ການພົວພັນຕ່າງປະເທດດ້ານປ້ອງກັນຊາດຂອງຫວຽດນາມ ແມ່ນພາກສ່ວນໜຶ່ງສໍາຄັນຂອງພື້ນຖານການທູດຂອງລັດຫວຽດນາມ, ແມ່ນພາກສ່ວນໜຶ່ງ, ແມ່ນຊ່ອງພົວພັນຕ່າງປະເທດທີ່ສຳຄັນ; ສັງລວມບັນດາການເຄື່ອນໄຫວ, ມາດຕະການສັນຕິພາບເພື່ອແນໃສ່ປະຕິບັດແນວທາງ, ນະໂຍບາຍພົວພັນຕ່າງປະເທດ, ນະໂຍບາຍປ້ອງກັນຊາດໃນການພົວພັນກັບບັນດາປະເທດ ແລະອົງການຈັດຕັ້ງສາກົນຕ່າງໆ, ປະກອບສ່ວນປະຕິບັດບັນດາເປົ້າໝາຍ, ໜ້າທີ່ສ້າງສາ ແລະປົກປັກຮັກສາປະເທດຊາດ, ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ, ສະຖຽນລະພາບຂອງພາກພື້ນ ແລະໃນໂລກຢ່າງມີໄຊ. ການພົວພັນຕ່າງປະເທດດ້ານປ້ອງກັນຊາດບໍ່ແມ່ນວຽກງານພົວພັນຕ່າງປະເທດຂອງສະເພາະກະຊວງປ້ອງກັນປະເທດ, ແລະກອງທັບເທົ່ານັ້ນ ຫາກຍັງລວມເອົາບັນດາການເຄື່ອນໄຫວພົວພັນຕ່າງປະເທດໃນຂົງເຂດປ້ອງກັນຊາດກັບບັນດາປະເທດ, ອົງການຈັດຕັ້ງສາກົນຕ່າງໆ, ກ່ຽວຂ້ອງເຖິງເອກະລາດ, ອະທິປະໄຕ, ຜົນປະໂຫຍດຂອງປະເທດຊາດ ແລະຊົນຊາດຫວຽດນາມ ແລະສະຖຽນລະພາບ, ສັນຕິພາບຂອງພາກພື້ນ, ໂລກອີກດ້ວຍ; ພາຍໃຕ້ການນຳພາຂອງພັກ, ການຄຸ້ມຄອງຂອງລັດ ເຊິ່ງໂດຍກົງ ແລະເປັນປະຈຳແມ່ນຄະນະພັກການທະຫານສູນກາງ.

leftcenterrightdel
ທ່ານພົນເອກ ໂງຊວນລິກ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ກ່າວຄຳເຫັນທີ່ວາລະຄົບຄະນະຄັ້ງທີ 3 ຂອງການເຈລະຈາ Shangri-La ປີ 2017. ພາບ: qdnd.vn.

ໃນຊຸມປີຜ່ານມາ, ດ້ວຍໝາກຜົນແຫ່ງການຮ່ວມມືສາກົນໃນຂົງເຂດປ້ອງກັນຊາດ, ການພົວພັນຕ່າງປະເທດດ້ານປ້ອງກັນຊາດໄດ້ມີທີ່ຕັ້ງສຳຄັນໃນການພົວພັນ, ຮ່ວມມືກັບບັນດາປະເທດ, ບັນດາອົງການຈັດຕັ້ງສາກົນ, ສ່ອງແສງນະໂຍບາຍປ້ອງກັນຊາດສັນຕິພາບຂອງຫວຽດນາມ ຢ່າງຊື່ຕົງ, ດຶງດູດຄວາມເອົາໃຈໃສ່, ການສະໜັບສະໜູນຈາກປະຊາຄົມສາກົນຕໍ່ກັບບັນດາຜົນປະໂຫຍດອັນຊອບທຳຂອງຫວຽດນາມ, ຜ່ານນັ້ນມີການປະກອບສ່ວນຫຼາຍຢ່າງເຂົ້າໃນການປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ ແລະຜືນແຜ່ນດິນອັນຄົບຖ້ວນ, ປົກປ້ອງປະຊາຊົນ, ປົກປ້ອງພັກ, ປົກປ້ອງລະບອບສັງຄົມນິຍົມໄວ້ຢ່າງໝັ້ນຄົງ.

