ກາລະໂອກາດ “ທົດສອບ” ກັບວຽກປະຈໍາວັນຂອງຄະນະປະຕິບັດງານ

ທ່ານພັນເອກ ເຈິ່ນນາມງ້ານ, ຫົວໜ້າຫ້ອງການຝຶກແອບຂອງກົມຮັກສາສັນຕິພາບຫວຽດນາມ, ເລຂາຄະນະຈັດຕັ້ງການຝຶກແອບຄັ້ງນີ້ໃຫ້ຮູ້ວ່າ, ນີ້ແມ່ນກາລະໂອກາດເພື່ອໃຫ້ບັນດາສະມາຊິກໂຮງໝໍນຳໃຊ້ບັນດາຄວາມຮູ້ຄວາມສາມາດທີ່ໄດ້ຮ່ຳຮຽນເຂົ້າໃນການປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານຮັກສາສັນຕິພາບສະຫະປະຊາຊາດ. ໂຮງໝໍກາງສະໜາມ 2.2 ມີອົງປະກອບ, ການຈັດຕັ້ງ ແລະຂັ້ນຕອນເຄື່ອນໄຫວບໍ່ຄືກັບກົມກອງໃດໃນກອງທັບປະຊາຊົນຫວຽດນາມ. ຂັ້ນຕອນເຄື່ອນໄຫວຂອງໂຮງໝໍແມ່ນຕາມມາດຕະຖານສະຫະປະຊາຊາດ ມີບັນດາລັກສະນະພິເສດສະເພາະ. ຍ້ອນເຫດນັ້ນ, ການ “ທົດສອບ” ກັບບັນດາວຽກຄືສະພາບແວດລ້ອມຢູ່ຄະນະປະຕິບັດງານຜ່ານການຝຶກແອບຄັ້ງນີ້ມີຄວາມໝາຍສຳຄັນ, ຊ່ວຍໂຮງໝໍກາງສະໜາມ 2.2 ມີການກະກຽມດີທີ່ສຸດກ່ອນທີ່ຈະໄປ ຊູດັງໃຕ້ ປ່ຽນແທນໂຮງໝໍກາງສະໜາມ 2.1 ເຊິ່ງຄາດຄະເນວ່າໃນເດືອນຕຸລາ ປີນີ້.

leftcenterrightdel
ບັນດາສະມາຊິກຂອງໂຮງໝໍກາງສະໜາມ 2.2 ປະຕິບັດການຝຶກແອບເທິງຮູບຈຳລອງ. ພາບ: ໝີແຮ້ງ.

ຮູບຈຳລອງຝຶກແອບໄດ້ຮັບການກໍ່ສ້າງຕິດແທດກັບສະພາບຕົວຈິງ, ຄືກັບໂຮງໝໍກາງສະໜາມຂັ້ນ 2 ເລກ 1 ກຳລັງເຄື່ອນໄຫວຢູ່ຄະນະປະຕິບັດງານຮັກສາສັນຕິພາບສະຫະປະຊາຊາດ ທີ່ Bentiu, ຊູດັງໃຕ້, ດ້ວຍບັນດາພະແນກ, ຫ້ອງບັນຊາ, ຫ້ອງກວດພະຍາດພາຍໃນ, ຫ້ອງປົວແຂ້ວ, ຫ້ອງກວດພະຍາດພາຍນອກ, ຂົນສົ່ງທາງອາກາດ...). ນີ້ແມ່ນກາລະໂອກາດເພື່ອໃຫ້ທຸກກຳລັງຂອງໂຮງໝໍ, ຈາກຜູ້ບັນຊາຕະຫຼອດຮອດບັນດາພາລະກອນ, ປະຕິບັດການແກ້ໄຂທຸກກໍລະນີເກີດຂຶ້ນໃນວິວັດການເຄື່ອນໄຫວຂອງໂຮງໝໍທັງດ້ານວິຊາສະເພາະ ແລະພະລາທິການເຕັກນິກ.

