ທີ່ການຕ້ອນຮັບ, ສອງຝ່າຍໄດ້ແລກປ່ຽນບາງເນື້ອໃນ, ມາດຕະການເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດໃຫ້ສອດຄ່ອງກັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ, ໂດຍສະເພາະແມ່ນໃນຂອບເຂດປີຫວຽດນາມ ຢູ່ ລັດເຊຍ, ປີລັດເຊຍ ຢູ່ ຫວຽດນາມ 2019-2020, ມຸ່ງໄປເຖິງການສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ (1950-2020).

leftcenterrightdel
ທ່ານພົນໂທ ເບ໊ຊວນເຈື່ອງ ຕ້ອນຮັບທ່ານ Vladimir Nikolaevich Drozhzhov, ຮອງຜູ້ ອຳນວຍການອົງການສະຫະພັນລັດເຊຍກ່ຽວກັບການຮ່ວມມືດ້ານເຕັກນິກການທະຫານ. ພາບ: ເຟືອງລິງ.

ທ່ານພົນໂທ ເບ໊ຊວນເຈື່ອງ ແລະທ່ານ Vladimir Nikolaevich Drozhzhov ກໍ່ເຫັນດີເປັນເອກະພາບສືບຕໍ່ຮັກສາບັນດາການພົບປະຂັ້ນສູງລະຫວ່າງສອງຝ່າຍ, ປະກອບສ່ວນເພີ່ມທະວີການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ, ນຳການພົວພັນດ້ານປ້ອງກັນຊາດສອງຝ່າຍເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນ.

ໂດຍ: ສົມເພັດ