ຄຽງຂ້າງນັ້ນ, ຍ້ອນຊຸກຍູ້ການພົວພັນຕ່າງປະເທດດ້ານປ້ອງກັນຊາດຢ່າງເລິກເຊິ່ງກວ້າງຂວາງ, ພວກເຮົາຈຶ່ງຍາດແຍ່ງບັນດາແຫຼ່ງກຳລັງຈາກພາຍນອກໄດ້ຫຼາຍກວ່າອີກເພື່ອຫັນອາວຸດຍຸດທະພັນ ແລະເຕັກນິກເປັນທັນສະໄໝ, ຍົກສູງລະດັບ, ຄວາມສາມາດໃນການສູ້ຮົບຂອງກອງທັບ ແລະກຳລັງແຮງການປ້ອງກັນຊາດຂອງປະເທດເທື່ອລະກ້າວ. ພິເສດ, ການພົວພັນຕ່າງປະເທດດ້ານປ້ອງກັນຊາດຫວຽດນາມ ໄດ້ມີບັນດາການປະກອບສ່ວນສຳຄັນເຂົ້າໃນການກໍ່ສ້າງ, ປັບປຸງຄວາມໄວ້ເນື້ອເຊື່ອໃຈລະຫວ່າງບັນດາປະເທດ, ປະກອບສ່ວນຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບໃນພາກພື້ນ ແລະໂລກ. ນັ້ນແມ່ນບັນດາຜົນງານທີ່ມີຄວາມສຳຄັນທີ່ສຸດ, ຢັ້ງຢືນບາດກ້າວເຕີບໃຫຍ່ຂະຫຍາຍຕົວໃໝ່ຂອງກອງທັບປະຊາຊົນຫວຽດນາມ.

ພິເສດ, ໃນຊຸມປີມໍ່ໆມານີ້, ດ້ວຍຈິດໃຈປ່ຽນແປງໃໝ່, ປະດິດສ້າງ ແລະເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນ, ກອງທັບປະຊາຊົນຫວຽດນາມ ໄດ້ຊຸກຍູ້ການພົວພັນ, ການຮ່ວມມືດ້ານປ້ອງກັນຊາດຢ່າງເລິກເຊິ່ງກວ້າງຂວາງກັບບັນດາປະເທດບ້ານໃກ້ເຮືອນຄຽງ, ບັນດາປະເທດໃຫຍ່, ບັນດາປະເທດອາຊຽນ, ບັນດາປະເທດເພື່ອນມິດທ່ີເປັນມູນເຊື້ອ; ບັນດາອົງການຈັດຕັ້ງສາກົນ, ພາກພື້ນ, ໃນນັ້ນມີສະຫະປະຊາຊາດ, ສະຫະພາບເອີລົບ ແລະບັນດາປະເທດປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ.

ການເຄື່ອນໄຫວພົວພັນຕ່າງປະເທດດ້ານປ້ອງກັນຊາດສອງຝ່າຍໄດ້ຮັບການຍູ້ແຮງ ແລະມີຈຸດສຸມ; ເອົາໃຈໃສ່ເຖິງການແລກປ່ຽນຄະນະຂັ້ນສູງເພື່ອແນໃສ່ເພີ່ມທະວີຄວາມຮັບຮູ້ລວມກ່ຽວກັບບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ກໍ່ຄືກໍ່ສ້າງ ແລະຮັກສາຄວາມເຂົ້າອົກເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ. ບັນດາກົນໄກເຈລະຈາຂັ້ນການນຳກະຊວງປ້ອງກັນປະເທດ.

ພ້ອມກັບການຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍ, ການເຄື່ອນໄຫວພົວພັນຕ່າງປະເທດດ້ານປ້ອງກັນຊາດຫຼາຍຝ່າຍສືບຕໍ່ມີບັນດາບາດກ້າວພັດທະນາ, ຫຼາຍຮູບຫຼາຍແບບທັງດ້ານຮູບການ ແລະເນື້ອໃນ, ນັບມືນັບເຂົ້າສູ່ລວງເລິກ. ໃນເບື້ອງຕົ້ນ, ຫວຽດນາມ ພຽງແຕ່ເຂົ້າຮ່ວມໃນຖານະແມ່ນນັກສັງເກດການ, ແຂກຖືກເຊີນກິດຕິມະສັກເທົ່ານັ້ນ, ແຕ່ໃນຊຸມປີມໍ່ໆມານີ້ພວກເຮົາໄດ້ເປັນເຈົ້າການ, ຕັ້ງໜ້າເຂົ້າຮ່ວມຢ່າງມີຄວາມຮັບຜິດຊອບ; ໄດ້ຍົກອອກບັນດາທັດສະນະ, ຂໍ້ລິເລີ່ມທີ່ມີຄຸນຄ່າທີ່ບັນດາເວທີປາໄສປ້ອງກັນຊາດ, ປ້ອງກັນຄວາມສະຫງົບຫຼາຍຝ່າຍຢູ່ພາກພື້ນ ແລະສາກົນ, ຄື: ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດອາຊຽນ (ADMM), ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດອາຊຽນເປີດກວ້າງ (ADMM+), ກອງປະຊຸມເວທີປາໄສພາກພື້ນອາຊຽນ (ARF), ກອງປະຊຸມປ້ອງກັນຄວາມສະຫງົບສາກົນມົດສະກູ, ການເຈລະຈາ Shangri-La, ເວທີປາໄສແຊງຊາງປັກກິ່ງ...

