ທ່ານພົນຕີ ຟ້າມຮວ່າຍນາມ ຢັ້ງຢືນວ່າ, ການພົວພັນຫວຽດນາມ-ຍີ່ປຸ່ນ ແມ່ນພື້ນຖານໝັ້ນແກ່ນເພື່ອໃຫ້ທະຫານເຮືອສອງປະເທດມີການພົວພັນມິດຕະພາບຄືໃນປະຈຸບັນ. ສອງຝ່າຍກໍ່ແລກປ່ຽນບັນດາເນື້ອໃນຮ່ວມມືເຊິ່ງສອງຝ່າຍໄດ້ລົງນາມ.

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: qdnd.vn.

ທ່ານພົນໂທ Yamamura Hiroshi ໃຫ້ຮູ້ວ່າ, ນີ້ແມ່ນການປະຕິບັດງານຕ່າງປະເທດທໍາອິດໃນຖານະຕໍາແໜ່ງເປັນຜູ້ບັນຊາການທະຫານເຮືອຍີ່ປຸ່ນ ນັບແຕ່ເມື່ອດໍາລົງຕໍາແໜ່ງ (ເດືອນ ເມສາ 2019). ທ່ານພົນໂທ Yamamura Hiroshi ຂອບໃຈຫວຽດນາມ ໄດ້ສ້າງເງື່ອນໄຂສະດວກ, ຈັດຕັ້ງພິທີຕ້ອນຮັບບັນດາກໍາປັ່ນ, ເຮືອບິນຂອງຍີ່ປຸ່ນ ມາຢ້ຽມຢາມຫວຽດນາມ. ພິເສດໃນໂອກາດນີ້, ທະຫານເຮືອຍີ່ປຸ່ນ ໄດ້ສົ່ງກໍາປັ່ນ 2 ລໍາໄປຢ້ຽມຢາມດ່ານັ້ງ ແລະເຂົ້າຮ່ວມກອງປະຊຸມສໍາມະນາກ່ຽວກັບເນື້ອໃນເຊິ່ງສອງຝ່າຍໄດ້ເຫັນດີເປັນເອກະພາບ.

ທະຫານເຮືອຍີ່ປຸ່ນ ອວຍພອນທະຫານເຮືອຫວຽດນາມ ຈະເປັນເຈົ້າພາບ ແລະຈັດຕັ້ງບັນດາການເຄື່ອນໄຫວພົວພັນຕ່າງປະເທດດ້ານປ້ອງກັນຊາດສໍາເລັດຜົນເມື່ອຫວຽດນາມ ເປັນປະທານອາຊຽນ ປີ 2020.

ໂດຍ: ເຈິ່ນຮວ່ຽນ