ໂດຍຊາບຊຶມແນວທາງ, ທັດສະນະ, ນະໂຍບາຍພົວພັນຕ່າງປະເທດຂອງພັກ, ລັດ ຢ່າງເລິກເຊິ່ງ, ໃນຊຸມປີຜ່ານມາ, ທະຫານເຮືອປະຊາຊົນຫວຽດນາມ ໄດ້ຕັ້ງໜ້າເປັນເສນາທິການ, ສະເໜີໃຫ້ຄະນະພັກການທະຫານສູນກາງ ແລະກະຊວງປ້ອງກັນປະເທດກ່ຽວກັບບັນດາເນື້ອໃນ, ມາດຕະການຜັນຂະຫຍາຍວຽກງານພົວພັນຕ່າງປະເທດດ້ານທະຫານເຮືອຢ່າງມີປະສິດທິຜົນ; ວາງອອກໄລຍະທາງ ແລະບາດກ້າວເດີນທີ່ສອດຄ່ອງ; ເປັນເຈົ້າການເຊື່ອມໂຍງຈາກຕໍ່າຫາສູງ, ທັງລວງກວ້າງ ແລະລວງເລິກ. ມາຮອດປັດຈຸບັນ, ທະຫານເຮືອປະຊາຊົນຫວຽດນາມ ໄດ້ສ້າງຕັ້ງ ແລະຮັກສາການພົວພັນສອງຝ່າຍກັບທະຫານເຮືອຂອງເກືອບ 50 ປະເທດ, ລວມທັງບັນດາປະເທດມະຫາອໍານາດດ້ານທະຫານເຮືອຂອງໂລກ, ພ້ອມທັງໄດ້ເຂົ້າຮ່ວມບັນດາເວທີປາໄສທະຫານເຮືອຫຼາຍຝ່າຍຂອງສາກົນອີກດ້ວຍ.

ໃນຂອບເຂດສອງຝ່າຍ, ແຕ່ລະປີ, ທະຫານເຮືອປະຊາຊົນຫວຽດນາມ ໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງລັດ, ກອງທັບ ແລະທະຫານເຮືອຕ່າງປະເທດທີ່ມາຢ້ຽມຢາມ ແລະເຮັດວຽກ, ຮັບປະກັນຄວາມສົມກຽດ, ມິດຕະພາບ, ຮອບຄອບຖີ່ຖ້ວນ, ປອດໄພ ແລະສ້າງອາລົມຈິດຄວາມຮັກແພງອັນດີງາມ. ທະຫານເຮືອປະຊາຊົນຫວຽດນາມ ກໍໄດ້ຈັດສົ່ງບັນດາຄະນະພະນັກງານ ແລະກໍາປັ່ນໄປຢ້ຽມຢາມ, ພົບປະແລກປ່ຽນ, ເຂົ້າຮ່ວມການຝຶກຊ້ອມ, ສວນສະໜາມ, ເຂົ້າຮ່ວມກອງປະຊຸມ, ກອງປະຊຸມສໍາມະນາ, ງານວາງສະແດງການປ້ອງກັນຊາດສາກົນ. ຄຽງຂ້າງນັ້ນ, ການເຄື່ອນໄຫວຢ້ຽມຢາມກໍາປັ່ນກໍ່ແມ່ນໜຶ່ງໃນບັນດາຂີດໝາຍທີ່ພົ້ນເດັ່ນຂອງການພົວພັນຕ່າງປະເທດດ້ານທະຫານເຮືອໃນໄລຍະຜ່ານມາ. ການເຄື່ອນໄຫວຢ້ຽມຢາມກໍາປັ່ນນີ້ບໍ່ພຽງແຕ່ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນເທົ່ານັ້ນຫາກຍັງຊ່ວຍໃຫ້ພະນັກງານ, ນັກຮົບທະຫານເຮືອປະຊາຊົນຫວຽດນາມ ໄດ້ຮໍ່າຮຽນເອົາບົດຮຽນ, ປະສົບການ, ຍົກສູງລະດັບວິຊາສະເພາະ, ຝຶກຝົນຫຼໍ່ຫຼອມທັກສະເຮັດວຽກໃນສະພາບແວດລ້ອມສາກົນອີກດ້ວຍ... ທະຫານເຮືອປະຊາຊົນຫວຽດນາມ ໄດ້ ແລະກໍາລັງຮັກສາການເຄື່ອນໄຫວລາດຕະເວນຮ່ວມກັບທະຫານເຮືອຈີນ, ໄທ, ກໍາປູເຈຍ ຢ່າງມີປະສິດທິຜົນ; ສ້າງຕັ້ງ ແລະຮັກສາກົນໄກປຶກສາຫາລືສອງຝ່າຍກັບທະຫານເຮືອລັດເຊຍ, ອິນເດຍ, ອາເມລິກາ, ຍີ່ປຸ່ນ, ໄທ, ອິນໂດເນເຊຍ, ຟີລິບປິນ, ມາເລເຊຍ, ສິງກະໂປ ແລະບຣູໄນ...

