພິເສດແມ່ນການຊ່ວຍເຫຼືອຂອງທະ ຫານອາສາສະໝັກ ແລະຊ່ຽວຊານການທະຫານຫວຽດນາມ, ສົມທົບກັນສູ້ຮົບຍາດເອົາໄຊຊະນະໃນຫຼາຍບັ້ນຮົບໃຫຍ່, ຄື: ບັ້ນຮົບຊຽງຄໍ້, ແມ່ນ້ຳມ້າ (ປີ 1949).

leftcenterrightdel
 
leftcenterrightdel
ພິທີເດີນສວນສະໜາມສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນລາວ. ພາບ: ສຳນັກຂ່າວສານຫວຽດນາມ.

ພິເສດ, ເດືອນ ເມສາ 1953, ທະຫານປະສົມລາວ-ຫວຽດ ໄດ້ສົມທົບກັນເປີດບັ້ນຮົບຢູ່ພາກເໜືອລາວ-ບັ້ນຮົບທີ່ມີຂອບຂະໜາດໃຫຍ່ທຳອິດຂອງກອງທັບປະຊາຊົນລາວ ແລະຍາດໄດ້ໄຊຊະນະທີ່ໃຫຍ່ຫຼວງປົດປ່ອຍແຂວງຊຳເໜືອ, ແຂວງຜົ້ງສາລີ ແລະສ່ວນໜຶ່ງຂອງແຂວງຊຽງຂວາງ; ພ້ອມທັງ, ສ້າງຄວາມສະດວກຊຸກຍູ້ບັນດາບັ້ນຮົບຕໍ່ໄປຍາດເອົາໄຊຊະນະຢູ່ພາກກາງ, ພາກໃຕ້ ແລະທິດຕາເວັນຕົກຂອງປະເທດລາວ. ແຕ່ປີ 1964 ຫາປີ 1973, ທະຫານປົດປ່ອຍປະຊາຊົນລາວ ໄດ້ຕີສັດຕູຍາດໄດ້ໄຊຊະນະຢ່າງຕໍ່ເນື່ອງໃນບັ້ນຮົບນ້ຳບາກ; ການເຄື່ອນທັບ “ລາມເຊີນ 719” ແລະບັ້ນຮົບທົ່ງໄຫຫີນ-ຊຽງຂວາງ (ປີ 1971)... ສ້າງທ່າ ແລະກາລະໂອກາດໃຫ້ແກ່ການປະຕິວັດລາວ. ພ້ອມທັງ, ປະກອບສ່ວນພ້ອມກັບບັນດາໄຊຊະນະດ້ານການທະຫານທີ່ມີຄວາມໝາຍຕັດສິນຢູ່ສະໜາມຮົບຫວຽດນາມ ບັງຄັບອາເມລິກາ ຕ້ອງເຊັນສັນຍາປາຣີ ກ່ຽວກັບຫວຽດນາມ (27-01-1973) ແລະສັນຍາວຽງຈັນ ກ່ຽວກັບລາວ (21-02-1973). ພິເສດ, ສົມທົບກັບການບຸກໂຈມຕີຄັ້ງໃຫຍ່ ແລະລຸກຮື້ຂຶ້ນໃນລະດູບານໃໝ່ 1975 ຂອງຊາດຫວຽດນາມ. ກອງທັບ ແລະປະຊາຊົນລາວບັນດາເຜົ່າ, ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ໄດ້ລຸກຮື້ຂຶ້ນພາບດຽວ, ບຸກໂຈມຕີສັດຕູ, ສຳເລັດການປະຕິວັດປົດປ່ອຍຊາດ, ສ້າງປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນ.

