ກອງປະຊຸມ AACC ໄດ້ຈັດຕັ້ງປະຈໍາປີໂດຍກໍາລັງທະຫານອາກາດບັນດາປະເທດອາຊຽນ ຜັດປ່ຽນກັນເປັນເຈົ້າພາບຈັດຕັ້ງ. ນີ້ແມ່ນໂອກາດເພື່ອໃຫ້ບັນດາຜູ້ບັນຊາການທະຫານອາກາດບັນດາປະເທດອາຊຽນ ພົບປະແລກປ່ຽນເພື່ອແນໃສ່ເພີ່ມທະວີການພົວພັນ, ສ້າງຄວາມເຊື່ອໝັ້ນ,  ຄວາມເຂົ້າອົກເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ ແລະການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງທະຫານອາກາດບັນດາປະເທດອາຊຽນ ໃນຫຼາຍຂົງເຂດ, ຄື: ຍົກສູງກຳລັງຄວາມສາມາດສູ້ຮົບຕ້ານການກໍ່ການຮ້າຍ, ກູ້ຊ່ວຍມະນຸດສະທຳ ແລະແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດເພື່ອສັນຕິພາບ, ການພັດທະນາ, ຄວາມວັດທະນາຖາວອນ,  ແລະຜົນປະໂຫຍດລວມຂອງພາກພື້ນ.

leftcenterrightdel
ການນຳກະຊວງປ້ອງກັນປະເທດຫວຽດນາມ ຖ່າຍຮູບເປັນທີ່ລະນຶກກັບຫົວໜ້າຄະນະທະຫານອາກາດບັນດາປະເທດອາຊຽນ ທີ່ກອງປະຊຸມ AACC ປີ 2010 ທີ່ຈັດຕັ້ງຢູ່ຮ່າໂນ້ຍ. ພາບ: ຫາຍຮ້າ.

ກອງປະຊຸມ AACC ໄດ້ຈັດຕັ້ງເປັນຄັ້ງທໍາອິດຢູ່ຫວຽດນາມ ປີ 2010 ເມື່ອຫວຽດນາມ ດຳລົງຕຳແໜ່ງປະທານອາຊຽນ. ທີ່ກອງປະຊຸມຄັ້ງນີ້, ເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ ໄດ້ສະເໜີຈັດຕັ້ງລາຍການພົບປະແລກປ່ຽນນາຍທະຫານໜຸ່ມທະຫານອາກາດບັນດາປະເທດອາຊຽນ ຕາມຮູບການໝູນວຽນ ແລະຈັດຕັ້ງປະຈຳປີ. ທີ່ກອງປະຊຸມ, ຜູ້ບັນຊາການທະຫານອາກາດບັນດາປະເທດອາຊຽນ ໄດ້ເຫັນດີເຫັນພ້ອມ ແລະເປັນເອກະສັນສູງຕໍ່ຂໍ້ລິເລີ່ມຂອງຫວຽດນາມ. ນັບແຕ່ນ້ັນມາຮອດປະຈຸບັນ, ການເຄື່ອນໄຫວນີ້ໄດ້ຮັບການຜັນຂະຫຍາຍເປັນປະຈຳ, ກາຍເປັນມາດຕະການປັບປຸງນ້ຳໃຈສາມັກຄີ, ສ້າງການພົວພັນມິດຕະພາບແບບຍືນຍົງ, ຍາວນານລະຫວ່າງກຳລັງທະຫານອາກາດບັນດາປະເທດອາຊຽນ.