leftcenterrightdel
ກໍາປັ່ນໝາຍເລກ 012 ລີ້ຖ໊າຍໂຕ໋ ຂອງທະຫານເຮືອປະຊາຊົນຫວຽດນາມ ເຂົ້າຮ່ວມການຝຶກຊ້ອມຫຼາຍຝ່າຍທະຫານເຮືອອາຊຽນ ຢູ່ ໄທ ໃນປີ 2017 (AMNEX1-2017). ພາບ: qdnd.vn.

ໃນຂອບເຂດຫຼາຍຝ່າຍ, ທະຫານເຮືອປະຊາຊົນຫວຽດນາມ ໄດ້ເຂົ້າຮ່ວມ ແລະເປັນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງບັນດາກົນໄກຮ່ວມມືທະຫານເຮືອນາໆຊາດ, ໃນນັ້ນມີສອງກົນໄກຫຼັກນັ້ນແມ່ນກອງປະຊຸມຜູ້ບັນຊາການທະຫານເຮືອບັນດາປະເທດອາຊຽນ (ANCM) ແລະກອງປະຊຸມສໍາມະນາທະຫານເຮືອປາຊີຟິກຕາເວັນຕົກ (WPNS). ທະຫານເຮືອປະຊາຊົນຫວຽດນາມ ມີບັນດາການປະກອບສ່ວນເຊິ່ງໄດ້ຮັບການຕີລາຄາສູງຈາກບັນດາປະເທດສະມາຊິກ, ພົ້ນເດັ່ນແມ່ນການຫັນການພົບປະແລກປ່ຽນທະຫານເຮືອບັນດາປະເທດອາຊຽນ (ANI)  ເປັນກອງປະຊຸມ ANCM ຢ່າງເປັນທາງການ ແລະເປັນປະຈໍາ, ເລີ່ມຕົ້ນແຕ່ ANCM 5 ທີ່ໄດ້ຈັດຕັ້ງຢູ່ຮ່າໂນ້ຍ ໃນປີ 2011.

ທີ່ ANCM 5, ໃນຖານະເປັນປະເທດເຈົ້າພາບ, ທະຫານເຮືອປະຊາຊົນຫວຽດນາມ ໄດ້ຍົກອອກຫົວຂໍ້ທີ່ວ່າ “ການຮ່ວມມືທະຫານເຮືອບັນດາປະເທດອາຊຽນ ເພື່ອສັນຕິພາບ ແລະຄວາມໝັ້ນຄົງທາງທະເລ” ພ້ອມກັບ 3 ຂໍ້ລິເລີ່ມທີ່ໄດ້ຮັບຄວາມເຫັນດີເຫັນພ້ອມສູງ, ລວມມີ: ສ້າງຕັ້ງໂທລະສັບສາຍດ່ວນ, ລະບຽບການທັກທາຍກັນຢູ່ທະເລລະຫວ່າງກໍາປັ່ນ ແລະເຮືອບິນບັນດາປະເທດອາຊຽນ (Hello ASEAN) ແລະການພົບປະແລກປ່ຽນນາຍທະຫານໜຸ່ມທະຫານເຮືອອາຊຽນ (ANYOI).