ພາຍຫຼັງປະເທດລາວ ໄດ້ປົດປ່ອຍຢ່າງສົມບູນ, ພັກ ແລະລັດລາວ ໄດ້ສຸມໃສ່ກໍ່ສ້າງກອງທັບ, ປັບປຸງ, ພັດທະນາກຳລັງແຮງບົ່ມຊ້ອນ, ກຳລັງແຮງດ້ານປ້ອງກັນຊາດເພື່ອປົກປ້ອງເອກະລາດ, ອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ. ຕາມນັ້ນແລ້ວ, ບັນດາກອງພັນໃຫຍ່, ກອງພົນຫຼັກແຫຼ່ງໄດ້ຮັບການສ້າງຂຶ້ນເປັນລຳດັບພ້ອມກັບກຳລັງ, ຄື: ປ້ອງກັນອາກາດ-ທະຫານອາກາດ, ລົດຕັງ-ຍານເກາະ, ຕິດຕໍ່ສື່ສານ...; ລະບົບວິທະຍາຄານ, ໂຮງຮຽນກອງທັບກໍ່ໄດ້ຮັບການກໍ່ສ້າງ ແລະສຳເລັດເທື່ອລະກ້າວ... ກອງທັບປະຊາຊົນລາວ ສືບຕໍ່ປົກປັກຮັກສາ ແລະເສີມຂະຫຍາຍຄຸນທາດການປະຕິວັດຂອງຕົນ, ຍາມໃດກໍ່ເຊີດຊູສະຕິລະວັງຕົວ, ກຽມພ້ອມສູ້ຮົບ ແລະຍາດໄດ້ໄຊຊະນະ; ແມ່ນກຳລັງຫຼັກແຫຼ່ງໃນການປະຕິບັດແນວທາງທົ່ວປວງຊົນປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຮອບດ້ານຂອງພັກ; ປົກປ້ອງເອກະລາດອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນຂອງປະເທດ; ຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ, ປະກອບສ່ວນປະຕິບັດໜ້າທີ່ສ້າງສາ ແລະປົກປັກຮັກສາປະເທດຊາດຢ່າງມີໄຊ.

ໃນໄລຍະຈະມາເຖິງ, ກອງທັບປະຊາຊົນລາວ ຍາມໃດກໍ່ຢຶດໝັ້ນ ແລະປະຕິບັດແນວທາງພົວພັນຕ່າງປະເທດທີ່ຖືກຕ້ອງຂອງພັກ, ສ້າງສາຍພົວພັນສະໜິດແໜ້ນກັບກອງທັບບັນດາປະເທດເພື່ອນມິດ, ພັດທະນາສາຍພົວພັນເປີດກວ້າງກັບກອງທັບປະເທດຕ່າງໆໃນພາກພື້ນ. ກໍ່ສ້າງກອງທັບປະຊາຊົນລາວ ໃຫ້ເປັນກຳລັງຫຼວງ, ຍອດຢ້ຽມ ແລະທັນສະໄໝເທື່ອລະກ້າວ, ກາຍເປັນປັດໄຈສຳຄັນທີ່ສຸດເພື່ອຍາດໄດ້ໄຊຊະນະຢູ່ແນວຮົບ, ສ້າງເງື່ອນໄຂສະດວກຮັບປະກັນຜົນສຳເລັດໃນການຕໍ່ສູ້ດ້ານການເມືອງ, ປະກອບສ່ວນສຳຄັນເພີ່ມກຳລັງແຮງຂອງຊາດ ແລະກຳລັງແຮງຂອງຍຸກສະໄໝເພື່ອຍາດໄດ້ໄຊຊະນະໃນພາລະກິດປົດປ່ອຍຊາດ ແລະປະສົບຜົນສຳເລັດໃນກິດຈະການປົກປັກຮັກສາປະເທດຊາດ.

leftcenterrightdel
ທ່ານພັນເອກ ວົງໄຊ ອິນທະຄຳ ທີ່ປຶກສາທູດຝ່າຍປ້ອງກັນຊາດລາວ ປະຈຳ ຫວຽດນາມ ຕອບສຳພາດຕໍ່ນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ.

ນັກຂ່າວ: ແຕ່ດົນນານມາແລ້ວ, ການພົວພັນຫວຽດນາມ-ລາວ ໄດ້ຮັບການຢັ້ງຢືນວ່າແມ່ນການພົວພັນສາກົນທີ່ເປັນແບບຢ່າງ, ຫາຍາກ, ສັດຊື່ບໍລິສຸດ ແລະໂປ່ງໃສ, ແມ່ນກົດເກນແຫ່ງການຄົງຕົວ ແລະຂະຫຍາຍຕົວ, ແມ່ນໜຶ່ງໃນບັນດາປັດໄຈຮັບປະກັນໄຊຊະນະຂອງພາລະກິດການປະຕິວັດແຕ່ລະປະເທດ, ໂດຍສະເພາະແມ່ນກອງທັບສອງປະເທດ ຍາມໃດກໍຄຽງບ່າຄຽງໄຫຼ່ນຳກັນໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ. ຄວາມຮູູ້ສຶກຂອງສະຫາຍກ່ຽວກັບການພົວພັນພິເສດຫວຽດນາມ-ລາວ ເປັນຄືແນວໃດ? ຂໍຮຽນສະຫາຍ?

