ຫົວໜ້າກອງບັນຊາການທະຫານແຂວງໄຕນີງ ສະແດງຄວາມປິຕິຊົມຊື່ນເມື່ອໄດ້ຕ້ອນຮັບຄະນະຜູ້ແທນກອງບັນຊາການທະຫານແຂວງ  Ban-Teay-Min-chay ທີ່ມາຢ້ຽມຢາມ, ອວຍພອນບຸນປີໃໝ່ປະຈໍາຊາດ ແລະແຈ້ງໃຫ້ຊາບໂດຍສັງເຂັບກ່ຽວກັບໝາກຜົນແຫ່ງການປະຕິບັດໜ້າທີ່ດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງທ້ອງຖິ່ນໃນປີ 2019. ໃນນັ້ນມີການປະກອບສ່ວນ, ແບ່ງປັນບົດຮຽນຂອງກອງບັນຊາການທະຫານແຂວງ  Ban-Teay-Min-chay.

leftcenterrightdel
ທ່ານພົນຕີ Cham Ren An ມອບຂອງຂວັນໃຫ້ແກ່ຫົວໜ້າກອງບັນຊາການທະຫານແຂວງໄຕນີງ. ພາບ: qdnd.vn

ທ່ານພົນຕີ Cham Ren An ໄດ້ສະແດງຄວາມຂອບອົກຂອບໃຈ ຕໍ່ການຕ້ອນຮັບຂອງຫົວໜ້າກອງບັນຊາການທະຫານແຂວງໄຕນີງ ແລະການຊ່ວຍເຫຼືອ, ແບ່ງປັນ, ຮ່ວມມືຂອງກອງບັນຊາການທະຫານແຂວງໄຕນີງ ກັບກອງບັນຊາການທະຫານແຂວງ  Ban-Teay-Min-chay.

ໃນໄລຍະຈະມາເຖິງ, ກອງບັນຊາການທະຫານແຂວງ  Ban-Teay-Min-chay ຈະສ້າງໂຄງການ, ແຜນການຮ່ວມມືລະອຽດກັບກອງບັນຊາການທະຫານແຂວງໄຕນີງ, ປະກອບສ່ວນເພີ່ມພູນຄູນສ້າງມູນເຊື້ອສາມັກຄີ, ມິດຕະພາບລະຫວ່າງກອງທັບ ແລະປະຊາຊົນສອງປະເທດ ຫວຽດນາມ-ກໍາປູເຈຍ.

ໂດຍ: ທູຈາງ