leftcenterrightdel
ທ່ານພົນໂທ ຫງວຽນຈີ໊ວິ້ງ ມອບຂອງຂວັນທີ່ລະນຶກໃຫ້ທ່ານພັນເອກ Thomas Stevenson. ພາບ: ແອງຫວູ.

ທີ່ການຕ້ອນຮັບ, ທ່ານພົນໂທ ຫງວຽນຈີ໊ວິ້ງ ອວຍພອນທ່ານພັນເອກ Thomas Stevenson ໄດ້ຮັບແຕ່ງຕັ້ງເປັນທູດປ້ອງກັນຊາດອາເມລິກາ ປະຈໍາ ຫວຽດນາມ; ເນັ້ນໜັກວ່າ, ໃນໄລຍະຜ່ານມາການພົວພັນດ້ານປ້ອງກັນຊາດລະຫວ່າງຫວຽດນາມ ແລະ ອາເມລິກາ ໄດ້ມີຫຼາຍບາດກ້າວພັດທະນາ, ພິເສດໃນບັນດາຂົງເຂດ, ຄື: ແລກປ່ຽນຄະນະທຸກຂັ້ນ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ບຳລຸງສ້າງ, ແບ່ງປັນບົດຮຽນໃນການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ, ການຮ່ວມມືຊອກຫາກູ້ໄພກູ້ຊີບ, ເສນາຮັກ... ທ່ານພົນໂທ ຫງວຽນຈີ໊ວິ້ງ ປາດຖະໜາວ່າ, ໃນຖານະຕໍາແໜ່ງໃໝ່, ທ່ານພັນເອກ Thomas Stevenson ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ການພົວພັນດ້ານປ້ອງກັນຊາດລະຫວ່າງສອງປະເທດເຂົ້າສູ່ລວງເລິກ, ນຳມາເຊິ່ງປະສິດທິຜົນແທດຈິງກວ່າອີກ; ພ້ອມທັງຢັ້ງຢືນວ່າກະຊວງປ້ອງກັນປະເທດຫວຽດນາມ ພ້ອມແລ້ວທີ່ຈະສ້າງທຸກເງື່ອນໄຂສະດວກເພື່ອໃຫ້ທ່ານພັນເອກ Thomas Stevenson ປະຕິບັດສໍາເລັດໜ້າທີ່ຢ່າງຈົບງາມ.

ທ່ານພັນເອກ Thomas Stevenson ສະແດງຄວາມຂອບອົກຂອບໃຈຕໍ່ທ່ານພົນໂທ ຫງວຽນຈີ໊ວິ້ງ ທີ່ໄດ້ສະຫງວນເວລາຕ້ອນຮັບ ແລະຢັ້ງຢືນວ່າຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດຫວຽດນາມ - ອາເມລິກາ ໃຫ້ນັບມື້ນັບພັດທະນາ.

ພາບ: ແສງເດືອນ