ທີ່ການເຈລະຈາ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການຂອງແຕ່ລະປະເທດ ກໍ່ຄືບັນດາບັນຫາສາກົນ ແລະພາກພື້ນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ຕີລາຄາການຜັນຂະຫຍາຍເນື້ອໃນການຮ່ວມມືດ້ານປ້ອງກັນຊາດ ເຊິ່ງສອງຝ່າຍໄດ້ເຫັນດີເປັນເອກະພາບທີ່ການເຈລະຈານະໂຍບາຍດ້ານປ້ອງກັນຊາດຄັ້ງທີ 2, ວາງອອກທິດທາງຊຸກຍູ້ການຮ່ວມມືໃນໄລຍະຈະມາເຖິງ, ແລກປ່ຽນກ່ຽວກັບວຽກງານຜັນຂະຫຍາຍການປະຕິບັດຊຸດສຳເນົາເອກະສານກ່ຽວກັບປະຫວັດສາດການພົວພັນດ້ານປ້ອງກັນຊາດຫວຽດນາມ-ກູບາ ຄົບຮອບ 60 ປີ (1960-2020).

leftcenterrightdel
 ບັນຍາກາດທີ່ການເຈລະຈາ. ພາບ: qdnd.vn.

ສອງຝ່າຍໄດ້ເຫັນດີເປັນເອກະພາບນຳກັນວ່າ ໃນໄລຍະຈະມາເຖິງຈະສືບຕໍ່ຍູ້ແຮງການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ; ຝ່າຍຫວຽດນາມ  ປາດຖະໜາວ່າ ໃນປີ 2020 ລັດຖະມົນຕີກະຊວງບັນດາກໍາລັງປະກອບອາວຸດກູບາ ຈະມາຫວຽດນາມ ເພື່ອລົງນາມໃນແຜນການຮ່ວມມືໄລຍະ 2020-2022, ສົມທົບກັນຈັດຕັ້ງການພົບປະແລກປ່ຽນຜ່ານເຄືອຂ່າຍອິນເຕີແນັດ, ເຂົ້າຮ່ວມລາຍການພົບປະກັບຕົວພະຍານປະຫວັດສາດຈຳນວນໜຶ່ງທີ່ມີການປະກອບສ່ວນໃຫ້ແກ່ການພົວພັນດ້ານປ້ອງກັນຊາດລະຫວ່າງສອງປະເທດໃນຕະຫຼອດ 60 ປີຜ່ານມາ.

leftcenterrightdel
ຄະນະຜູ້ແທນສອງຝ່າຍຖ່າຍຮູບຮ່ວມກັນ. ພາບ: qdnd.vn.

ກ່ຽວກັບຊຸດສຳເນົາເອກະສານປະຫວັດສາດ 60 ປີແຫ່ງການພົວພັນດ້ານປ້ອງກັນຊາດຫວຽດນາມ-ກູບາ, ສອງຝ່າຍກໍານົດວ່ານີ້ແມ່ນໜ້າທີ່ການເມືອງສໍາຄັນ ເຊິ່ງການນໍາພັກ, ລັດ ໄດ້ມອບໃຫ້ກະຊວງປ້ອງກັນປະເທດສອງປະເທດສົມທົບກັນຜັນຂະຫຍາຍປະຕິບັດ. ສະນັ້ນສອງຝ່າຍຄວນມານະພະຍາຍາມ, ສົມທົບກັນຢ່າງແໜ້ນແຟ້ນເພື່ອສ້າງຊຸດສຳເນົາເອກະສານໃຫ້ສໍາເລັດໃນປີ 2020 ກົງກັບໂອກາດທີ່ສອງປະເທດສະເຫຼີມສະຫຼອງ 60 ປີແຫ່ງການພົວພັນທາງການທູດ.

ຜົນການເຈລະຈານະໂຍບາຍດ້ານປ້ອງກັນຊາດຫວຽດນາມ-ກູບາ ຄັ້ງທີ 3 ແມ່ນພື້ນຖານສໍາຄັນເພື່ອໃຫ້ສອງຝ່າຍນໍາເຂົ້າໃນແຜນການຮ່ວມມືດ້ານປ້ອງກັນຊາດ ໄລຍະ 2020-2022, ຜ່ານນັ້ນກໍານົດທິດໃຫ້ແກ່8ໄລຍະພັດທະນາໃໝ່ໃນການພົວພັນດ້ານປ້ອງກັນຊາດ, ປະກອບສ່ວນປັບປຸງ ແລະພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງຫວຽດນາມ-ກູບາ.

ໂດຍ: ເຈິ່ນຮວ່ຽນ