leftcenterrightdel
ທ່ານພັນເອກພິເສດ ຫງວຽນວ໊ຽດຖວນ  ຕ້ອນຮັບທ່ານພັນເອກ Tagamolila. ພາບ: ຮວ່າງຫວູ.

ນີ້ແມ່ນການເຄື່ອນໄຫວຜັດປ່ຽນກັນຕາມ “ກົນໄກພົບປະແລກປ່ຽນບຸກຄະລາກອນຢູ່ເກາະຊອງຕື໋ໄຕ (ຫວຽດນາມ) ແລະເກາະຊອງຕື໋ດົງ (ຟີລິບປິນ) ລະຫວ່າງທະຫານເຮືອປະຊາຊົນຫວຽດນາມ ແລະທະຫານເຮືອຟີລິບປິນ” ເຊິ່ງລົງນາມໃນເດືອນມີນາ 2012. ບັນດາການເຄື່ອນໄຫວພົບປະແລກປ່ຽນສ້າງບັນຍາກາດເປັນມິດສະໜິດສະໜົມ ແລະມີຄວາມເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງບັນດາກໍາລັງຕັ້ງທັບໃນສອງເກາະຊອງຕື໋ໄຕ (ຫວຽດນາມ) ແລະ ຊອງຕື໋ດົງ (ຟີລິບປິນ) ເພື່ອແນໃສ່ສົມທົບກັນຮັບມືກັບບັນດາຄວາມສ່ຽງຈາກໄພທໍາມະຊາດກໍ່ຂຶ້ນ; ສົມທົບກັນຊອກຫາກູ້ໄພກູ້ຊີບ, ແບ່ງປັນຂໍ້ມູນຂ່າວສານກ່າວເຕືອນອາກາດບໍ່ດີ ແລະບັນດາບັນຫາກ່ຽວກັບຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລ; ການຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມໝັ້ນຄົງໃນເຂດທະເລສອງເກາະຊອງຕື໋ໄຕ ແລະຊອງຕື໋ດົງ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ ແລະຄວາມໝັ້ນຄົງຢູ່ທະເລຕາເວັນອອກ.

leftcenterrightdel
ສະມາຊິກສອງຄະນະແບ່ງປັນຂໍ້ມູນຂ່າວສານໃນການເດີນທະເລ. ພາບ: ຮວ່າງຫວູ.
leftcenterrightdel
ສະມາຊິກສອງຄະນະຖ່າຍຮູບເປັນທີ່ລະນຶກຢູ່ເກາະຊອງຕື໋ໄຕ. ພາບ: ຮວ່າງຫວູ.

ຕາມທ່ານພັນເອກພິເສດ ຫງວຽນວ໊ຽດຖວນ, ເລື່ອງທະຫານສອງປະເທດຈັດຕັ້ງການພົບປະແລກປ່ຽນບຸກຄະລາກອນສະແດງໃຫ້ເຫັນຄວາມມຸ່ງມາດປາດຖະໜາ, ເຈດຕະນາດີໃນການກໍ່ສ້າງສະພາບແວດລ້ອມສັນຕິພາບ, ສະຖຽນລະພາບຢູ່ເຂດເຈື່ອງຊາ ເວົ້າສະເພາະ ແລະຢູ່ທະເລເວົ້າລວມ, ພ້ອມທັງສະແດງໃຫ້ເຫັນຄວາມຮັບຜິດຊອບຂອງທະຫານເຮືອສອງປະເທດໃນການປະຕິບັດຖະແຫຼງການແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ.

leftcenterrightdel
ສະມາຊິກສອງຄະນະແຂ່ງຂັນບານສົ່ງມິດຕະພາບ. ພາບ: ຮວ່າງຫວູ.

ໃນຂອບເຂດການພົບປະແລກປ່ຽນບຸກຄະລາກອນ ຄັ້ງທີ 5, ສອງຝ່າຍໄດ້ດໍາເນີນການແລກປ່ຽນ, ແບ່ງປັນຂໍ້ມູນຂ່າວສານກ່ຽວກັບສະພາບການຢູ່ທະເລໃນເຂດເກາະຊອງຕື໋ໄຕ (ຫວຽດນາມ) ແລະຊອງຕື໋ດົງ (ຟີລິບປິນ) ກໍ່ຄືບາງເນື້ອໃນ: ການໂຈນສະລັດ, ການຄ້າເຖື່ອນ, ການອົບພະຍົບຢ່າງຜິດກົດໝາຍ, ອຸບັດຕິເຫດໃນການເດີນທະເລ, ໄພທໍາມະຊາດ... ນອກຈາກນັ້ນ,  ສອງຝ່າຍກໍ່ໄດ້ຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທໍາ- ສິລະປະ-ກິລາ.

ໂດຍ: ທູຈາງ