ຄະນະໄດ້ໄປຢ້ຽມຢາມບັນດາພະແນກວິຊາສະເພາະ, ຊອກຮູ້ການເຄື່ອນໄຫວວິຊາສະເພາະ, ການຮ່ວມມືລະຫວ່າງໂຮງໝໍເສນາຮັກ 175 ແລະບັນດານັກຊ່ຽວຊານອົດສະຕາລີ ໃນວຽກງານກະກຽມໂຮງໝໍກາງສະໜາມຂັ້ນ 2 ເລກ 1. ສອງຝ່າຍໄດ້ແລກປ່ຽນບາງການເຄື່ອນໄຫວລະອຽດ ຄື: ການໜູນຊ່ວຍບໍາລຸງສ້າງພາສາອັງກິດ, ເຄື່ອງອຸປະກອນການແພດ, ວຽກງານຈັດສົ່ງທະຫານພາຍຫຼັງໂຮງໝໍກາງສະໜາມຂັ້ນ 2 ເລກ 1 ຂອງຫວຽດນາມ ສໍາເລັດພັນທະສາກົນທີ່ຄະນະປະຕິບັດງານຂອງສະຫະປະຊາຊາດຢູ່ຊູດັງໃຕ້, ການເຄື່ອນໄຫວພົບປະແລກປ່ຽນພະນັກງານ, ນາຍທະຫານສອງປະເທດ...

leftcenterrightdel
ຄະນະຜູ້ແທນອົດສະຕາລີ ຢ້ຽມຢາມຖາມຂ່າວພະນັກງານ, ນັກຮົບໂຮງໝໍເສນາຮັກ 175. ພາບ: ຈູງກຽນ.

ທ່ານນາງ Julian Cowley ສະແດງຄວາມປິຕິຊົມຊື່ນຕໍ່ການຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ ແລະ ອົດສະຕາລີ ໃນໄລຍະຜ່ານມາແມ່ນໄດ້ເຂົ້າສູ່ລວງເລິກ, ຕິດພັນກັບບັນດາການເຄື່ອນໄຫວຢ່າງແທດຈິງ, ມີຄວາມໝາຍໃຫຍ່. ໃນໄລຍະຈະມາເຖິງ, ອົດສະຕາລີ ໃຫ້ຄໍາໝັ້ນສັນຍາຈະໜູນຊ່ວຍ, ຮ່ວມມືຮອບດ້ານກວ່າເກົ່າ, ຜ່ານນັ້ນເຮັດໃຫ້ການພົວພັນທີ່ດີງາມລະຫວ່າງສອງປະເທດໃນຂົງເຂດປ້ອງກັນຊາດ, ຮ່ວມມືກັບສາກົນເລິກເຊິ່ງກວ່າອີກ.

ການນໍາໂຮງໝໍເສນາຮັກ 175 ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ຄະນະ ແລະໃຫ້ຄໍາໝັ້ນສັນຍາວ່າ ຈະຈັດຕັ້ງບັນດາການເຄື່ອນໄຫວຮ່ວມມືເປັນຢ່າງດີ, ຮັບປະກັນເງື່ອນໄຂດີທີ່ສຸດໃຫ້ບັນດານັກຊ່ຽວຊານອົດສະຕາລີ ເມື່ອປະຕິບັດງານ, ເຂົ້າຮ່ວມການສິດສອນ, ຝຶກແອບຢູ່ຫວຽດນາມ.

ໂດຍ: ທູຈາງ