ຕາງໜ້າໃຫ້ກະຊວງປ້ອງກັນປະເທດຫວຽດນາມ, ທ່ານພົນຕີ ໂງມິງຕ໊ຽນ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມງານລ້ຽງດັ່ງກ່າວ.

leftcenterrightdel
ທ່ານພັນເອກ Edmund Tan, ທີ່ປຶກສາທູດຝ່າຍປ້ອງກັນຊາດສິງກະໂປ ປະຈໍາ ຫວຽດນາມ ກ່າວຄໍາເຫັນທີ່ພິທີ. ພາບ: ຮົ່ງຟາ.

ກ່າວຄໍາເຫັນທີ່ງານລ້ຽງ, ທ່ານພັນເອກ Edmund Tan, ທີ່ປຶກສາທູດຝ່າຍປ້ອງກັນຊາດສິງກະໂປ ປະຈໍາ ຫວຽດນາມ ເນັ້ນໜັ້ກວ່າ, ສິງກະໂປ ຕີລາຄາສູງສາຍພົວພັນຮ່ວມມືດ້ານປ້ອງກັນຊາດກັບຫວຽດນາມ ເມື່ອທັງສອງຝ່າຍສືບຕໍ່ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະຄວາມເຂົ້າໃຈເຊິ່ງກັນ ແລະກັນໃນສະພາບຄວາມໝັ້ນຄົງມີການປ່ຽນແປງ ແລະສອງປະເທດຕ້ອງຮັບມືກັບບັນດາສິ່ງທ້າທາຍຄວາມໝັ້ນຄົງລວມໃນຕໍ່ໜ້າ. ທ່ານພັນເອກ Edmund Tan ອວຍພອນໃຫ້ສາຍພົວພັນດ້ານປ້ອງກັນຊາດສອງຝ່າຍ ສິງກະໂປ-ຫວຽດນາມ ຈະສືບຕໍ່ນັບມື້ນັບພັດທະນາກວ່າອີກ.

leftcenterrightdel
ທ່ານພົນຕີ ໂງມິງຕ໊ຽນ ກ່າວຄໍາເຫັນອວຍພອນວັນມູນເຊື້ອກໍາລັງປະກອບອາວຸດສິງກະໂປ ຄັ້ງທີ 54. ພາບ: ຮົ່ງຟາ.

ສ່ວນຝ່າຍຫວຽດນາມ, ທ່ານພົນຕີ ໂງມິງຕ໊ຽນ ຢັ້ງຢືນວ່າຫວຽດນາມ ປາດຖະໜາຢາກພັດທະນາການພົວພັນດ້ານປ້ອງກັນຊາດກັບສິງກະໂປຢ່າງດີງາມບົນພື້ນຖານການຜັນຂະຫຍາຍບັນດາເນື້ອໃນຮ່ວມມືຢ່າງມີປະສິດທິຜົນ ຄື: ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ການພົບປະແລກປ່ຽນນາຍທະຫານໜຸ່ມ, ການຮ່ວມມືທະຫານເຮືອ, ເສນາຮັກ, ການບຳລຸງສ້າງ, ການແລກປ່ຽນຂໍ້ມູນຂ່າວສານ… ທ່ານພົນຕີ ໂງມິງຕ໊ຽນ ສະແດງຄວາມເຊື່ອໝັ້ນວ່າດ້ວຍຄວາມຕັດສິນໃຈດ້ານການເມືອງ, ເຈດຕະນາດີ ແລະຄວາມມານະພະຍາຍາມຂອງທັງສອງຝ່າຍ, ການພົວພັນດ້ານປ້ອງກັນຊາດຫວຽດນາມ-ສິງກະໂປ ຈະພັດທະນາຢ່າງແຮງກວ່າອີກ.

ໂດຍ: ຈາງຫງວຽນ