ທ່ານພົນໂທ ຫງວຽນເຟືອງນາມ ຢັ້ງຢືນວ່າ, ຫວຽດນາມ ແລະຈີນ ມີສາຍພົວພັນຮ່ວມມືຢ່າງເລິກເຊິ່ງ, ກວ້າງຂວາງໃນບັນດາຂົງເຂດຕ່າງໆ, ພິເສດແມ່ນດ້ານການເມືອງ, ເສດຖະກິດ, ວັດທະນະທໍາ ແລະການທ່ອງທ່ຽວ. ການຮ່ວມມືດ້ານປ້ອງກັນຊາດສອງປະເທດໃນໄລຍະຜ່ານມາສືບຕໍ່ຮັກສາໄດ້ທ່າພັດທະນາ ແລະແມ່ນໜຶ່ງໃນບັນດາເສົາຄໍ້າສໍາຄັນຂອງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ.

leftcenterrightdel
ທ່ານພົນໂທ ຫງວຽນເຟືອງນາມ ແລະທ່ານ Zhao Changhua. ພາບ: ມາຍງວຽນ.

ໃນໄລຍະຈະມາເຖິງ, ສອງຝ່າຍຄວນສືບຕໍ່ສົມທົບກັນ, ຜັນຂະຫຍາຍເອກະສານນິຕິກຳ 3 ສະບັບກ່ຽວກັບຊາຍແດນ, ກົນໄກສົມທົບກັນລະຫວ່າງທະຫານຊາຍແດນ 3 ຂັ້ນຢ່າງເຂັ້ມງວດ; ເພີ່ມທະວີການພົບປະແລກປ່ຽນວິຊາການ ແລະວຽກງານໂຄສະນາ, ສົມທົບກັນຢ່າງແໜ້ນແຟ້ນກັບອຳນາດການປົກຄອງບັນດາທ້ອງຖິ່ນຢູ່ເຂດຊາຍແດນ ເພື່ອພ້ອມກັນຮັກສາສະຖຽນລະພາບດ້ານຄວາມໝັ້ນຄົງ, ການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນບໍລິເວນ.

ທ່ານ Zhao Changhua ສະແດງຄວາມເຫັນດີເປັນເອກະພາບກັບບັນດາຄໍາເຫັນຂອງທ່ານພົນໂທ ຫງວຽນເຟືອງນາມ ແລະແຈ້ງໃຫ້ຊາບກ່ຽວກັບຜົນການເຮັດວຽກກັບກອງບັນຊາການທະຫານຊາຍແດນຫວຽດນາມ, ພ້ອມທັງສະແດງຄວາມປາດຖະໜາຢາກ ເພີ່ມທະວີການຮ່ວມມືລະຫວ່າງກົມຄຸ້ມຄອງຍົກຍ້າຍປະຊາຊົນແຫ່ງຊາດຈີນ ກັບທະຫານຊາຍແດນ ແລະບັນດາກໍາລັງທີ່ກ່ຽວຂ້ອງຂອງຫວຽດນາມ ເພື່ອຮັກສາສະຖຽນລະພາບ, ຄວາມໝັ້ນຄົງ ແລະຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ.

ໂດຍ: ເຈິ່ນຮວ່ຽນ