ທີ່ການຕ້ອນຮັບ, ທ່ານພົນຈັດຕະວາ ເລວັນຟຸກ ຢັ້ງຢືນວ່າ ໃນຊຸມປີຜ່ານມາ, ໂດຍປະຕິບັດຕາມແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນຕ່າງປະເທດຂອງພັກ, ລັດຫວຽດນາມ ເປັນຫຼາຍຮູບຫຼາຍແບບ, ການພົວພັນຮ່ວມມືລະຫວ່າງຫວຽດນາມ ກັບບັນດາປະເທດໃກ້ຄຽງ, ປະເທດໃຫຍ່, ປະເທດເພື່ອນມິດທີ່ເປັນມູນເຊື້ອ ແລະປະເທດຄູ່ຮ່ວມມື, ໃນນັ້ນມີອົດສະຕາລີ ນັບມື້ໄດ້ຮັບການປັບປຸງ ແລະພັດທະນາຢ່າງບໍ່ຢຸດຢັ້ງ.

leftcenterrightdel
ທ່ານພົນຈັດຕະວາ ເລວັນຟຸກ, ຮອງຜູ້ບັນຊາການທະຫານຊາຍແດນ ຕ້ອນຮັບທ່ານ Anthony Kneipp. ພາບ: www.bienphong.com.vn.

ເພື່ອໃຫ້ການພົວພັນລະຫວ່າງກະຊວງພາຍໃນອົດສະຕາລີ ແລະກອງບັນຊາການທະຫານຊາຍແດນຫວຽດນາມ ນັບມື້ໄດ້ຮັບການພັດທະນາອັນດີງາມຕາມເນື້ອໃນຈິດໃຈການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ອົດສະຕາລີ, ໃນໄລຍະຈະມາເຖິງ, ທ່ານພົນຈັດຕະວາ ເລວັນຟຸກ ໄດ້ສະເໜີໃຫ້ສອງຝ່າຍສືບຕໍ່ເພີ່ມທະວີການພົວພັນຕ່າງປະເທດ, ການຮ່ວມມືແລກປ່ຽນ, ແບ່ງປັນຂໍ້ມູນຂ່າວສານທີ່ກ່ຽວຂ້ອງເຖິງອາດຊະຍາກໍາຄວາມໝັ້ນຄົງທີ່ບໍ່ແມ່ນການທະຫານ, ຕ້ານການກໍ່ການຮ້າຍໃຫ້ຫຼາຍກວ່າອີກ; ສືບຕໍ່ສົມທົບກັນຍູ້ແຮງວຽກງານສື່ຂ່າວໃຫ້ວົງຄະນະຍາດເພື່ອປ້ອງກັນ, ຕ້ານການອົບພະຍົບຢ່າງຜິດກົດໝາຍ, ຍົກສູງຄວາມຮັບຮູ້ ແລະຄວາມເຂົ້າໃຈໃຫ້ແກ່ປະຊາຊົນຢູ່ເຂດຊາຍແດນກ່ຽວກັບຄວາມສ່ຽງ ແລະຜົນຕາມມາຂອງການອົບພະຍົບຜິດກົດໝາຍ.

leftcenterrightdel
ທ່ານພົນຈັດຕະວາ ເລວັນຟຸກ, ຮອງຜູ້ບັນຊາການທະຫານຊາຍແດນມອບຂອງຂວັນທີ່ລະນຶກໃຫ້ທ່ານ Anthony Kneipp. ພາບ: www.bienphong.com.vn.

ສ່ວນທ່ານ Anthony Kneipp ໄດ້ກ່າວຄໍາຂອບໃຈຕໍ່ການນໍາກອງບັນຊາການທະຫານຊາຍແດນ ທີ່ໄດ້ສ້າງເງື່ອນໄຂສະດວກເພື່ອໃຫ້ຕົນເອງປະຕິບັດສໍາເລັດໜ້າທີ່ໃນອາຍຸການປະຕິບັດໜ້າທີ່ການທູດຂອງຕົນ, ພ້ອມທັງສະແດງຄວາມເຫັນດີເຫັນພ້ອມຕໍ່ບັນດາມາດຕະການສົມທົບກັນລະຫວ່າງສອງຝ່າຍໃນໄລຍະຈະມາເຖິງ ແລະໃຫ້ຮູ້ວ່າ ທ່ານຈະຮັບເອົາຂໍ້ມູນຈາກກອງບັນຊາການທະຫານຊາຍແດນ, ກະຊວງປ້ອງກັນປະເທດຫວຽດນາມ ກ່ຽວກັບບັນດາຂົງເຂດຮ່ວມມືລະຫວ່າງສອງຝ່າຍເພື່ອຖ່າຍທອດໃຫ້ຜູ້ທີ່ມາຮັບໜ້າທີ່ຄົນໃໝ່ແນໃສ່ປະກອບສ່ວນສືບຕໍ່ຍົກສູງປະສິດທິຜົນການສົມທົບກັນລະຫວ່າງສອງຝ່າຍ.

ໂດຍ: ໄຊຊະນະ