ນີ້ແມ່ນຄັ້ງທີ 2 ທີ່ທີມລົດຕັງເຂົ້າຮ່ວມງານແຂ່ງຂັນການທະຫານໃຫຍ່ທີ່ສຸດໃນໂລກນີ້ ແລະບັນລຸຜົນງານສູງກວ່າເມື່ອທຽບໃສ່ການເຂົ້າຮ່ວມຄັ້ງທໍາອິດ. ນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ ໄດ້ມີການແລກປ່ຽນກັບທ່ານພັນເອກພິເສດ  ຟານຫາຍລອງ, ຮອງຫົວໜ້າເສນາທິການເຫຼົ່າຮົບລົດຕັງຍານເກາະ; ຫົວໜ້າທີມລົດຕັງຫວຽດນາມ.

leftcenterrightdel
ທ່ານພັນເອກພິເສດ  ຟານຫາຍລອງ, ຫົວໜ້າທີມລົດຕັງຫວຽດນາມ. ພາບ: ໝີແຮ້ງ.

ນັກຂ່າວ: ຂໍຮຽນສະຫາຍ, ເລື່ອງທີມຫວຽດນາມ ຍາດໄດ້ລາງວັນທີ 2 ທີ່ງານແຂ່ງຂັນການທະຫານໃຫຍ່ ແລະໃນລາຍການແຂ່ງຂັນທີ່ມີຫຼາຍທີມເຂົ້າຮ່ວມ  Army Games 2019 ທີ່ສຸດ, ແມ່ນບໍ່ວ່ານັ້ນແມ່ນຜົນນອກເໜືອສິ່ງທີ່ຄອຍຖ້າ?

ທ່ານພັນເອກພິເສດ  ຟານຫາຍລອງ: ກ່ອນທີ່ທີມລົດຕັງຈະເຂົ້າຮ່ວມຮອບຊີງຊະນະເລີດ, ພວກຂ້າພະເຈົ້າໄດ້ເຮັດວຽກງານກະກຽມດີທີ່ສຸດນັບທັງດ້ານແນວຄິດ, ຄຸນນະທາດ ແລະອາວຸດຍຸດທະພັນ, ເພື່ອກ້າວເຂົ້າສູ່ການແຂ່ງຂັນດ້ວຍຈິດຕະພາບກຽມພ້ອມທີ່ສຸດ. ທຸກຄົນໃນທີມຕັດສິນໃຈແຂ່ງຂັນຈົນສຸດຄວາມສາມາດ, ກໍານົດວ່າເມື່ອເຂົ້າຮ່ວມການແຂ່ງຂັນແມ່ນເພື່ອກຽດສັກສີ, ເສີມຂະຫຍາຍມູນເຊື້ອຂອງກອງທັບປະຊາຊົນຫວຽດນາມ. ເພື່ອຍາດເອົາຜົນງານຄືດັ່ງນັ້ນ, ພວກຂ້າພະເຈົ້າໄດ້ພະຍາຍາມຈົນສຸດຄວາມສາມາດຂອງຕົນ.

ນັກຂ່າວ: ທີມລົດຕັງຫວຽດນາມ ໄດ້ມີຄວາມກ້າວໜ້າຄືແນວໃດຜ່ານການແຂ່ງຂັນຮອບຕ່າງໆທີ່ Army Games 2019?

ທ່ານພັນເອກພິເສດ  ຟານຫາຍລອງ: ຄວາມຈິງ, ທີ່ຮອບຊີງຊະນະເລີດ, ບັນດາຈຸລົດຍິງປືນໃຫຍ່ບໍ່ທັນໄດ້ຮັບປະສິດທິຜົນສູງ. ແຕ່ບໍ່ແມ່ນຍ້ອນລະດັບຄວາມຮູ້ຂອງທະຫານ, ຫາກຍ້ອນລະບົບເຄື່ອງແທກໄກໃນລົດຖືກເພ. ສິ່ງນີ້ສະແດງໃຫ້ເຫັນວ່າ, ທັກສະແກ້ໄຂ, ສ້ອມແປງຍຸດທະພັນຄວນໄດ້ຮັບຄວາມເອົາໃຈໃສ່ກວ່າອີກ.

ເມື່ອເຂົ້າຮ່ວມ Army Games ຄັ້ງທີ 2, ສະມາຊິກໝົດທຸກຄົນລ້ວນແຕ່ມີຄວາມເຊື່ອໝັ້ນຕົນເອງເປັນເຈົ້າການຍຸດທະພັນ ແມ່ນລົດຕັງ T-72B3 ພ້ອມກັບອາວຸດຍຸດທະພັນຕ່າງໆ. ແຕ່ເພື່ອແກ້ໄຂເຫດເກີດຂຶ້ນໃນລົດປະເພດ ທີ່ພວກເຮົາຍັງບໍ່ທັນມີໃນປັດຈຸບັນ, ແມ່ນຕ້ອງເສຍເວລາຕື່ມອີກໄລຍະໜຶ່ງ. ຕາມຂ້າພະເຈົ້າ ຄວນຈັດຕັ້ງການຝຶກແອບເພີ່ມເຕີມ ແລະຝຶດແອບການແກ້ໄຂເຫດເກີດຂຶ້ນໃນວິວັດການນໍາໃຊ້. ໂດຍລະອຽດແມ່ນຝຶກແອບດ້ານອາວຸດ, ຝຶກແອບການຂັບລົດ, ເພາະວ່າໃນຕົວຈິງ, ລົດຕັງ T-72B3 ແມ່ນລົດທີ່ນໍາໃຊ້ລະບົບເອເລັກໂຕນິກ ແລະວັດແທກໄລຍະຫ່າງດ້ວຍແສງ laser ເປັນຕົ້ນຕໍ. ໃນວິວັດການນໍາໃຊ້ຍຸດທະພັນ, ອາດຈະເກີດເຫດຕ່າງໆທີ່ຈຳເປັນຕ້ອງໄດ້ຮັບການແກ້ໄຂ...  ເມື່ອສັງເກດການແຂ່ງຂັນ, ສະໜາມແຂ່ງຂັນມີ 4 ຮອບ, ໃນນັ້ນການຂ້າມສິ່ງກີດຂວາງແມ່ນຍາກທີ່ສຸດ.

