leftcenterrightdel
ທ່ານພົນໂທ ຫງວຽນຈີ໊ວີ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ເປັນປະທານຮ່ວມການເຈລະຈານະໂຍບາຍປ້ອງກັນຊາດຫວຽດນາມ-ອິນເດຍ ຄັ້ງທີ 13. ພາບ: qdnd.vn.

ທີ່ການເຈລະຈາ, ສອງຝ່າຍຖືວ່າ ເຖິງວ່າຖືກຜົນສະທ້ອນຈາກພະຍາດໂຄວິດ-19 ກໍ່ຕາມ, ແຕ່ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍຍັງໄດ້ຮັບການຮັກສາ ແລະພັດທະນາ. ກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ, ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ຜັນຂະຫຍາຍບັນດາເນື້ອໃນການຮ່ວມມືຢ່າງມີປະສິດທິຜົນ; ສອງຝ່າຍເຫັນດີເປັນເອກະສັນຈະສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຮ່ວມມືໃນຂົງເຂດຕ່າງໆ, ຄື: ການບໍາລຸງສ້າງພະນັກງານ, ເຫຼົ່າທັບ-ເຫຼົ່າຮົບ, ອຸດສາຫະກໍາປ້ອງກັນຊາດ, ການຮັກສາສັນຕິພາບ ສປຊ, ການຮ່ວມມືໃນບັນດາເວທີປາໄສຫຼາຍຝ່່າຍ.

*ໃນວັນດຽວກັນ, ທີ່ນະຄອນຍາຈາງ, ທ່ານພົນໂທ ຫງວຽນຈີ໊ວີ້ງ ໄດ້ລົງຢ້ຽມຢາມ ແລະເຮັດວຽກຢູ່ໂຮງຮຽນນາຍທະຫານສື່ສານ ທີ່ຂຶ້ນກັບເຫຼ່ົາຮົບສື່ສານ ແລະເຂົ້າຮ່ວມພິທີເປີດສະຫຼອງສູນເຕັກໂນໂລຢີຂໍ້ມູນຂ່າວສານ ແລະພາສາຕ່າງປະເທດ ໂດຍລັດຖະບານອິນເດຍ ອຸປະຖໍາດ້ວຍທຶນຊ່ວຍເຫຼືອລ້າ.

ກ່າວຄໍາເຫັນທີ່ພິທີ, ທ່ານພົນໂທ ຫງວຽນຈີ໊ວີ້ງ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການຊ່ວຍເຫຼືອອັນລໍ້າຄ່າ, ເຕັມໄປດ້ວຍຄວາມຮັບຜິດຊອບຂອງລັດຖະບານ, ກອງທັບອິນເດຍ ໃນການກໍ່ສ້າງສູນດັ່ງກ່າວ, ພ້ອມທັງຢັ້ງຢືນສາຍພົວພັນຮ່ວມມືມິດຕະພາບທີ່ມີລວງເລິກ, ມີປະສິດທິຜົນລະຫວ່າງລັດຖະບານ, ກອງທັບ ແລະປະຊາຊົນສອງປະເທດຫວຽດນາມ-ອິນເດຍ.

ສ່ວນທ່ານ Ajai Kumar ກໍ່ສະແດງຄວາມເຊື່ອໝັ້ນວ່າ “ສູນດັ່ງກ່າວຈະກາຍເປັນສະຖານທີ່ແຖວໜ້າໃນການບໍາລຸງສ້າງ ເຕັກໂນໂລຢີຂໍ້ມູນຂ່າວສານໃຫ້ກອງທັບປະຊາຊົນຫວຽດນາມ ຢ່າງແນ່ນອນ ແລະເປັນສັນຍາລັກໃຫ້ສາຍພົວພັນຮ່ວມມືສອງຝ່າຍຂອງສອງປະເທດໃນການບໍາລຸງສ້າງ, ພັດທະນາຊັບພະຍາກອນມະນຸດ".

ໂດຍ: ທູຈາງ