ທ່ານພັນເອກ ວົງໄຊ ອິນທະຄຳ ທີ່ປຶກສາທູດຝ່າຍປ້ອງກັນຊາດລາວ ປະຈຳ ຫວຽດນາມ: ເມື່ອຫວນຄືນໄລຍະທາງແຫ່ງການພັດທະນາຂອງການພົວພັນສອງປະເທດ, ພວກເຮົາມີຄວາມພາກພູມໃຈເມື່ອເຫັນວ່າການພົວພັນມິດຕະພາບທີ່ຍິງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ ໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ, ນັບມື້ນັບມີການປ່ຽນແປງໃໝ່ ແລະພັດທະນາຢ່າງເລິກເຊິ່ງ. ສືບທອດ ແລະເສີມຂະຫຍາຍມູນເຊື້ອອັນລ້ຳຄ່ານັ້ນ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດໄດ້ ແລະພວມຍາດໄດ້ບັນດາຜົນງານທີ່ໃຫຍ່ຫຼວງ. ມູນເຊື້ອສາມັກຄີແບບພິເສດນັບມື້ນັບສວຍງາມ, ແມ່ນຊັບສົມບັດອັນລ້ຳຄ່າຂອງສອງຊາດລາວ -ຫວຽດນາມ ຕະຫຼອດໄປ. ຄືດັ່ງປະທານໂຮ່ຈີມິນ, ຜູ້ນຳທີ່ຍິ່ງໃຫຍ່ຂອງປະຊາຊົນຫວຽດນາມ ເຄີຍເວົ້າເຖິງນ້ຳໃຈສາມັກຄີລະຫວ່າງສອງຊາດດ້ວຍບົດກະວີທີ່ລືຊື່: “ຮັກຫອມກັນໝາຍໝັ້ນ, ຫຼາຍສັນພູກໍ່ປີ່ນໄຕ່/ ຫຼາຍນ້ຳໃຫຍ່ ແລະໂຄກຄ້ອຍຂວາງຂັ້ນກໍ່ດຸ່ງໄປ/ ສອງຊາດລາວ-ຫວຽດໄດ້ ຝັງຄວາມຮັກຢູ່ໃນໃຈ/ ຮົງຮ່າທັງແມ່ຂອງບໍ່ເລິກປຸນປານໄດ້ ຫຼືປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນລາວບັນດາເຜົ່າ ກໍ່ເຄີຍຢັ້ງຢືນວ່າ “ສາຍນ້ຳອາດຈະເຫືອດແຫ້ງ, ໜ່ວຍພູອາດຈະເຊາະເຈື່ອນແຕ່ນ້ຳໃຈຮັກແພງລະຫວ່າງ ລາວ-ຫວຽດນາມ ຈະບໍ່ມີວັນປ່ຽນແປງ”.

ບົນພື້ນຖານຄວາມຮັບຮູ້ຢ່າງຖືກຕ້ອງກ່ຽວກັບຄວາມສຳຄັນຂອງພັນທະມິດຍຸດທະສາດພິເສດລະຫວ່າງສອງພັກ, ສອງລັດ, ສອງກອງທັບ, ຊຸມປີຜ່ານມາກອງທັບປະຊາຊົນສອງປະເທດໄດ້ຄຽງບ່າຄຽງໄຫຼ່ນຳກັນໃນການເຄື່ອນໄຫວກໍ່ສ້າງກຳລັງປະກອບອາວຸດ, ປົກປັກຮັກສາເອກະລາດ, ອະທິປະໄຕຂອງແຕ່ລະປະເທດ, ກໍ່ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ ແລະຄວາມໝັ້ນຄົງດ້ານການເມືອງ. ເປັນເອກະພາບຕໍ່ແນວທາງ, ແຜນນະໂຍບາຍລະຫວ່າງສອງພັກ, ລັດ ແລະກອງທັບສອງປະເທດສະແດງອອກໃຫ້ເຫັນໃນການຕີລາຄາສະພາບການ, ກຳນົດໜ້າທີ່, ໃນ ແຜນການສົມທົບກັນກະທຳລະຫວ່າງກອງທັບປະຊາຊົນຫວຽດນາມ ແລະກອງທັບປະຊາຊົນລາວ. ບັນດາຜົນງານທີ່ບັນລຸໄດ້ຂອງກອງທັບສອງປະເທດໃນຊຸມປີຜ່ານມາໄດ້ປະກອບສ່ວນສຳຄັນເຂົ້າໃນການປັບປຸງການພົວພັນແບບພິເສດນັບມື້ນັບຍືນຍົງ, ປົກປ້ອງໝາກຜົນການປະຕິວັດ, ຮັກສາເອກະລາດ, ອິດສະຫຼະພາບ ແລະຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ.