ນັກຂ່າວ: ເມື່ອເຂົ້າຮ່ວມ Army Games ຄັ້ງທີ 2, ທີມຫວຽດນາມ ສາມາດຖອດຖອນບົດຮຽນຫຍັງແດ່ໃນການຝຶກແອບ ແລະແຂ່ງຂັນ?

ທ່ານພັນເອກພິເສດ  ຟານຫາຍລອງ: ຄວາມຈິງແລ້ວ, ພວກເຮົາຍັງບໍ່ທັນໄດ້ປະກອບລົດຕັງ T-72B3. ເມື່ອໄປຮອດລັດເຊຍ, ພວກຂ້າພະເຈົ້າພຽງແຕ່ມີເວລາຊັ້ນ ເພື່ອທຳຄວາມລື້ງເຄີຍກັບຍຸດທະພັນ ແລະດັດປັບອາວຸດແຂ່ງຂັນເທົ່ານັ້ນ. ພວກຂ້າພະເຈົ້າ ໄດ້ຖອດຖອນບົດຮຽນຂອງປີກາຍ, ຈາກນັ້ນສ້າງ ແລະຈັດຕັ້ງແຜນການຝຶກແອບ. ເພື່ອຍົກສູງລະດັບນໍາໃຊ້ຍຸດທະພັນກວ່າອີກ, ກໍ່ຄືຍົກສູງຜົນການແຂ່ງຂັນໃນຊຸມປີຕໍ່ໄປ, ພວກເຮົາຄວນລົງທຶນຫຼາຍກວ່າ, ລົງທຶນມີຈຸດສຸມໃຫ້ແກ່ບັນດາທີມເຂົ້າຮ່ວມນັບແຕ່ໄລຍະຕົ້ນ ເພື່ອໃຫ້ບັນດາທີມເຂົ້າຮ່ວມສ້າງແຜນການປະຕິບັດ, ມີການຝຶກແອບຢ່າງລອບຄອບ.

ນັກຂ່າວ: ທີມລົດຕັງຫວຽດນາມ ໄດ້ສ້າງຄວາມປະທັບໃຈທີ່ດີ ທີ່ Army Games ຄັ້ງນີ້, ບໍ່ພຽງແຕ່ສໍາລັບທີມເພື່ອນມິດເທົ່ານັ້ນ, ຫາກຍັງສໍາລັບກອງເຊຍອີກດ້ວຍ. ສະຫາຍສາມາດແບ່ງປັນຕື່ມອີກກ່ຽວກັບສິ່ງນີ້ໄດ້ບໍ?

ທ່ານພັນເອກພິເສດ  ຟານຫາຍລອງ: ເມື່ອເຂົ້າຮ່ວມງານແຂ່ງຂັນ, ພວກຂ້າພະເຈົ້າປາດຖະໜາຢາກສ່ົງສານເຖິງກອງທັບປະເທດຕ່າງໆ ແລະເພື່ອນມິດສາກົນກ່ຽວກັບນໍ້າໃຈມິດຕະພາບ, ຄວາມສາມັກຄີ ແລະການຮ່ວມມື, ປາດຖະໜາຢາກແລກປ່ຽນບົດຮຽນ, ເພື່ອປະກອບສ່ວນຍົກສູງລະດັບຄວາມຮູ້, ຄວາມສາມາດໃຫ້ກອງທັບຫວຽດນາມ.  ຜູ້ຊົມ ແລະເພື່ອນມິດສາກົນຫຼາຍຄົນໄດ້ຈັບມືອວຍພອນພວກຂ້າພະເຈົ້າ ຍາດໄດ້ລາງວັນສູງໃນການເຂ່ງຂັນ. ພວກຂ້າພະເຈົ້າສະເທືອນໃຈທີ່ສຸດເມື່ອຮູ້ວ່າໃນເວທີ, ບ່ອນທີ່ກອງເຊຍຊາວຫວຽດນາມນັ່ງນັ້ນ, ມີທັງຊາວລັດເຊຍ, ເພື່ອນມິດສາກົນແກວ່ງທຸງເພື່ອລະດົມກໍາລັງໃຈໃຫ້ແກ່ທີມຫວຽດນາມ. ໂດຍສະເພາະແມ່ນພວກເພື່ອນໃນທີມລົດຕັງລາວ ກໍ່ຕັ້ງໜ້າລະດົມກໍາລັງໃຈໃຫ້ທີມລົດຕັງຫວຽດນາມ. ມີເພື່ອນມິດ, ພໍ່ແມ່ປະຊາຊົນຊາວຫວຽດນາມອາໄສຢູ່ລັດເຊຍ ກໍ່ໄດ້ມີໜ້າຢູ່ສະໜາມແຂ່ງຂັນເພື່ອລະດົມກໍາລັງໃຈພວກຂ້າພະເຈົ້າ. ນີ້ແມ່ນແຫຼ່ງລະດົມກໍາລັງໃຈທີ່ມີຄຸນຄ່າ, ປະກອບສ່ວນຊ່ວຍໃຫ້ພວກຂ້າພະເຈົ້າຍາດເອົາໄຊຊະນະ.

ນັກຂ່າວ: ຂໍຂອບໃຈສະຫາຍ!

ໂດຍ: ທູຈາງ