ບໍ່ພຽງແຕ່ເພີ່ມທະວີການເຈລະຈາເທົ່ານັ້ນ, ຍາມໃດຫວຽດນາມ ກໍ່ສະແດງຈິດໃຈພ້ອມແລ້ວທີ່ຈະຮ່ວມມືດ້ວຍບັນດາການກະທຳຕົວຈິງ, ມີປະສິດທິຜົນ, ເປັນເຈົ້າການ, ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວພົວພັນຕ່າງປະເທດດ້ານປ້ອງກັນຊາດຫຼາຍຝ່າຍດ້ວຍຄວາມຮັບຜິດຊອບ, ປະກອບສ່ວນຍົກສູງຖານະທີ່ຕັ້ງ ແລະບົດບາດຂອງປະເທດ, ກອງທັບໃນເວທີປາໄສສາກົນ, ຄືການຜັນຂະຫຍາຍບັນດານາຍທະຫານໄປປະຕິບັດໜ້າທີ່ (ຢູ່ ຊູດັງໃຕ້ ແລະ ສ. ອາຟະລິກາກາງ) ແລະໂຮງໝໍກາງສະໜາມຂັ້ນ 2 ເລກ 1, ໃນໄລຍະຈະມາເຖິງແມ່ນຂັ້ນ 2 ເລກ 2 ໄປປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານຮັກສາສັນຕິພາບສະຫະປະຊາຊາດຢູ່ ຊູດັງໃຕ້.

ສາມາດຢັ້ງຢືນໄດ້ວ່າ, ການເຄື່ອນໄຫວພົວພັນຕ່າງປະເທດດ້ານປ້ອງກັນຊາດຍາມໃດກໍ່ສືບທອດ ແລະເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີຂອງກອງທັບປະຊາຊົນຫວຽດນາມ; ໄດ້ກາຍເປັນແນວໂຮມການທູດທີ່ສຳຄັນຢ່າງແທ້ຈິງ, ປະກອບສ່ວນສ້າງທ່າໝັ້ນຄົງເຂັ້ມແຂງໃຫ້ແກ່ການເຄື່ອນໄຫວພົວພັນຕ່າງປະເທດຂອງພັກ ແລະລັດ, ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ, ສ້າງເງື່ອນໄຂສາກົນຢ່າງສະດວກເພື່ອໃຫ້ປະເທດພັດທະນາໃນວິວັດທະນາການເຊື່ອມໂຍງເຂົ້າກັບສາກົນ. ການພົວພັນຕ່າງປະເທດດ້ານປ້ອງກັນຊາດໄດ້ປະກອບສ່ວນປົກປັກຮັກສາເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະຄວາມໝັ້ນຄົງແຫ່ງຊາດໄວ້ຢ່າງໝັ້ນຄົງເຂັ້ມແຂງ; ພ້ອມທັງ, ມີບັນດາການປະກອບສ່ວນສຳຄັນເຂົ້າໃນກິດຈະການກໍ່ສ້າງພື້ນຖານທົ່ວປວງຊົນປ້ອງກັນຊາດໃຫ້ໝັ້ນຄົງເຂັ້ມແຂງ, ກໍ່ສ້າງທ່າຮົບທົ່ວປວງຊົນປ້ອງກັນຊາດຕິດພັນຢ່າງແໜ້ນແຟ້ນກັບທ່າຮົບປະຊາຊົນປ້ອງກັນຄວາມສະຫງົບ; ປະຕິບັດໜ້າທີ່ການເມືອງຂອງກອງທັບເປັນຢ່າງດີ, ຍົກສູງອິດທິພົນຊື່ສຽງ, ຖານະບົດບາດຂອງປະເທດ, ຂອງກອງທັບປະຊາຊົນຫວຽດນາມ ໃນເວທີປາໄສສາກົນ.

ໂດຍ: ແສງເດືອນ