ທີ່ການຕ້ອນຮັບ, ທ່ານພົນໂທ ຟ້າມງອັກມິງ ຖືວ່າພ້ອມກັບການພັດທະນາຮອບດ້ານຂອງການພົວພັນຫວຽດນາມ-ໄທ, ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍລະຫວ່າງສອງປະເທດໃນຊຸມປີຜ່ານມາໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງໃນຫຼາຍຂົງເຂດຮ່ວມມືຢ່າງມີປະສິດທິຜົນ, ແທດຈິງ ແລະພົ້ນເດັ່ນຄື: ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພົບປະແລກປ່ຽນນາຍທະຫານ, ການຮ່ວມມືລະຫວ່າງບັນດາເຫຼົ່າຮົບ, ເຫຼົ່າທັບ, ການຮ່ວມມືບໍາລຸງສ້າງ...; ທ່ານຍັງເນັ້ນໜັກວ່າ ບັນດາການເຄື່ອນໄຫວຮ່ວມມືນີ້ໄດ້ປະກອບສ່ວນສໍາຄັນເຂົ້າໃນການເພີ່ມທະວີ ແລະປັບປຸງການພົວພັນມິດຕະພາບ, ຄວາມເຂົ້າໃຈ ແລະໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນລະຫວ່າງປະຊາຊົນ ແລະກອງທັບສອງປະເທດ.

leftcenterrightdel
ທ່ານພົນໂທ ຟ້າມງອັກມິງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ຖ່າຍຮູບເປັນທີ່ລະນຶກກັບຄະນະຜູ້ແທນກອງທັບລາດຊະວົງ ໄທ. ພາບ: ມິງແຄ໋ງ.

ທ່ານພົນໂທ ຟ້າມງອັກມິງ ກໍ່ຕີລາຄາສູງຜົນການເຮັດວຽກກ່ອນນັ້ນລະຫວ່າງສູນຄົ້ນຄວ້າຍຸດທະສາດ, ສະຖາບັນຄົ້ນຄວ້າປ້ອງກັນຊາດ, ກອງທັບລາດຊະວົງ ໄທ ແລະສະຖາບັນຍຸດທະສາດປ້ອງກັນຊາດ, ກະຊວງປ້ອງກັນປະເທດຫວຽດນາມ; ພ້ອມທັງປາດຖະໜາວ່າສອງຝ່າຍສືບຕໍ່ມານະພະຍາຍາມຊຸກຍູ້ເນື້ອໃນຮ່ວມມືຕ່າງໆທີ່ມີຢູ່ແລ້ວໃນປະຈຸບັນ ແລະສວມບົດບາດເປັນເຈົ້າການ, ຕັ້ງໜ້າໃນວຽກງານເປັນເສນາທິການບັນດາບັນຫາຍຸດທະສາດໃຫ້ການນໍາກະຊວງປ້ອງກັນປະເທດ ແລະກອງທັບສອງປະເທດ.

ໂດຍ: ເກື່ອງດັ້ງ