ທະຫານເຮືອປະຊາຊົນຫວຽດນາມ ແມ່ນສະມາຊິກສົມບູນຂອງ WPNS ແຕ່ປີ 1994 ເຊິ່ງເປັນເວທີປາໄສທີ່ມີອິດທິພົນຊື່ສຽງກ່ຽວກັບການຮ່ວມມືດ້ານຄວາມໝັ້ນຄົງທາງທະເລຂອງທະຫານເຮືອບັນດາປະເທດໃນໂລກ. ນອກຈາກ 2 ກົນໄກດັ່ງກ່າວ, ທະຫານເຮືອປະຊາຊົນຫວຽດນາມ ຍັງເຂົ້າຮ່ວມບັນດາການເຄື່ອນໄຫວຫຼາຍຝ່າຍອື່ນ, ຄື: ການຝຶກຊ້ອມຫຼາຍຝ່າຍທະຫານເຮືອອາຊຽນ (AMNEX); ການຝຶກຊ້ອມທາງທະເລລະຫວ່າງອາຊຽນ - ຈີນ (ACMEX), ອາຊຽນ - ອາເມລິກາ (AUMX); ການຝຶກຊ້ອມທະຫານເຮືອຫຼາຍຝ່າຍ KOMODO; ການຝຶກຊ້ອມໃນຂອບເຂດກຸ່ມນັກຊ່ຽວຊານດ້ານຄວາມໝັ້ນຄົງທາງທະເລຂອງກອງປະຊຸມລັດຖະມົນຕີປ້ອງກັນປະເທດບັນດາປະເທດອາຊຽນເປີດກວ້າງ (ADMM+); ເຂົ້າຮ່ວມສູນແບ່ງປັນຂໍ້ມູນຂ່າວສານດ້ານຄວາມໝັ້ນຄົງທາງທະເລ (IFC) ຂອງທະຫານເຮືອສິງກະໂປ; ຈັດສົ່ງກໍາປັ່ນໄປເຂົ້າຮ່ວມພິທີສວນສະໜາມທາງທະເລສາກົນ (IMR) ຢູ່ລັດເຊຍ, ອິນເດຍ,ຈີນ, ສ.ເກົາຫຼີ...

ທະຫານເຮືອປະຊາຊົນຫວຽດນາມ ໄດ້ເພີ່ມທະວີການພົວພັນຕ່າງປະເທດດ້ານປ້ອງກັນຊາດສອງຝ່າຍກັບທະຫານເຮືອບັນດາປະເທດ, ໃນນັ້ນໃຫ້ບຸລິມະສິດບັນດາປະເທດອາຊຽນ, ບັນດາປະເທດບ້ານໃກ້ເຮືອນຄຽງຢູ່ທະເລ, ບັນດາປະເທດໃຫຍ່, ເພື່ອນມິດ, ຄູ່ຮ່ວມມືທີ່ເປັນມູນເຊື້ອ. ຮັກສາ, ຊຸກຍູ້ບັນດາການພົວພັນທີ່ມີໃນປັດຈຸບັນໃຫ້ເຂົ້າສູ່ລວງເລິກ, ມີສະຖຽນລະພາບ ແລະແທດຈິງ; ສ້າງຕັ້ງບັນດາຂົງເຂດ, ກົນໄກຮ່ວມມືໃໝ່ຕື່ມອີກ, ໂດຍສະເພາະແມ່ນກ່ຽວກັບການບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ວິທະຍາສາດ, ເຕັກນິກ, ແບ່ງປັນຂໍ້ມູນຂ່າວສານ, ກູ້ໄພກູ້ຊີບ, ໜູນຊ່ວຍມະນຸດສະທໍາ, ກູ້ຊ່ວຍໄພພິບັດ, ປົກປ້ອງສິ່ງແວດລ້ອມ...

