ສັນຍາລັກແຫ່ງສາຍໃຈເພື່ອນມິດບໍ່ມີພົມແດນ

ຍາກທີ່ຈະມີງານແຂ່ງຂັນໃດ ເຊິ່ງບັນດາ “ຄູ່ແຂ່ງ” ໄດ້ຮັບການແບ່ງປັນບົດຮຽນ, ການໜູນຊ່ວຍສຸດຈິດສຸດໃຈຈາກປະເທດເຈົ້າພາບໃນວິວັດການຝຶກແອບຄືຢູ່ Army Games. ໂດຍແມ່ນປະເທດເຈົ້າພາບຈັດຕັ້ງງານແຂ່ງຂັນການທະຫານ, ສະຫະພັນລັດເຊຍ ມີຈຳນວນພົນທະຫານເຂົ້າຮ່ວມແຂ່ງຂັນຫຼາຍລາຍການທ່ີສຸດ. ເຖິງຢ່າງໃດກໍ່ຕາມ, ກະຊວງປ້ອງກັນປະເທດສະຫະພັນລັດເຊຍ ຍັງຈັດສົ່ງນັກຊ່ຽວຊານເຕັກນິກ ມາຊ່ວຍບັນດາທີມຢ່າງສຸດໃຈ, ໃນນ້ັນມີຫວຽດນາມ.

leftcenterrightdel
ສະມາຊິກທີມລົດຕັງກອງທັບປະຊາຊົນລາວ ອວຍພອນທີມລົດຕັງຫວຽດນາມ ຍາດໄດ້ຫຼຽນຄຳໃນກຸ່ມ 2 ຂອງການແຂ່ງຂັນ “ລົດຕັງເຄື່ອນທີ່”. ພາບ: qdnd.vn.

ທີ່ສະໜາມຝຶກຊ້ອມ Alabino ຢູ່ຊານນະຄອນຫຼວງມົດສະກູ, ໜ່ວຍເຕັກນິກຂອງກະຊວງປ້ອງກັນປະເທດສະຫະພັນລັດເຊຍ ຍາມໃດກໍ່ຕິດແທດກັບທີມລົດຕັງກອງທັບປະຊາຊົນຫວຽດນາມ, ພ້ອມແລ້ວທີ່ຈະໜູນຊ່ວຍ, ແກ້ໄຂບັນດາກໍລະນີເກີດຂຶ້ນຢ່າງທັນການ, ຮັບປະກັນດ້ານເຕັກນິກດີທີ່ສຸດໃຫ້ລົດຕັງກ່ອນທີ່ລົງສະໜາມແຂ່ງຂັນ. ໃນວິວັດການເຮັດວຽກ, ສອງຝ່າຍໄດ້ແບ່ງປັນ ແລະຖອດຖອນໄດ້ຫຼາຍບົດຮຽນ. ທ່ານຮ້ອຍໂທ Danill Khanzhin, ຜູ້ໜູນຊ່ວຍໂດຍກົງບັນດາສະມາຊິກຂອງທີມລົດຕັງກອງທັບປະຊາຊົນຫວຽດນາມ ກວດກາເຕັກນິກ ແລະບູລະນະສ້ອມແປງລົດແຂ່ງຂັນ ແບ່ງປັນວ່າ “ພວກຂ້າພະເຈົ້າໄດ້ເຮັດວຽກນຳກັນຢ່າງແໜ້ນແຟ້ນ. ບັນດາສະມາຊິກຂອງທີມໃກ້ຊິດທີ່ສຸດ”.