ນັກຂ່າວ: ໃນສະພາບການໂລກມີການຜັນແປຢ່າງສັບສົນ, ຄາດຄະເນໄດ້ຍາກ, ບັນດາໄພຂົ່ມຂູ່ຈາກຄວາມໝັ້ນຄົງທີ່ບໍ່ແມ່ນການທະຫານໄດ້ກະທົບເຖິງການພົວພັນສາກົນ, ຕາມສະຫາຍແລ້ວກອງທັບສອງປະເທດ ຕ້ອງເຮັດແນວໃດເພື່ອຊຸກຍູ້ການພົວພັນມິດຕະພາບ ແລະການຮ່ວມມືໃຫ້ເຂົ້າສູ່ລວງເລິກ ແລະແທດຈິງ?

ສະຫາຍພັນເອກ ວົງໄຊ ອິນທະຄຳ ທີ່ປຶກສາທູດຝ່າຍປ້ອງກັນຊາດລາວ ປະຈຳ ຫວຽດນາມ: ມາຮອດປະຈຸບັນ, ຂ້າພະເຈົ້າສາມາດຢັ້ງຢືນໄດ້ວ່າ ໂລກໄດ້ ແລະພວມປ່ຽນແປງ, ແຕ່ວ່າການພົວພັນສາມັກຄີທີ່ບໍລິສຸດຜຸດຜ່ອງລະຫວ່າງລາວ-ຫວຽດນາມ ຍັງໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ. ໃນທຸກສະພາບການ, ປະຊາຊົນ, ກອງທັບສອງປະເທດຍາມໃດກໍ່ສະຫງວນໃຫ້ກັນການສະໜັບສະໜູນ ແລະການຊ່ວຍເຫຼືອຢ່າງສຸດໃຈບົນຈິດໃຈສະຫາຍ, ອ້າຍນ້ອງເພື່ອພາລະກິດເອກະລາດແຫ່ງຊາດ, ເພື່ອສິດໄດ້ດຳລົງຊີວິດຢ່າງເອກະລາດ, ຄວາມຜາສຸກ ແລະສ້າງສາປະເທດໃຫ້ວັດທະນາຖາວອນຂອງແຕ່ລະປະເທດ.

ເຖິງຢ່າງໃດກໍ່ຕາມ, ໃນສະພາບການໂລກ ແລະພາກພື້ນສືບຕໍ່ມີການຜັນແປຫຼາຍຢ່າງ, ບັນດາໄພນາບຂູ່ຈາກຄວາມໝັ້ນຄົງບໍ່ແມ່ນການທະຫານໄດ້ສົ່ງຜົນກະທົບຢ່າງແຮງຕໍ່ສາຍພົວພັນສາກົນ, ມີທັງຄວາມສະດວກ ແລະຄວາມຫຍຸ້ງຍາກ, ສິ່ງທ້າທາຍສະຫຼັບຊັບຊ້ອນປະປົນກັນໄປ. ເພື່ອປົກປ້ອງ, ຮັກສາ ແລະເສີມຂະຫຍາຍສາຍພົວພັນແບບພິເສດຫວຽດນາມ ໄດ້ຮັບການເພີ່ມພູນຄູນສ້າງສ້າງບໍ່ພຽງແຕ່ດ້ວຍຢາດເຫື່ອເທົ່ານັ້ນ ຫາກຍັງດ້ວຍເລືອດເນື້ອຂອງພະນັກງານ, ນັກຮົບ ແລະປະຊາຊົນສອງປະເທດອີກດ້ວຍ.

