leftcenterrightdel
ທ່ານພົນເອກ ໂງຊວນລິກ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: qdnd.vn.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານພົນເອກ ໂງຊວນລິກ ເນັ້ນໜັກວ່າ ບົນເນື້ອໃນຈິດໃຈ “ສະໜິດຕິດພັນ ແລະເປັນເຈົ້າການຮັບມື” ຂອງປີອາຊຽນ 2020, ໃນໄລຍະຜ່ານມາ, ອາຊຽນ ແລະບັນດາຄູ່ຮ່ວມມື ຍາມໃດກໍ່ເປັນເຈົ້າການມີມາດຕະການຮັບມືຢ່າງເໝາະສົມກັບສະພາບການຕົວຈິງ, ຜັນຂະຫຍາຍບັນດາການເຄື່ອນໄຫວທາງໄກຢ່າງມີປະສິດທິຜົນ. ພ້ອມທັງຕີລາຄາສູງຄວາມມານະພະຍາຍາມຂອງແພດທະຫານອາຊຽນ ໃນໄລຍະຜ່ານມາ ທີ່ໄດ້ຈັດຕັ້ງການຝຶກຊ້ອມທາງໄກກ່ຽວກັບການປ້ອງກັນ, ຕ້ານພະຍາດໂຄວິດ-19 ປະສົບຜົນສໍາເລັດ. ນີ້ແມ່ນກະທໍາທີ່ແທດຈິງ, ປະກອບສ່ວນຫັນຜົນກອງປະຊຸມສຸດຍອດພິເສດອາຊຽນ ກ່ຽວກັບການຮັບມືກັບພະຍາດໂຄວິດ-19 ແລະຖະແຫຼງການຮ່ວມຂອງລັດຖະມົນຕີປ້ອງກັນປະເທດບັນດາປະເທດອາຊຽນ ກ່ຽວກັບການຮ່ວມມືດ້ານປ້ອງກັນຊາດໃນການຮັບມືກັບພະຍາດໂຄວິດ-19 ໃຫ້ປະກົດຜົນເປັນຈິງ.

ທ່ານພົນເອກ ໂງຊວນລິກ ຖືວ່າ ກອງປະຊຸມທາງໄກ ADSOM+ ຈະຊ່ວຍໃຫ້ບັນດາປະເທດມີການຕີລາຄາຢ່າງຮອບດ້ານ ກ່ຽວກັບແງ່ມູມດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈ, ຊ່ວຍບັນດາປະເທດຫຍັບມໍ່ເຂົ້າໃກ້ກັນກວ່າ, ຊຸກຍູ້ການຮ່ວມມືເພື່ອຮັບມືກັບບັນດາສິ່ງທ້າທາຍລວມ, ພ້ອມທັງປະຕິບັດວຽກງານກະກຽມໃຫ້ແກ່ ADMM+ ເຊິ່ງຄາດຄະເນວ່າຈະຈັດຂຶ້ນໃນເດືອນຕຸລາ ຈະມາເຖິງ ຢູ່ຫວຽດນາມ.

leftcenterrightdel
ທ່ານພົນໂທ ຫງວຽນຈີ໊ວິ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: qdnd.vn.

ທີ່ກອງປະຊຸມ, ທ່ານພົນໂທ ຫງວຽນຈີ໊ວິ້ງ ສະແດງຄວາມເຊື່ອໝັ້ນວ່າດ້ວຍຄວາມມານະພະຍາຍາມຂອງແຕ່ລະປະເທດກໍ່ຄືການຮ່ວມມືລວມລະຫວ່າງບັນດາປະເທດ, ພະຍາດໂຄວິດ-19 ຈະໄດ້ຍູ້ຖອຍ. ດ້ວຍຄວາມເຊື່ອໝັ້ນນັ້ນ, ກະຊວງປ້ອງກັນປະເທດຫວຽດນາມ ຕັດສິນໃຈຈັດຕັ້ງບັນດາກອງປະຊຸມປ້ອງກັນຊາດ, ການທະຫານອາຊຽນຕາມແຜນການ. ຕາມນັ້ນແລ້ວ, ກອງປະຊຸມທາງໄກ ADSOM+ ຄັ້ງນີ້ບໍ່ໄດ້ປ່ຽນແທນໃຫ້ແກ່ກອງປະຊຸມ ADSOM+ ທີ່ຄາດຄະເນວ່າຈະຈັດຕັ້ງໃນທ້າຍເດືອນ ສິງຫາ 2020. ຖ້າຫາກສະພາບການຂອງພະຍາດໂຄວິດ-19 ຍັງມີການຜັນແປຢ່າງສັບສົນນັ້ນ, ກະຊວງປ້ອງກັນປະເທດ ຫວຽດນາມ ຈະແຈ້ງໃຫ້ບັນດາປະເທດຮັບຊາບເພື່ອຈັດຕັ້ງກອງປະຊຸມ ADSOM+ ຢ່າງຄົບຖ້ວນກວ່າ ແລະຮັບປະກັນຄວາມປອດໄພໃຫ້ບັນດາຜູ້ແທນທີ່ມາເຂົ້າຮ່ວມຢູ່ຫວຽດນາມ.

ທ່ານພົນໂທ ຫງວຽນຈີ໊ວິ້ງ ປາດຖະໜາຢາກຮັບຟັງບັນດາຂໍ້ລິເລີ່ມຮ່ວມມືຂອງບັນດາປະເທດອາຊຽນ ແລະບັນດາຄູ່ຮ່ວມມືເພື່ອສາມາດຜັນຂະຫຍາຍໃນໄລຍະຈະມາເຖິງ, ອາດຈະເປັນການປະຊຸມໂດຍກົງ ຫຼື ທາງໄກ, ກໍ່ລ້ວນແຕ່ເໝາະສົມກັບເນື້ອໃນຈິດໃຈ “ສະໜິດຕິດພັນ ແລະເປັນເຈົ້າການຮັບມື”.

ໂດຍ: ເຈິ່ນຮວ່ຽນ