ທີ່ການຕ້ອນຮັບ, ທ່ານພົນເອກ ເລືອງເກື່ອງ ໄດ້ຂອບໃຈທ່ານ Pranay Verma ທີ່ຍາມໃດກໍ່ເອົາໃຈໃສ່, ຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງສອງປະເທດ, ສອງກອງທັບຫວຽດນາມ ແລະອິນເດຍ; ພ້ອມທັງຊົມເຊີຍບັນດາຜົນງານອັນໃຫຍ່ຫຼວງ ແລະການພັດທະນາຢ່າງແຮງຂອງອິນເດຍ, ກໍ່ຄືຖານະບົດບາດສໍາຄັນຂອງປະເທດນີ້ ນັບມື້ນັບໄດ້ຮັບການຢັ້ງຢືນຢູ່ພາກພື້ນ ແລະໃນໂລກ.

leftcenterrightdel
ທ່ານພົນເອກ ເລືອງເກື່ອງ ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ແລກປ່ຽນກັບທ່ານ Pranay Verma ເອກອັກຄະລັດຖະທູດອິນເດຍ ປະຈໍາ ຫວຽດນາມ. ພາບ: ວັນຮ໊ຽວ.

ສ່ວນທ່ານ Pranay Verma ຢັ້ງຢືນວ່າ ໃນໄລຍະຜ່ານມາ, ການຮ່ວມມືດ້ານປ້ອງກັນຊາດ ຍາມໃດກໍ່ແມ່ນໜຶ່ງໃນບັນດາເສົາຄ້ຳສໍາຄັນໃນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ.

ສອງຝ່າຍຕີລາຄາສູງຕໍ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ອິນເດຍ ແລະໝາກຜົນການຮ່ວມມືດ້ານປ້ອງກັນຊາດໃນໄລຍະຜ່ານມາ ເຖິງວ່າໄດ້ຮັບຜົນສະທ້ອນຈາກພະຍາດໂຄວິດ-19 ກໍ່ຕາມ.

leftcenterrightdel
ທ່ານພົນເອກ ເລືອງເກື່ອງ ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ມອບຂອງຂວັນທີ່ລະນຶກໃຫ້ທ່ານ Pranay Verma ເອກອັກຄະລັດຖະທູດອິນເດຍ ປະຈໍາ ຫວຽດນາມ. ພາບ: ວັນຮ໊ຽວ.

ກ່ຽວກັບທິດທາງຮ່ວມມືໃນໄລຍະຈະມາເຖິງ, ທ່ານພົນເອກ ເລືອງເກື່ອງ ແລະທ່ານ Pranay Verma ເຫັນດີເປັນເອກະພາບສືບຕໍ່ຊຸກຍູ້ບັນດາຂໍ້ຕົກລົງລະຫວ່າງການນໍາຂັ້ນສູງສອງປະເທດ, ສອງກະຊວງປ້ອງກັນປະເທດ, ນໍາການຮ່ວມມືລະຫວ່າງກອງທັບສອງປະເທດເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນ, ຕອບສະໜອງຄວາມມຸ່ງມາດປາດຖະໜາອັນຊອບທໍາຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ.

ໂດຍ: ເຈິ່ນຮວ່ຽນ