ກອງທັບປະຊາຊົນສອງປະເທດຕ້ອງເພີ່ມທະວີການຮ່ວມມືແບບຍືນຍົງ; ຍົກສູງຈິດໃຈຊ່ວຍເຫຼືອ, ໜູນຊ່ວຍກັນໃນທຸກສະພາບການ; ແບ່ງປັນ ແລະແລກປ່ຽນບົດຮຽນກ່ຽວກັບການກໍ່ສ້າງກອງທັບໃຫ້ນັບມື້ນັບເຂັ້ມແຂງ; ສືບຕໍ່ເພີ່ມທະວີການໂຄສະນາສຶກສາດ້ວຍຫຼາຍຮູບການທີ່ອຸດົມສົມບູນ ແລະແທດຈິງກ່ຽວກັບສາຍພົວພັນສາມັກຄີແບບພິເສດຫວຽດນາມ-ລາວ ເພື່ອໃຫ້ພະນັກງານ, ນັກຮົບໃນທົ່ວກອງທັບ ແລະປະຊາຊົນສອງປະເທດ, ພິເສດແມ່ນຊາວໜຸ່ມ, ເຍົາວະຊົນໃນປະຈຸບັນ ແລະພາຍພາກໜ້າມີຄວາມຜິດຊອບປົກປ້ອງ, ຮັກສາ, ແລະພັດທະນາສາຍພົວພັນສາມັກຄີທີ່ຍິງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງລາວ ແລະຫວຽດນາມ. ນັ້ນບໍ່ພຽງແຕ່ແມ່ນຄວາມຮັບຜິດ ຊອບຂອງພວກເຮົາຕໍ່ກັບປະຫວັດສາດຂອງສອງປະເທດ, ສອງຊາດເທົ່ານັ້ນຫາກຍັງເພື່ອການພັດທະນາແບບຍືນຍົງ ແລະອະນາຄົດອັນສົດໃສ ຂອງລາວ ແລະຫວຽດນາມ ອີກດ້ວຍ.

ນັກຂ່າວ: ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດຫວຽດນາມ, ສະຫາຍມີຄໍາອວຍພອນໃດແດ່ທີ່ຈະສົ່ງໄປຍັງປະຊາຊົນ ແລະກອງທັບປະຊາຊົນຫວຽດນາມ?

ສະຫາຍພັນເອກ ວົງໄຊ ອິນທະຄຳ ທີ່ປຶກສາທູດຝ່າຍປ້ອງກັນຊາດລາວ ປະຈຳ ຫວຽດນາມ: ເນື່ອງໃນໂອກາດບຸນປີໃໝ່ ແລະລະດູບານໃໝ່ໃກ້ຈະວຽນມາອີກວາລະໜຶ່ງ, ຂ້າພະເຈົ້າ ຂໍສົ່ງເຖິງພະນັກງານ, ນັກຮົບໃນທົ່ວກຳລັງປະກອບອາວຸດ ແລະປະຊາຊົນຫວຽດນາມ ທຸກຄົນອາລົມຈິດຄວາມຮັກແພງທີ່ສະໜິດສະໜົມ ແລະຄຳອວຍພອນປີໝ່ທີ່ດີງາມທີ່ສຸດ.

ອວຍພອນໃຫ້ປະຊາຊົນຫວຽດນາມ ອ້າຍນ້ອງ, ກອງທັບປະຊາຊົນຫວຽດນາມ ພາຍໃຕ້ການນຳພາຢ່າງສະຫຼາດສະຫຼຽວຈະບັນລຸໄດ້ຜົນງານອັນໃຫຍ່ຫຼວງຫຼາຍຢ່າງກວ່າອີກໃນກິດຈະການສ້າງສາປະເທດຫວຽດນາມ ແຫ່ງສັນຕິພາບ, ເອກະລາດ, ເອກະພາບ, ວັດທະນາຖາວອນ, ນັບມື້ນັບອີ່ມໜຳສຳລານ, ມີຄວາມຜາສຸກ, ຖານະບົດບາດສາກົນນັບມື້ນັບໄດ້ຮັບການຍົກສູງຂຶ້ນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດເອກະລາດ, ປະຊາທິປະໄຕ ແລະຄວາມກ້າວໜ້າຂອງສັງຄົມ.

ອວຍພອນໃຫ້ນ້ຳໃຈມິດຕະພາບ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

ໂດຍ: ແສງເດືອນ