ນີ້ໄດ້ຮັບຖືວ່າແມ່ນເຫດການສຳຄັນໃນການພົວພັນ ຫວຽດນາມ-ອາເມລິກາ ແລະຄວາມມານະພະຍາຍາມລວມເພື່ອແນໃສ່ແກ້ໄຂຜົນຮ້າຍຈາກທາດພິດເຄມີພາຍຫຼັງສົງຄາມຢູ່ຫວຽດນາມລະຫວ່າງສອງປະເທດ, ປະກອບສ່ວນຫັນເນື້ອໃນຖະແຫຼງການຮ່ວມຂອງການນຳຂັ້ນສູງຫວຽດນາມ ແລະອາເມລິກາ ໃນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການໃນປີ 2017 ຂອງທ່ານ Donald Trump ປະທານາທິບໍດີອາເມລິກາ ໃຫ້ປະກົດຜົນເປັນຈິງ.

leftcenterrightdel
ພິທີວາງສີລາລືກໂຄງການກຳຈັດທາດພິດດີໂອຊິນຢູ່ສະໜາມບິນບຽນຮ່ວາ (ດົ່ງນາຍ). ພາບ: qdnd.vn.

ກ່າວຄຳເຫັນຊີ້ນຳ, ທ່ານ ເຈືອງຮວ່າບິ່ງ ຮອງນາຍົກລັດຖະມົນຕີຜູ້ປະຈຳການ ຢ້ັງຢືນວ່າ: ພັກ, ລັດ ແລະລັດຖະບານຫວຽດນາມ ຍາມໃດກໍ່ກຳນົດວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກທາດພິດເຄມີພາຍຫຼັງສົງຄາມແມ່ນໜ້າທີ່ຮີບດ່ວນ, ສະແດງໃຫ້ເຫັນຈິດໃຈມະນຸດສະທຳ, ປະກອບສ່ວນປະຕິບັດເປົ້າໝາຍປົກປັກຮັກສາຊີວິດ, ສຸຂະພາບ, ຄວາມປອດໄພໃຫ້ປະຊາຊົນເປັນຢ່າງດີ, ເຮັດໃຫ້ສິ່ງແວດລ້ອມສະອາດ, ສ້າງເງື່ອນໄຂໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມແບບຍືນຍົງ.

ກ່າວຄຳເຫັນທີ່ພິທີ, ທ່ານພົນໂທ ຫງວຽນຈີ໊ວິ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໃຫ້ຮູ້ວ່າ: ຂອບເຂດຖືກມົນລະພິດດີໂອຊິນແມ່ນໃຫຍ່ທີ່ສຸດ ແລະມີລັກສະນະສັບສົນຢູ່ສະໜາມບິນບຽນຮ່ວາ ວາງອອກບັນດາຄວາມຮຽກຮ້ອງສູງກ່ຽວກັບການເລືອກເຟັ້ນເຕັກໂນໂລຢີເໝາະສົມເພື່ອກຳຈັດທາດພິດດີໂອຊິນຢ່າງເຖິງຖອງ, ຮັບປະກັນຄວາມປອດໄພຕໍ່ກັບຄົນ ແລະສິ່ງແວດລ້ອມ. ດ້ວຍບົດຮຽນທີ່ຖອດຖອນມາໄດ້ຈາກໂຄງການກຳຈັດທາດພິດດີໂອຊິນຢູ່ສະໜາມບິນດ່ານັ້ງ, ໂຄງການກຳຈັດທາດພິດດີໂອຊິນຢູ່ສະໜາມບິນບຽນຮ່ວາຈະສຳເລັດຜົນ.

ໂດຍ: ແສງເດືອນ