leftcenterrightdel
ທ່ານພົນໂທ ຫງວຽນຈີ໊ວິ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ນໍາໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມການເຈລະຈາໃນວັນທີ 6 ພະຈິກ 2020. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ການເຈລະຈານະໂຍບາຍດ້ານປ້ອງກັນຊາດຫວຽດນາມ-ສິງກະໂປ ຄັ້ງທີ 11 ພາຍໃຕ້ການເປັນປະທານຮ່ວມຂອງທ່ານພົນໂທ ຫງວຽນຈີ໊ວິ້ງ ແລະຄູ່ຕໍາແໜ່ງທ່ານ Chan Heng Kee ເລຂານຸການຜູ້ປະຈຳການກະຊວງປ້ອງກັນປະເທດສິງກະໂປ, ສອງຝ່າຍໄດ້ແບ່ງປັນທັດສະນະກ່ຽວກັບສະພາບການຄວາມໝັ້ນຄົງໃນໂລກ ແລະພາກພື້ນ; ເນັ້ນໜັກເຖິງຄວາມສໍາຄັນຂອງການຮັກສາຄວາມໝັ້ນຄົງ, ຄວາມເສລີໃນການເດີນທະເລ ແລະການບິນ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982) ແລະບັນດາຄໍາໝັ້ນສັນຍາພາກພື້ນ. ໃນສະພາບການປະຈຸບັນ, ອາຊຽນ, ໃນນັ້ນມີກົນໄກ ADMM, ADMM+ ນັບມື້ນັບມີບົດບາດສໍາຄັນ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ຮ່ວມມືຢູ່ພາກພື້ນ.

leftcenterrightdel
ທ່ານ Chan Heng Kee ເປັນສັກຂີພິຍານທ່ານພົນໂທ ຫງວຽນຈີ໊ວິ້ງ ເຊັນປຶ້ມອະນຸສອນກ່ຽວກັບການຢ້ຽມຢາມວັນທີ 6 ພະຈິກ 2020. ພາບ: ສໍານັກຂ່າວສານຫວຽດນາມ.

ກ່ຽວກັບການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ, ໃນໄລຍະຈະມາເຖິງ, ຕໍ່ໜ້າສະພາບການຄວາມໝັ້ນຄົງ ແລະພະຍາດໂຄວິດ-19 ຍັງຜັນແປຢ່າງສັນສົນ, ສອງຝ່າຍຄວນມີໄຫວພິບ ແລະມີຫົວຄິດປະດິດສ້າງໃນການຮັກສາ ແລະຈັດຕັ້ງບັນດາກົນໄກເຈລະຈາທີ່ມີຢູ່ແລ້ວ, ເປັນຕົ້ນແມ່ນການເຈລະຈານະໂຍບາຍດ້ານປ້ອງກັນຊາດຂັ້ນຮອງລັດຖະມົນຕີ... ເພື່ອສືບຕໍ່ນໍາການຮ່ວມມືດ້ານປ້ອງກັນຊາດໃຫ້ນັບມື້ນັບແທດຈິງ, ມີປະສິດທິຜົນ, ເໝາະສົມກັບສະພາບການໃໝ່, ສອງຝ່າຍໄດ້ເຫັນດີເປັນເອກະພາບຈະລົງນາມສັນຍາກ່ຽວກັບການຮ່ວມມືດ້ານປ້ອງກັນຊາດສອງຝ່າຍຫວຽດນາມ-ສິງກະໂປ, ປ່ຽນແທນໃຫ້ສັນຍາປີ 2009 ລະຫວ່າງສອງລັດຖະບານ ແລະມອບໃຫ້ບັນດາອົງການທີ່ກ່ຽວຂ້ອງສືບຕໍ່ກວດກາຄືນເນື້ອໃນ, ເຮັດໃຫ້ສໍາເລັດລະບຽບການເພື່ອລົງນາມໃນເວລາທີ່ເໝາະສົມ.

ໂດຍ: ເຈິ່ນຮວ່ຽນ