ເຖິງວ່າໄດ້ຮັບການສ້າງຕັ້ງຫຼ້າສຸດ ແລະເປັນຄັ້ງທຳອິດເຂົ້າຮ່ວມກໍ່ຕາມ, ແຕ່ວ່າໃນເວລາກວ່າໜຶ່ງເດືອນຢູ່ສະໜາມຝຶກຊ້ອມທີ່ນະຄອນ Yeysk, ທິດຕາເວັນຕົກສ່ຽງໃຕ້ສະຫະພັນລັດເຊຍ, ແຕ່ຍ້ອນມີການຊີ້ບອກ, ແນະນຳຂອງຄູອາຈານຄົນລັດເຊຍ, ທ່ານພັນໂທ Egorob Ebgenyi Aleksandrovich ນັ້ນ, ນັກກິລາ 5 ຄົນຂອງກອງທັບປະຊາຊົນຫວຽດນາມເຂົ້າຮ່ວມການແຂ່ງຂັນ “ທ້ອງຟ້າໃສແຈ້ງ” ໄດ້ຝຶກແອບວິທີການນຳໃຊ້ລູກສອນໄຟແບກຫາບ, ປືນ AK12 ຫຼື ປືນຈັກ 7,62mm...ຢ່າງໄວ, ຊຳນິຊຳນານ ແລະສຳເລັດການແຂ່ງຂັນຢ່າງປອດໄພ. ໃນຂະນະນັ້ນ, ທີມຝຶກແອບໝາວິຊາສະເພາະຂອງກອງທັບປະຊາຊົນຫວຽດນາມ ບໍ່ພຽງແຕ່ໄດ້ຮັບການຊ່ວຍເຫຼືອຈາກບັນດານັກຊ່ຽວຊານລັດເຊຍເທົ່ານັ້ນຫາກຍັງມີບັນດາຄູ່ຮ່ວມງານມາຈາກທີມ Uzbekistan ອີກດ້ວຍ.

ບັນດາທີມອື່ນຂອງຄະນະກອງທັບປະຊາຊົນຫວຽດນາມ ກໍ່ໄດ້ຮັບການໜູນຊ່ວຍດີທີ່ສຸດຈາກບັນດາປະເທດເຈົ້າພາບ, ຄື: ລັດເຊຍ, ເບລາຣຸດ ຫຼື ອຸສເບກິສະຖານ. ທ່ານພັນເອກພິເສດ ໂງວັນດິງ, ຫົວໜ້າທີມເຄມີຂອງກອງທັບປະຊາຊົນຫວຽດນາມ ແບ່ງປັນວ່າ “ນັບແຕ່ເມື່ອໄປເຖິງສະຫະພັນລັດເຊຍ, ຄະນະຈັດຕັ້ງຂອງປະເທດເຈົ້າພາບໄດ້ຊ່ວຍພວກຂ້າພະເຈົ້າມີບ່ອນພັກພາອາໄສ ແລະບ່ອນກິນຢູ່, ສຳຜັດກັບອາວຸດຍຸດໂທປະກອນ, ສະໜາມຝຶກຊ້ອມ ແລະຝຶກແອບກຽມພ້ອມໃຫ້ແກ່ການແຂ່ງຂັນກໍ່ຄືໜູນຊ່ວຍພວກຂ້າພະເຈົ້າແກ້ໄຂບັນດາກໍລະນີເກີດຂຶ້ນດ້ານເຕັກນິກສຳລັບພາຫະນະ ແລະອຸປະກອນໃນເວລາສັ້ນທ່ີສຸດ.

ຢູ່ສະໜາມແຂ່ງຂັນ, ບັນດາທີມໄດ້ແຂ່ງຂັນຈົນສຸດຄວາມສາມາດຂອງຕົນເພື່ອກຽດສັກສີ, ແຕ່ວ່າຢູ່ນອກສະໜາມແຂ່ງຂັນ, ນັກກິລາແຕ່ລະຄົນຂອງຫວຽດນາມ ແມ່ນທູດແຫ່ງນ້ຳໃຈມິດຕະພາບ. ທ່ານຮ້ອຍໂທ Shodmonboyev Shoxruxxon, ນັກກິລາຂອງທີມເຄມີ ອຸສເບກິສະຖານ ເວົ້າເຖິງບັນດາເພື່ອນທີ່ມາກຈາກປະເທດຫວຽດນາມ ວ່າ ສະໜາມຝຶກຊ້ອມ, ບັນດານັກກິລາຂອງຫວຽດນາມ ແມ່ນບັນດານັກຮົບທີ່ອົງອາດກ້າຫານ, ບໍ່ຖໍ້ຖອຍໃຈໃນບໍ່ວ່າສະພາບການຫຍຸ້ງຍາກໃດ. ແຕ່ຢູ່ນອກສະໜາມຝຶກຊ້ອມ, ບັນດານັກຮົບຂອງຫວຽດນາມ ພັດແມ່ນໃກ້ຊິດ ແລະໃຈດີທີ່ສຸດ”.

