ທ່ານພົນໂທ ຫງວຽນຈີ໊ວີ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ຫົວໜ້າກຸ່ມປະຕິບັດງານລະຫວ່າງຂະແໜງການ, ຫົວໜ້າຄະນະຊີ້ນໍາກະຊວງປ້ອງກັນປະເທດກ່ຽວກັບເລື່ອງຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ເປັນປະທານກອງປະຊຸມ.

leftcenterrightdel
ທ່ານພົນໂທ ຫງວຽນຈີ໊ວີ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ກວດກາວຽກງານຫຸ້ມຫໍ່ສິນຄ້າກະກຽມຂົນສົ່ງໄປຍັງຊູດັງໃຕ້ ຂອງໂຮງໝໍກາງສະໜາມຂັ້ນ 2 ເລກ 2. ພາບ: ມີ໊ແຮ້ງ.

ບົນພື້ນຖານການລາຍງານໝາກຜົນວຽກງານກະກຽມການຜັນຂະຫຍາຍໂຮງໝໍກາງສະໜາມຂັ້ນ 2 ເລກ 2 ຂອງກົມຮັກສາສັນຕິພາບຫວຽດນາມ, ທ່ານພົນໂທ ຫງວຽນຈີ໊ວີ້ງ ຕີລາຄາສູງວຽກງານກະກຽມຂອງໂຮງໝໍກາງສະໜາມຂັ້ນ 2 ເລກ 2. ຕາມນັ້ນແລ້ວ, ໂຮງໝໍກາງສະໜາມຂັ້ນ 2 ເລກ 2  ແລະບັນດາກົມກອງໄດ້ກໍາແໜ້ນຂັ້ນຕອນ, ເນື້ອໃນວຽກງານ, ພ້ອມກັບບັນດາບົດຮຽນໄດ້ແບ່ງປັນຈາກໂຮງໝໍກາງສະໜາມຂັ້ນ 2 ເລກ 1 ສະນັ້ນ ວຽກງານກະກຽມ ຈຶ່ງໄດ້ປະຕິບັດເປັນຢ່າງດີ, ເພື່ອຮັບປະກັນໃຫ້ໂຮງໝໍໄດ້ຮັບການຜັນຂະຫຍາຍຢ່າງສະດວກເມື່ອໄປເຖິງບໍລິເວນ.

ທ່ານພັນໂທ ຫວໍວັນຮ໋ຽນ ຜູ້ອໍານວຍການໂຮງໝໍກາງສະໜາມຂັ້ນ 2 ເລກ 2 ໃຫ້ຮູ້ວ່າ, ປະຈຸບັນສະມາຊິກທັງ 4 ຂອງໂຮງໝໍໄດ້ເຂົ້າຮ່ວມຄະນະໄປກ່ອນເພື່ອກະກຽມການຜັນຂະຫຍາຍໂຮງໝໍໄດ້ມີໜ້າຢູ່ Bentiu, ຊູດັງໃຕ້ ເພື່ອກະກຽມໃຫ້ແກ່ວຽກງານມອບ-ຮັບຈາກໂຮງໝໍກາງສະໜາມຂັ້ນ 2 ເລກ 1. ພາຍຫຼັງກຸ່ມ 1 ຂອງໂຮງໝໍກາງສະໜາມຂັ້ນ 2 ເລກ 2 ຜັນຂະຫຍາຍໄປເຖິງບໍລິເວນ Bentiu, ວຽກງານມອບ-ຮັບ ກໍ່ຈະໄດ້ດໍາເນີນໃນທັນທີເພື່ອຮັບປະກັນການສ້ອມແປງອຸປະກອນ ແລະແກ້ໄຂບັນດາຂໍ້ຈໍາກັດດ້ວຍການໜູນຊ່ວຍຂອງບັນດາເພື່ອນຮ່ວມງານຈາກໂຮງໝໍກາງສະໜາມຂັ້ນ 2 ເລກ 1.

ໂດຍ: ເຈິ່ນຮວ່ຽນ