ຕາມໜັງສືພິມ New York Times, ສະພາຄວາມໝັ້ນຄົງສະຫະປະຊາຊາດ (ສປຊ) ໄດ້ເຫັນດີຮັບຮອງເອົາມະຕິວ່າດ້ວຍການຮຽກຮ້ອງໃຫ້ບັນດາປະເທດສະມາຊິກ ສປຊ ເພີ່ມທະວີຈໍານວນນາຍທະຫານຍິງເຂົ້າຮ່ວມກໍາລັງຮັກສາສັນຕິພາບ.

ມະຕິສະບັບດັ່ງກ່າວ ໂດຍ ອິນໂດເນເຊຍ - ປະທານສະພາຄວາມໝັ້ນຄົງ ໃນເດືອນສິງຫາ 2020 ສະເໜີ, ມະຕິດັ່ງກ່າວໄດ້ຊີ້ແຈ້ງວ່າບັນດາປະເທດຕ້ອງຊຸກຍູ້ຄວາມພະຍາຍາມນໍາແມ່ຍິງເຂົ້າຮ່ວມຢູ່ໃນທຸກລະດັບ ແລະຕຳແໜ່ງ, ນັບທັງຕຳແໜ່ງນຳພາຂັ້ນສູງໃນບັນດາຄະນະປະຕິບັດງານ. ໜັງສືພິມ New York Times ຖືວ່າມະຕິສະບັບນີ້ໄດ້ຮັບຮູ້ບົດບາດທີ່ບໍ່ອາດຂາດໄດ້ຂອງແມ່ຍິງໃນການເພີ່ມທະວີການເຄື່ອນໄຫວສັງລວມ ແລະຍົກສູງປະສິດທິຜົນການເຄື່ອນໄຫວຮັກສາສັນຕິພາບ, ພ້ອມກັນນັ້ນກໍແມ່ນວິທີເພື່ອຍົກສູງປະສິດທິຜົນ ແລະຄວາມໄວ້ວາງໃຈຂອງບັນດາຄະນະປະຕິບັດງານ ສປຊ. ມະຕິດັ່ງກ່າວໄດ້ຊີ້ອອກຢ່າງຈະແຈ້ງວ່າ “ການມີໜ້າຂອງແມ່ຍິງ ແລະຄວາມສະເໝີພາບລະຫວ່າງຍິງ-ຊາຍ ໃນກໍາລັງຮັກສາສັນຕິພາບ ສປຊ ຈະປະກອບສ່ວນເຮັດໃຫ້ຄວາມໄວ້ວາງໃຈຂອງບັນດາຄະນະປະຕິບັດງານກັບປະຊາຊົນທ້ອງຖິ່ນເພີ່ມຂຶ້ນກວ່າ” .

leftcenterrightdel
ບັນດານາຍທະຫານຍິງຂອງກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ຢູ່ຄະນະປະຕິບັດງານ ຊູດັງໃຕ້. ພາບ: ເຈົາແອັງ.

ຕາມມະຕິດັ່ງກ່າວ, ບັນດາປະເທດສະມາຊິກ ສປຊ ໄດ້ຮັບການສົ່ງເສີມໃຫ້ກໍ່ສ້າງແຜນຍຸດທະສາດ ແລະວິທີການ ເພື່ອແນໃສ່ເພີ່ມທະວີການຜັນຂະຫຍາຍນາຍທະຫານຍິງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ຜ່ານການໂຄສະນາບັ້ນຕ່າງໆ, ການບໍາລຸງກໍ່ສ້າງ, ພ້ອມທັງກໍານົດທິດບັນດາສິ່ງກີດຂວາງຕໍ່ກັບການຮັບສະໝັກ ກໍຄືການເລື່ອນຊັ້ນໃຫ້ແກ່ນາຍທະຫານຍິງຮັກສາສັນຕິພາບ. ມະຕິກໍເນັ້ນໜັກເຖິງຄວາມສໍາຄັນຂອງການລົບລ້າງບັນດາຮົ້ວກີດຂວາງສໍາລັບແມ່ຍິງທີ່ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ, ສົ່ງເສີມບັນດາປະເທດສ້າງສະພາບແວດລ້ອມທີ່ປອດໄພ, ອໍານວຍຄວາມສະດວກໃຫ້ແກ່ແມ່ຍິງເຂົ້າຮ່ວມການເຄື່ອນໄຫວນີ້.

ຄຽງຂ້າງນັ້ນ, ມະຕິຍັງຊີ້ແຈ້ງວ່າໜຶ່ງໃນບັນດາບັນຫາທີ່ເຈັບຫົວໃນປັດຈຸບັນຢູ່ບັນດາຄະນະປະຕິບັດງານແມ່ນສະພາບການລວນລາມທາງເພດ, ພ້ອມທັງຢັ້ງຢືນຄືນໃໝ່ນະໂຍບາຍ “ບໍ່ອະນຸໂລມ” ຂອງທ່ານເລຂາທິການໃຫຍ່ ສປຊ ຕໍ່ກັບສະພາບການນີ້. ມະຕິດັ່ງກ່າວກໍຮຽກຮ້ອງໃຫ້ເພີ່ມທະວີບັນດາຄວາມມານະພະຍາຍາມເພື່ອສະກັດກັ້ນ ແລະແກ້ໄຂສະພາບລວນລາມທາງເພດຢູ່ບັນດາຄະນະປະຕິບັດງານຜ່ານການຮ່ວມມື ແລະປຶກສາຫາລືກັບບັນດາປະເທດສະມາຊິກ ສປຊ.

ຕາມທ່ານເລຂາທິການໃຫຍ່ ສປຊ Antonio Guterres ແລ້ວ, ການຕໍ່ສູ້ເພື່ອຄວາມສະເໝີພາບລະຫວ່າງຍິງ-ຊາຍແມ່ນໜຶ່ງໃນບັນດາສິ່ງທ້າທາຍໃຫຍ່ສຸດ ເຊິ່ງ ສປຊ ກໍາລັງປະເຊີນໜ້າ. ກໍຍ້ອນແນວນັ້ນ ສປຊ ຈຶ່ງກໍາລັງໃຫ້ບຸລິມະສິດແກ່ການເພີ່ມທະວີບົດບາດຂອງແມ່ຍິງ ແລະບັນລຸໄດ້ເປົ້າໝາຍກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ.

ດ້ວຍຄໍາຮຽກຮ້ອງ ແລະມະຕິທີ່ມີລັກສະນະຈໍາເປັນນີ້ ເຊິ່ງ ສະພາຄວາມໝັ້ນຄົງ ສປຊ ທີ່ຫາກໍ່ຮັບຮອງເອົາ, ຈະບໍ່ປະຫຼາດໃຈໃນໄລຍະຈະມາເຖິງ, ເມື່ອບັນດາຄະນະປະຕິບັດງານຮັກສາສັນຕິພາບ ຈະມີການເຂົ້າຮ່ວມຂອງນາຍທະຫານຍິງທີ່ນັບມື້ນັບຫຼາຍຂຶ້ນ, ຜ່ານນັ້ນຈະສ້າງເປັນກະແສລົມໃໝ່ ແລະນີ້ມນວນອ່ອນໂຍນກວ່າໃຫ້ແກ່ການເຄື່ອນໄຫວນີ້. 

ໂດຍ: ໄຊຊະນະ