ເຂົ້າຮ່ວມການກວດກາປະສົມຄັ້ງນີ້ມີກຳປັ່ນໝາຍເລກ 8004 ແລະ 8003 ຂຶ້ນກັບກອງທະຫານເຮືອ 11 - ກອງບັນຊາການຕໍາຫຼວດທະເລເຂດ 1 - ຕໍາຫຼວດທະເລຫວຽດນາມ ແລະກອງກຳປັ່ນ 4302 ແລະ 4204 ຂຶ້ນກັບກົມ IV - ຕໍາຫຼວດທະເລຈີນ.

leftcenterrightdel
ກຳລັງຕຳຫຼວດທະເລຫວຽດນາມ ມອບຂອງຂວັນໃຫ້ແກ່ຊາວປະມົງແຂວງກວາງຫງາຍ. ພາບ: ສຳນັກຂ່າວສານຫວຽດນາມ.

ການກວດກາອາຊີບຫາປາປະສົມຢູ່ເຂດທະເລອ່າວພາກເໜືອ ຄັ້ງທີ 1 ປີ 2020 ບັນລຸໄດ້ຈຸດປະສົງ, ຄວາມຮຽກຮ້ອງທີ່ວາງອອກ. ຜົນສຳເລັດຂອງການປະຕິບັດໜ້າທີ່ຄັ້ງນີ້ໄດ້ປະກອບສ່ວນຍົກສູງປະສິດທິຜົນການສົມທົບກັນໃນການປະຕິບັດຂໍ້ຕົກລົງກ່ຽວກັບກົດລະບຽບລາດຕະເວນປະສົມລະຫວ່າງຫວຽດນາມ ແລະຈີນ, ອະນຸລັກຮັກສາ ແລະຂຸດຄົ້ນຊັບພະຍາກອນໃນເຂດຫາປາລວມຕາມສັນຍາວ່າດ້ວຍການຮ່ວມມືອາຊີບຫາປາຢູ່ອ່າວພາກເໜືອ ເຊິ່ງສອງປະເທດໄດ້ລົງນາມ. ພ້ອມທັງ, ປະຕິບັດສັນຍາວ່າດ້ວຍການແບ່ງເຂດອ່າວພາກເໜືອ ແລະສັນຍາວ່າດ້ວຍການຮ່ວມມືອາຊີບຫາປາຂອງສອງປະເທດຫວຽດນາມ - ຈີນ.

ໂດຍ: ແສງເດືອນ