ທີ່ການເຈລະຈາ, ທ່ານພົນໂທ Hervé De Bonnaventure, ຮອງຫົວໜ້າກົມໃຫຍ່ການພົວພັນສາກົນ ແລະຍຸດທະສາດ, ກະຊວງປ້ອງກັນປະເທດຝະລັ່ງ ຢັ້ງຢືນວ່າ ຝະລັ່ງຕີລາຄາສູງຖານະບົດບາດ, ທີ່ຕັ້ງຂອງຫວຽດນາມຢູ່ພາກພື້ນ; ປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດກັບຫວຽດນາມ ເພື່ອແນໃສ່ປະກອບສ່ວນໃຫ້ສັນຕິພາບ, ສະຖຽນລະພາບ ແລະການພັດທະນາຂອງພາກພື້ນ. ທ່ານພົນໂທ Hervé De Bonnaventure ຕີລາຄາສູງໝາກຜົນການຮ່ວມມື ເຊິ່ງສອງຝ່າຍບັນລຸໄດ້ ແລະຖືວ່າຜ່ານການເຈລະຈາຈະປະກອບສ່ວນນໍາການພົວພັນຮ່ວມມືດ້ານປ້ອງກັນຊາດສອງປະເທດພັດທະນາຢ່າງມີປະສິດທິຜົນ, ແທດຈິງ.

ທ່ານພົນໂທ ຫງວຽນຈີ໊ວີ້ງ ຕີລາຄາວ່າ ການເຈລະຈາໃນຄັ້ງນີ້ ມີຄວາມໝາຍສໍາຄັນ ຍ້ອນວ່ານີ້ແມ່ນຄັ້ງທໍາອິດ ທີ່ສອງຝ່າຍ ຜັນຂະຫຍາຍ ກົນໄກຮ່ວມມືໃໝ່, ບົນພື້ນຖານກົນໄກຄະນະກຳມະການປະສົມກ່ຽວກັບການຮ່ວມມືດ້ານປ້ອງກັນຊາດກ່ອນໜ້ານັ້ນ; ພ້ອມກັນນັ້ນ, ເລື່ອງຍົກລະດັບກົນໄກເຈລະຈານີ້ກໍ່ແມ່ນພະຍານຫຼັກຖານໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດທີ່ນັບມື້ນັບພັດທະນາ.

leftcenterrightdel
ບັນຍາກາດທີ່ການເຈລະຈາຍຸດທະສາດ ແລະການຮ່ວມມືດ້ານປ້ອງກັນ ຊາດ ຫວຽດນາມ-ຝະລັ່ງ ຄັ້ງທີ 1. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານພົນໂທ ຫງວຽນຈີ໊ວີ້ງ ຕີລາຄາວ່າ ການເຈລະຈາໃນຄັ້ງນີ້ມີຄວາມໝາຍສໍາຄັນຍ້ອນວ່ານີ້ແມ່ນຄັ້ງທໍາອິດທີ່ສອງຝ່າຍຜັນຂະຫຍາຍກົນໄກຮ່ວມມືໃໝ່, ບົນພື້ນຖານກົນໄກຄະນະກຳມະການປະສົມກ່ຽວກັບການຮ່ວມມືດ້ານປ້ອງກັນຊາດກ່ອນໜ້ານັ້ນ; ພ້ອມກັນນັ້ນ, ເລື່ອງຍົກລະດັບກົນໄກເຈລະຈານີ້ກໍ່ແມ່ນພະຍານຫຼັກຖານໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດທີ່ນັບມື້ນັບພັດທະນາ.

leftcenterrightdel
ທ່ານພົນໂທ ຫງວຽນຈີ໊ວີ້ງ ແລະທ່ານພົນໂທ Hervé De Bonnaventure ລົງນາມໃນບົດບັນທຶກໝາກຜົນການເຈລະຈາຍຸດທະສາດ ແລະການຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ຝະລັ່ງ ຄັ້ງທີ 1. ພາບ: ສໍານັກຂ່າວສານຫວຽດນາມ.

ສອງຝ່າຍກໍ່ໄດ້ແລກປ່ຽນທັດສະນະກ່ຽວກັບສະພາບການສາກົນ ແລະພາກພື້ນມີຄວາມສົນໃຈ; ເຫັນດີເປັນເອກະພາບຕີລາຄາວ່າ, ສະພາບການມີການຜັນແປສັບສົນຫຼາຍຢ່າງ, ຮຽກຮ້ອງໃຫ້ບັນດາປະເທດຕ້ອງການຮ່ວມແຮງຮ່ວມໃຈ, ມານະພະຍາຍາມແກ້ໄຂ, ໂດຍສະເພາະແມ່ນບັນດາສິ່ງທ້າທາຍຄວາມໝັ້ນຄົງທີ່ບໍ່ແມ່ນການທະຫານ.

leftcenterrightdel
ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ແລະຄະນະຜູ້ແທນກະຊວງປ້ອງກັນປະເທດຝະລັ່ງ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່ຽວກັບການພົວພັນດ້ານປ້ອງກັນຊາດສອງຝ່າຍ, ສອງຝ່າຍເຫັນດີເປັນເອກະພາບຕີລາຄາວ່າ ການຮ່ວມມືໃນໄລຍະຜ່ານມາບັນລຸໄດ້ບັນດາໝາກຜົນຕັ້ງໜ້າໃນຫຼາຍດ້ານ ຄື: ການຮັກສາສັນຕິພາບສະຫະປະຊາຊາດ, ການບຳລຸງສ້າງ, ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ, ການແລກປ່ຽນຍຸດທະສາດ, ແຜນທີ່ການທະຫານ...

ໂດຍ: ທູຈາງ