ຕາມແຜນການ, ກອງປະຊຸມ AACC-17 ຈະໄດ້ຈັດຕັ້ງຢູ່ນະຄອນດ່ານັ້ງໃນເດືອນກັນຍາ 2020. ແຕ່ວ່າ, ຕໍ່ໜ້າສະພາບການສັບສົນຂອງພະຍາດໂຄວິດ-19, ບົນພື້ນຖານການທາບທາມຄຳເຫັນກັບບັນດາປະເທດອາຊຽນ, ກະຊວງປ້ອງກັນປະເທດຫວຽດນາມ ຕັດສິນຈັດຕ້ັງກອງປະຊຸມ AACC-17 ຜ່ານລະບົບທາງໄກ. ນີ້ແມ່ນຄັ້ງທີ 2 ທີ່ຫວຽດນາມ ເປັນປະເທດເຈົ້າພາບຈັດຕັ້ງກອງປະຊຸມ AACC ແລະແມ່ນຄັ້ງທໍາອິດທີ່ກອງປະຊຸມ AACC-17  ໄດ້ຈັດຕັ້ງຜ່ານລະບົບທາງໄກ, ສະແດງໃຫ້ເຫັນຄວາມເປັນເຈົ້າການ, ຮັບມື, ປະດິດສ້າງກໍ່ຄືຄວາມຕັດສິນໃຈຂອງປະເທດເຈົ້າພາບຫວຽດນາມ ແລະບັນດາປະເທດອາຊຽນ ແມ່ນບໍ່ປະໃຫ້ພະຍາດໂຄວິດ-19 ສົ່ງຜົນສະທ້ອນເຖິງວິວັດການຮ່ວມມືດ້ານການທະຫານ, ການປ້ອງກັນຊາດເວົ້າລວມ ແລະການຮ່ວມມືທະຫານອາກາດລະຫວ່າງບັນດາປະເທດອາຊຽນເວົ້າສະເພາະ. ນອກຈາກນັ້ນ, ນີ້ຍັງແມ່ນໂອກາດປະກອບສ່ວນຍົກສູງຖານະບົດບາດ, ອິດທິພົນຊື່ສຽງ ແລະເຮັດໃຫ້ການເຄື່ອນໄຫວພົວພັນຕ່າງປະເທດດ້ານການທະຫານ, ການປ້ອງກັນຊາດຂອງກອງທັບປະຊາຊົນຫວຽດນາມ ກໍ່ຄືເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ ໃນປີຫວຽດນາມ ດຳລົງຕຳແໜ່ງປະທານອາຊຽນ 2020 ເລິກເຊິ່ງກວ່າອີກ.

ຕາມໂຄງການດຳເນີນງານທີ່ກອງປະຊຸມ AACC-17, ບັນດາຜູ້ແທນຈະສຸມໃສ່ປຶກສາຫາລືກ່ຽວກັບສະພາບການສາກົນ, ພາກພື້ນ, ບັນດາກາລະໂອກາດ ແລະສິ່ງທ້າທາຍ ເຊິ່ງທະຫານອາກາດບັນດາປະເທດອາຊຽນຕ້ອງປະເຊີນໜ້າ ກໍ່ຄືສະເໜີແນະບັນດາເນື້ອໃນ, ມາດຕະການຊຸກຍູ້ການພົວພັນມິດຕະພາບ ແລະການຮ່ວມມືໃນໄລຍະຈະມາເຖິງ. ນອກຈາກນັ້ນ, ກອງປະຊຸມຍັງພິຈາລະນາ, ຕີລາຄາຄຸນນະພາບຂອງບັນດາການຝຶກຊ້ອມຫຼາຍຝ່າຍໜູນຊ່ວຍມະນຸດສະທຳ ແລະກູ້ຊ່ວຍໄພພິບັດເພື່ອປັບປຸງກົນໄກໜູນຊ່ວຍມະນຸດສະທຳ ແລະກູ້ຊ່ວຍໄພພິບັດຂອງທະຫານອາກາດບັນດາປະເທດອາຊຽນ.

ພ້ອມກັບບັນດາກົນໄກຮ່ວມມືດ້ານການທະຫານ, ການປ້ອງກັນຊາດຕ່າງໆ, ຄື: ກອງປະຊຸມຜູ້ບັນຊາການທະຫານສູງສຸດອາຊຽນ ແລະກອງປະຊຸມຕ່າງໆຂຶ້ນກັບ, ກອງປະຊຸມຜູ້ບັນຊາການທະຫານບົກອາຊຽນ, ກອງປະຊຸມຜູ້ບັນຊາການທະຫານເຮືອອາຊຽນ..., ກອງປະຊຸມ AACC ໄດ້ປະກອບສ່ວນເຮັດໃຫ້ບັນດາຂົງເຂດຮ່ວມມືດ້ານການທະຫານ, ການປ້ອງກັນຊາດຂອງກອງທັບບັນດາປະເທດອາຊຽນ ມີຂອບເຂດ, ນັບມື້ນັບໄດ້ເອົາໃຈໃສ່ເປັນພິເສດເຖິງການພັດທະນາຄຸນນະພາບ. ສາຍພົວພັນນີ້ປະກອບສ່ວນປັບປຸງຄວາມສາມາດຂອງກອງທັບແຕ່ລະປະເທດສະມາຊິກ, ຊຸກຍູ້ການຮ່ວມມືແທດຈິງພາຍໃນກຸ່ມ.