ໃນສະເພາະໜ້າ, ທະຫານເຮືອປະຊາຊົນຫວຽດນາມ ຮີບເຮັ່ງກະກຽມເພື່ອຈັດຕັ້ງກອງປະຊຸມ ANCM 14 ໃນວັນທີ 5 ພະຈິກ 2020 ໃຫ້ປະສົບຜົນສໍາເລັດ. ນີ້ແມ່ນຄັ້ງທໍາອິດທີ່ກອງປະຊຸມ ANCM ໄດ້ຈັດຕັ້ງຜ່ານລະບົບທາງໄກຍ້ອນການຜັນແປສັບສົນຂອງພະຍາດໂຄວິດ-19. ຜ່ານ 2 ທົດສະວັດແຫ່ງການສ້າງຕັ້ງ ແລະພັດທະນາ, ກອງປະຊຸມ ANCM  ໄດ້ກາຍເປັນເວທີປາໄສປະຈໍາປີສໍາຄັນແຖວໜ້າກ່ຽວກັບການຮ່ວມມືດ້ານທະຫານເຮືອໃນພາກພື້ນ; ເປັນບ່ອນເພື່ອໃຫ້ການນໍາທະຫານເຮືອບັນດາປະເທດອາຊຽນພົບປະແລກປ່ຽນ, ແບ່ງປັນທັດສະນະ, ສະເໜີຂໍ້ລິເລີ່ມເພີ່ມທະວີຄວາມເຂົ້າໃຈ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ຊຸກຍູ້ການຮ່ວມມື ແລະຍົກສູງຄວາມສາມາດສົມທົບກັນແກ້ໄຂບັນດາບັນຫາລວມກ່ຽວກັບຄວາມໝັ້ນຄົງທາງທະເລ.

ທະຫານເຮືອປະຊາຊົນຫວຽດນາມ ໄດ້ຕັ້ງໜ້າກະກຽມ ແລະພ້ອມແລ້ວທີ່ຈະຈັດຕັ້ງກອງປະຊຸມ ANCM 14 ໃຫ້ສໍາເລັດ, ຜ່ານນັ້ນປະກອບສ່ວນເຂົ້າໃນຜົນສໍາເລັດຂອງບັນດາກອງປະຊຸມການທະຫານ, ການປ້ອງກັນຊາດຂອງກະຊວງປ້ອງກັນປະເທດຫວຽດນາມ ໃນປີຫວຽດນາມ ເປັນປະທານອາຊຽນ 2020; ສະແດງໃຫ້ເຫັນບົດບາດ, ຄວາມຮັບຜິດຊອບ, ຄວາມມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ເປັນເຈົ້າການຮັບມືໃນສະພາບການພະຍາດໂຄວິດ-19 ຍັງສືບຕໍ່ຜັນແປຢ່າງສັບສົນໃນໂລກ. ຜ່ານ ANCM 14, ທະຫານເຮືອປະຊາຊົນຫວຽດນາມ ພ້ອມກັບທະຫານເຮືອບັນດາປະເທດຈະຄົ້ນຄວ້າ, ສະເໜີ, ປຶກສາຫາລື, ຊຸກຍູ້ບັນດາໂຄງການ, ຂໍ້ລິເລີ່ມເພື່ອສືບຕໍ່ປັບປຸງ ແລະເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມື, ພັດທະນາ, ເພື່ອສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພຢູ່ທະເລຕາເວັນອອກ ແລະໃນພາກພື້ນ.

ໂດຍ: ໄຊຊະນະ