Army Games-ບ່ອນແລກປ່ຽນວັດທະນະທໍາທີ່ເປັນມູນເຊື້ອຂອງຫວຽດນາມ

Army Games ແມ່ນສະໜາມແຂ່ງຂັນການທະຫານສາກົນ, ແຕ່ວ່ານີ້ກໍ່ແມ່ນສະໜາມເພື່ອໃຫ້ບັນດາທີມພົບປະແລກປ່ຽນ, ເພີ່ມທະວີສາຍພົວພັນມິດຕະພາບລະຫວ່າງບັນດາພື້ນຖານວັດທະນະທຳ ແລະເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນ. ທີ່ການແຂ່ງຂັນຄັ້ງນ້ີ, ທີມເຮືອນຄົວກາງສະໜາມຂອງກອງທັບປະຊາຊົນຫວຽດນາມ ບໍ່ພຽງແຕ່ແຂ່ງຂັນຢູ່ສະໜາມຝຶກຊ້ອມເທົ່ານັ້ນຫາກເຂົາເຈົ້າຍັງມີພາລະກຳສຳຄັນທີ່ສຸດແມ່ນປະກອບສ່ວນໂຄສະນາວັດທະນະທຳ, ອາຫານການກິນ, ຊຸກຍູ້ການຮ່ວມມືມິດຕະພາບລະຫວ່າງຫວຽດນາມ ກັບເພື່ອນມິດສາກົນ. ແຂກຕ່າງປະເທດມາຢ້ຽມຊົມຮ້ານວາງສະແດງຂອງທີມເຮືອນຄົວກາງສະໜາມຂອງກອງທັບປະຊາຊົນຫວຽດນາມ ຈະບໍ່ສາມາດຫຼົງລື່ມໄດ້ລົດຊາດເຂັ້ມຂຸ້ນຂອງບັນດາເຍື່ອງອາຫານຂອງຫວຽດນາມ, ຄື: ຢໍ່ເຢະ, ເຂົ້າໜົມເຣື້ອມ ຫຼື ລົດຫວານໃນແກ່ນນ້ຳຕານຂອງເຂົ້າໜົມບົວລອຍ.

leftcenterrightdel
ບັນດານັກຊ່ຽວຊານເຕັກນິກລັດເຊຍ ໜູນຊ່ວຍທີມລົດຕັງຂອງກອງທັບປະຊາຊົນຫວຽດນາມ. ພາບ: qdnd.vn.

ໃນຂະນະນັ້ນ, ງານມະໂຫລານວັນທະນະທຳຂອງບັນດາຊາດ “ສາຍໃຈເພື່ອນມິດບໍ່ມີພົມແດນ” ແມ່ນບ່ອນເພື່ອໃຫ້ບັນດານັກສິລະປິນຫວຽດນາມ ສະແດງບັນດາລາຍການຂອງທີມວັດທະນະທຳສິລະປະກອງທັບປະຊາຊົນຫວຽດນາມ ອັນໄດ້ສ້າງຄວາມປະທັບໃຈໃຫ້ແກ່ບັນດາຜູ້ຊົມ. ໃນຊຸມວັນແຂ່ງຂັນກໍ່ຄືທີ່ງານພົບປະແລກປ່ຽນ, ສະແດງສິລະປະ, ບັນດານັກສິລະປິນ-ນັກຮົບກອງທັບປະຊາຊົນຫວຽດນາມ ໄດ້ນຳບັນດາບົດເພງດ້ວຍລີລາການສະແດງແບບໃໝ່, ສົມທົບກັບມູນເຊື້ອ ແລະທັນສະໄໝມາໃຫ້ຜູ້ຊົມປະເທດລັດເຊຍ ແລະບັນດາປະເທດເຂົ້າຮ່ວມງານແຂ່ງຂັນການທະຫານສາກົນອັນໄດ້ສ້າງຄວາມປະທັບໃຈໃຫ້ແກ່ຜູ້ຊົມ.