ໃນຊຸມປີມໍ່ໆມານີ້, ທະຫານອາກາດບັນດາປະເທດອາຊຽນ ໄດ້ເປັນເຈົ້າການ ແລະຕັ້ງໜ້າຍູ້ແຮງບັນດາການເຄື່ອນໄຫວຮ່ວມມືທັງລວງກວ້າງ ແລະລວງເລິກ, ທັງດ້ານສອງຝ່າຍ ແລະຫຼາຍຝ່າຍ. ນອກຈາກນັ້ນ, ເປັນຄັ້ງທຳອິດທີ່ທະຫານອາກາດບັນດາປະເທດອາຊຽນ ຈັດຕັ້ງການແລກປ່ຽນວິຊາສະເພາະກ່ຽວກັບຄວາມປອດໄພໃນການບິນທີ່ກອງປະຊຸມກຸ່ມເຮັດວຽກລວມທະຫານອາກາດບັນດາປະເທດອາຊຽນ ໃນເດືອນກໍລະກົດ 2020 ຜ່ານລະບົບທາງໄກ. ບັນດາການເຄື່ອນໄຫວຫຼາຍຝ່າຍດັ່ງກ່າວເປັນການພິສູດໃຫ້ເຫັນຢ່າງຈະແຈ້ງທີ່ສຸດກ່ຽວກັບຄວາມເຫັນດີເຫັນພ້ອມ, ມິດຕະພາບ ແລະຄວາມສະໜິດຕິດພັນ, ແມ່ນພື້ນຖານໃຫ້ແກ່ການພັດທະນາລວມຂອງທະຫານອາກາດບັນດາປະເທດອາຊຽນ ແລະສະແດງໃຫ້ເຫັນຄວາມຮັບຜິດຊອບຂອງກຳລັງທະຫານອາກາດໃນການຮັບປະກັນສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະການພັດທະນາຢູ່ແຕ່ລະປະເທດ ແລະໃນພາກພື້ນ.

ຫວຽດນາມ ເປັນປະເທດເຈົ້າພາບຈັດຕັ້ງກອງປະຊຸມ AACC-17 ໃນສະພາບພະຍາດໂຄວິດ-19 ຜັນແປຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ພ້ອມກັນນັ້ນແມ່ນຄວາມເຄັ່ງຕຶງຢູ່ບັນດາຈຸດຮ້ອນໃນພາກພື້ນເພີ່ມຂຶ້ນ, ບັນດາບັນຫາຄວາມໝັ້ນຄົງແມ່ນການທະຫານ ແລະຄວາມໝັ້ນຄົງບໍ່ແມ່ນການທະຫານ ນັບມື້ນັບມີຫຼາຍຮູບຫຼາຍແບບ ແລະສັບສົນ... ຍິ່ງວາງອອກບັນດາຄວາມຮຽກຮ້ອງຮີບດ່ວນຈຳເປັນກວ່າທີ່ເວທີປາໄສຄັ້ງນີ້ເພື່ອປະກອບສ່ວນສ້າງຄວາມເປັນເຈົ້າການ, ໄຫວພິບຮັບມືກັບສິ່ງທ້າທາຍລວມຂອງທະຫານອາກາດບັນດາປະເທດອາຊຽນ. ນີ້ແມ່ນໂອກາດເພື່ອໃຫ້ຫວຽດນາມ ແລະບັນດາປະເທດເພີ່ມທະວີການແລກປ່ຽນບົດຮຽນ, ມາດຕະການຮັບມືກັບສິ່ງທ້າທາຍ ກໍ່ຄືການສົມທົບກັນໃນວຽກງານສ້າງແຜນການ, ຈາກນັ້ນຊຸກຍູ້ການຮ່ວມມື, ສົມທົບກັນລະຫວ່າງທະຫານອາກາດບັນດາປະເທດອາຊຽນ.

ດ້ວຍການກະກຽມຢ່າງຮອບຄອບຖີ່ຖ້ວນ, ຕັ້ງໜ້າຂອງເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ ແລະລາຍການກອງປະຂຸມໃກ້ຊິດຕິດແທດກັບພຶດຕິກຳຕົວຈິງ, ກອງປະຊຸມ AACC-17 ຈະປະສົບສໍາເລັດຢ່າງຈົບງາມ, ຜ່ານນັ້ນຢັ້ງຢືນຄວາມສາມາດບົ່ມຊ້ອນ ແລະຄຳໝັ້ນສັນຍາຮ່ວມມືທີ່ແທດຈິງ, ສະໜິດຕິດພັນລະຫວ່າງທະຫານອາກາດບັນດາປະເທດອາຊຽນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ ແລະເພີ່ມທະວີການຮ່ວມມືດ້ານການທະຫານ, ການປ້ອງກັນຊາດພາຍໃນກຸ່ມອາຊຽນ ໃນໄລຍະຈະມາເຖິງ.

ໂດຍ: ສົມເພັດ