leftcenterrightdel
ທ່ານພົນຈັດຕະວາ ເລວັນຟຸກ ຮອງຫົວໜ້າກອງບັນຊາການທະຫານຊາຍແດນ ກ່າວຄຳເຫັນຊີ້ນຳທີ່ພິທີມອບ-ຮັບໃບປະກາດສະນີຍະບັດ. ພາບ: ກວາງຊາວ.

ທ່ານພົນຈັດຕະວາ ຈິ້ງຮວ່າງຫຽບ, ຜູ້ອຳນວຍການວິທະຍາຄານປ້ອງກັນຊາຍແດນ ໃຫ້ຮູ້ວ່າ: ສຳມະນາກອນ 3 ສົກຮຽນໄດ້ຍົກສູງຈິດໃຈຮັບຜິດຊອບ; ຕືນຕົວປະຕິບັດກົດລະບຽບ, ຂໍ້ກຳນົດຂອງວິທະຍາຄານ, ສຳເລັດບັນດາໜ້າທີ່ຕາມເປົ້າໝາຍ, ຄວາມຮຽກຮ້ອງຕ້ອງການບຳລຸງສ້າງ ເຊິ່ງວິທະຍາຄານປ້ອງກັນຊາຍແດນວາງອອກເປັນຢ່າງດີ.

leftcenterrightdel
ທ່ານພົນຈັດຕະວາ ຈິ້ງຮວ່າງຫຽບ, ຜູ້ອຳນວຍການວິທະຍາຄານປ້ອງກັນຊາຍແດນມອບໃບປະກາດສະນີຍະບັດໃຫ້ບັນດາສຳມະນາກອນສົກຮຽນທີ 13 ຊັ້ນມະຫາວິທະຍາໄລປ້ອງກັນຊາຍແດນກອງທັບລາດຊະວົງກຳປູເຈຍ. ພາບ: ກວາງຊາວ.

ກ່າວຄຳເຫັນທີ່ພິທີ, ທ່ານພົນຈັດຕະວາ ເລວັນຟຸກ ຮັບຮູ້ ແລະຍ້ອງຍໍບັນດາຜົນງານເຊິ່ງສຳມະນາກອນສົກຮຽນຕ່າງໆບັນລຸໄດ້. ທ່ານພົນຈັດຕະວາ ເລວັນຟຸກ ຮຽກຮ້ອງບັນດາສຳມະນາກອນພາຍຫຼັງຮຽນຈົບ, ເຖິງວ່າໃນຖານະຕ່ຳແໜ່ງ, ເງື່ອນໄຂປະຕິບັດງານແຕກຕ່າງກັນກໍ່ຕາມ ແຕ່ຄວນສືບຕໍ່ແກ້ໄຂຄວາມຫຍຸ້ງຍາກ, ເສີມຂະຫຍາຍຄວາມຮູ້ທີ່ຖອດຖອນມາໄດ້ຈາກໂຮງຮຽນ, ຝຶກຝົນຫຼໍ່ຫຼອມຍົກສູງລະດັບວິຊາສະເພາະຢ່າງບໍ່ຢຸດຢັ້ງ, ມີຄຸນທາດການເມືອງຢ່າງໜັກແໜ້ນເຂັ້ມແຂງ ແລະນັບມື້ນັບເຕີບໃຫຍ່ຂະຫຍາຍຕົວ, ປະກອບສ່ວນເສີມສ້າງນ້ຳໃຈສາມັກຄີ, ມິດຕະພາບລະຫວ່າງກອງທັບ ແລະປະຊາຊົນສາມປະເທດຫວຽດນາມ -ລາວ-ກໍາປູເຈຍ, ກໍ່ສ້າງເຂດຊາຍແດນລະຫວ່າງຫວຽດນາມ ກັບບັນດາປະເທດບ້ານໃກ້ເຮືອນຄຽງໃຫ້ນັບມື້ນັບວັດທະນາຖາວອນ, ຮັ່ງມີເຂັ້ມແຂງ.

ໂດຍ: ແສງເດືອນ