leftcenterrightdel
ທ່ານພົນຕີ ຫງວຽນວັນເຫງັຍ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມກອງປະຊຸມຜ່ານລະບົບທາງໄກ. ພາບ: ວັນຮ໊ຽວ.

ພາຍຫຼັງພິທີໄຂກອງປະຊຸມ, ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລືຕາມຫົວຂໍ້ “ສະໜິດຕິດພັນ ແລະເປັນເຈົ້າການຮັບມືຂອງກອງທັບບັນດາປະເທດອາຊຽນ ເພື່ອແກ້ໄຂບັນດາສິ່ງທ້າທາຍຄວາມໝັ້ນຄົງຢູ່ພາກພື້ນໃນສະພາບເປັນປົກກະຕິຄືນໃໝ່ຍ້ອນພະຍາດໂຄວິດ-19”.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານພົນຕີ ຫງວຽນວັນເຫງັຍ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ຕີລາຄາສູງຕໍ່ການຕັ້ງໜ້າ, ເປັນເຈົ້າການ, ຮອບຄອບຖີ່ຖ້ວນຂອງປະເທດເຈົ້າພາບບຣູໄນ ໃນການກະກຽມໃຫ້ກອງປະຊຸມ ACAMM-21; ພ້ອມທັງເນັ້ນໜັກວ່າ ໂລກ ແລະພາກພື້ນກໍາລັງສືບຕໍ່ປະເຊີນໜ້າກັບສິ່ງທ້າທາຍຄວາມໝັ້ນຄົງຫຼາຍຢ່າງທັງແບບເກົ່າ ແລະແບບໃໝ່, ຄື: ການແກ່ງແຍ້ງອະທິປະໄຕຜືນແຜ່ນດິນ, ການກໍ່ການຮ້າຍ, ອາດຊະຍາກໍາຂ້າມຊາດ... ພິເສດແມ່ນຄວາມໝັ້ນຄົງຢູ່ທະເລສືບຕໍ່ມີການຜັນແປຢ່າງສັບສົນໃນສະພາບບັນດາປະເທດກໍາລັງມານະພະຍາຍາມຮັບມືກັບພະຍາດໂຄວິດ-19.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຜ່ານລະບົບທາງໄກ. ພາບ: ວັນຮ໊ຽວ.

ທ່ານພົນຕີ ຫງວຽນວັນເຫງັຍ ໄດ້ແບ່ງປັນບົດຮຽນກ່ຽວກັບການຮັບມືກັບພະຍາດໂຄວິດ-19 ແລະໄພທໍາມະຊາດ, ນໍ້າຖ້ວມໃນໄລຍະຜ່ານມາຂອງກອງທັບປະຊາຊົນຫວຽດນາມ; ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ, ດ້ວຍຈິດໃຈສະໜິດຕິດພັນ ແລະເປັນເຈົ້າການຮັບມື, ກໍາລັງທະຫານບົກບັນດາປະເທດອາຊຽນ ຈະສືບຕໍ່ສາມັກຄີກັນ, ແບ່ງປັນບົດຮຽນ ແລະໜູນຊ່ວຍເຊິ່ງກັນ ແລະກັນ, ຊອກໄດ້ຂໍ້ລິເລີ່ມເພື່ອຊຸກຍູ້ການຮ່ວມມື, ຮັບມືກັບບັນດາສິ່ງທ້າທາຍຄວາມໝັ້ນຄົງລວມທີ່ເກີດຂຶ້ນຢ່າງມີປະສິດທິຜົນ, ເພື່ອສັນຕິພາບ ແລະວັດທະນາຖາວອນຂອງພາກພຶ້ນ.

ສິ້ນສຸດກອງປະຊຸມ ໄດ້ດໍາເນີນພິທີມອບ-ຮັບຕໍາແໜ່ງເປັນປະທານ ACAMM ໃຫ້ທະຫານບົກມຽນມາ.

ໂດຍ: ດັ້ງເກືື່ອງ