ພິເສດ, ເຮືອນມິດຕະພາບຂອງຫວຽດນາມ ໄດ້ກາຍເປັນບໍລິເວນວັດທະນະທຳຂຶ້ນ, ຊຸກຍູ້ການພົບປະແລກປ່ຽນມິດຕະພາບ ແລະເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງບັນດາປະເທດ. ແຂກຢ້ຽມຊົມບໍ່ພຽງແຕ່ໄດ້ຊົມບັນດາຜະລິດຕະພັນເຮັດຈາກໝາກພ້າວ ຫຼືໄດ້ພິມພາບດົງໂຮ່ ເທົ່ານັ້ນຫາກຍັງໄດ້ຮັບປະທານອາຫານທີ່ມີລົດຊາດຫວານຂອງເຂົ້າໜົມໝາກຖົ່ວຂຽວຫາຍເຢືອງ, ລົດສົ້ມຂອງໝາກຝູງແຫ້ງເອືອບເກືອ ຫຼືດື່ມນ້ຳຊາດອກບົວຮ້ອນ... “ຖ້າວ່າມີໂອກາດ, ຂ້າພະເຈົ້າຈະມາຢ້ຽມຢາມຫວຽດນາມ. ເມື່ອສຳຜັດກັບບັນດານາຍທະຫານຂອງກອງທັບປະຊາຊົນຫວຽດນາມ ທີ່ເຮືອນມິດຕະພາບ, ຂ້າພະເຈົ້າຍິ່ງເຂົ້າໃຈວ່າປະຊາຊົນຫວຽດນາມ ມີຄວາມສຸດອົກສຸດໃຈ ແລະສະໜິດສະໜົມທີ່ສຸດ”, ທ່ານນາງ Svetlana Pogosyan, ຮອງຜູ້ອໍານວຍການຫໍພິພິທະພັນຊົນຊາດວິທະຍາແຫ່ງຊາດອາມິເນຍ ແບ່ງປັນກັບນັກຂ່າວຂອງໜັງສືພິມກອງທັບປະຊາຊົນຫວຽດນາມ ຄືດັ່ງກ່າວ,  ພາຍຫຼັງທີ່ລອງພິມຮູບພາບດົງໂຮ່ເອງຢູ່ຮ້ານວາງສະແດງຂອງຫວຽດນາມ ທີ່ເຮືອນມິດຕະພາບຢູ່ Army Games 2020.

ເຂົ້າຮ່ວມການແຂ່ງຂັນເປັນເວລາກວ່າ 2 ອາທິດ, ການວາງສະແດງ ແລະສະແດງສິລະປະໃນຂອບເຂດ Army Games 2020, ທີມວັດທະນະທໍາສິລະປະຂອງກອງທັບປະຊາຊົນ ຫວຽດນາມ ໄດ້ສຳເລັດໜ້າທີ່ຢ່າງດີເດັ່ນ, ສ້າງຄວາມປະທັບໃຈຢ່າງເລິກເຊິ່ງໃຫ້ແກ່ເພື່ອນມິດສາກົນ ແລະຊາວຫວຽດນາມ ອາໄສຢູ່ສະຫະພັນລັດເຊຍ. ທ່ານນາງ Olga Fallep ສັງກັດກົມວັດທະນະທໍາ, ກະຊວງປ້ອງກັນປະເທດສະຫະພັນລັດເຊຍ ແບ່ງປັນວ່າ: “ຜ່ານບັນດາລາຍການສະແດງສິລະປະຂອງພວກເພື່ອນ, ພວກຂ້າພະເຈົ້າຍິ່ງເຂົ້າໃຈກວ່າກ່ຽວກັບປະເທດຊາດ ແລະຊາວຫວຽດນາມ ກໍ່ຄືວັດທະນະທໍາທີ່ເປັນມູນເຊື້ອຂອງຫວຽດນາມ  ເລື່ອງຈັດການວາງສະແດງທີ່ເຮືອນມິດຕະພາບຂອງຫວຽດນາມ ກໍ່ເໝາະສົມທີ່ສຸດ, ຊ່ວຍໃຫ້ຊາວລັດເຊຍ ແລະເພື່ອນມິດສາກົນມີຄວາມເຂົ້າໃຈຕື່ມອີກກ່ຽວກັບນ້ຳໃຈມິດຕະພາບແບບພິເສດລະຫວ່າງຫວຽດນາມ ແລະສະຫະພັນລັດເຊຍ. ຂ້າພະເຈົ້າບໍ່ທັນມີໂອກາດມາຢ້ຽມຢາມປະເທດຫວຽດນາມ, ແຕ່ຂ້າພະເຈົ້າຮັກຫວຽດນາມ-ປະເທດທີ່ໃກ້ຊິດສະໜິດສະໜົມ, ແລະປະຊາຊົນໃຈດີ”.

ໂດຍ: ສົມເພັດ