ຕາມທ່ານພັນໂທ ຫວໍວັນຫຽນ, ຜູ້ອຳນວຍການໂຮງໝໍກາງສະໜາມ 2.2 ແລ້ວ, ຜ່ານການຝຶກແອບເທິງຮູບຈຳລອງ, ບັນດາສະມາຊິກຂອງໂຮງໝໍຈະວາດພາບໄດ້ທີ່ຕັ້ງ, ພາລະໜ້າທີ່, ບົດບາດ ແລະໜ້າທີ່ຂອງຕົນຢູ່ໂຮງໝໍເມື່ອຝຶກແອບຢູ່ພາກສະໜາມ. ບັນດານັກຊ່ຽວຊານສາກົນທີ່ມາຈາກບັນດາປະເທດຄູ່ຮ່ວມມືລວມມີ ລາຊະອານາຈັກອັງກິດ, ອາເມລິກາ ແລະອົດສະຕາລີ ເຂົ້າຮ່ວມການໜູນຊ່ວຍ, ຕິດຕາມ ແລະຕີລາຄາກຳລັງຄວາມສາມາດຂອງໂຮງໝໍຄັ້ງນ້ີແມ່ນບັນດາຜູ້ທີ່ມີບົດຮຽນຫຼາຍຢ່າງ, ເຄີຍເຂົ້າຮ່ວມການຜັນຂະຫຍາຍບັນດາໂຮງໝໍ, ປະຕິບັດບັນດາໜ້າທ່ີແຕກຕ່າງກັນຂອງ ສປຊ. ທ່ານພັນໂທ ຫວໍວັນຫຽນ ແບ່ງປັນວ່າ “ເຮັດວຽກກັບຖັນແຖວນັກຊ່ຽວຊານຕ່າງປະເທດແມ່ນກາລະໂອກາດເພື່ອໃຫ້ບັນດາພະນັກງານ, ພາລະກອນຂອງໂຮງໝໍ ຝຶກຝົນຫຼໍ່ຫຼອມທັກສະແລກປ່ຽນດ້ວຍພາສາອັງກິດ, ຊ່ວຍເຂົາເຈົ້າມີຄວາມເຊື່ອໝັ້ນຕົນເອງໃນການພົວພັນແລກປ່ຽນ.

ທ່ານພັນເອກ James Ralph, ນັກຊ່ຽວຊານມາຈາກ ລາຊະອານາຈັກອັງກິດ, ຜູ້ອຳນວຍການການແພດ, ໂຮງຮຽນຝຶກແອບການແພດກອງທັບລາດຊະວົງອັງກິດ, ບັນດານັກຊ່ຽວຊານສາກົນເຂົ້າຮ່ວມໜູນຊ່ວຍການຝຶກແອບລວມມີບັນດາຂົງເຂດບັນຊາ, ບັນດາພະຍາບານທີ່ມີປະສົົບການເຮັດວຽກໃນຫ້ອງຜ່າຕັດ, ກອງຍົກຍ້າຍສຸກເສີນ... ນອກຈາກນັ້ນຍັງມີບັນດານັກຊ່ຽວຊານໃຫ້ຄຳປຶກສາຫາລື, ທ່ານໝໍ, ນັກວິສາວະກອນພະລາທິການກ່ຽວຂ້ອງເຖິງໂຮງໝໍກາງສະໜາມ...

ຫວຽດນາມ ມີບົດຮຽນຢ່າງຄົບຖ້ວນເພື່ອບໍລິຫານການຝຶກແອບເອງ

ການຝຶກແອບເທິງຮູບຈຳລອງ ໄດ້ດຳເນີນຕາມແຕ່ລະກຸ່ມ ເຊິ່ງແບ່ງຕາມບັນດາພະແນກ, ຫ້ອງຕ່າງໆຄືໃນໂຮງໝໍ. ຕາມທ່ານພັນເອກ  James Ralph, ແຕ່ລະກຸ່ມລ້ວນແຕ່ມີບັນດານັກຊ່ຽວຊານສາກົນພ້ອມກັນແລກປ່ຽນກັບບັນດາຜູ້ຕາງໜ້າແຕ່ລະພະແນກໃນໂຮງໝໍກ່ຽວກັບວິທີການຮັບຄົນເຈັບກໍ່ຄືຂັ້ນຕອນກວດ, ປິ່ນປົວພະຍາດ...

ເນື້ອໃນຝຶກແອບບກໍ່ແມ່ນບັນດາວຽກປະຈຳວັນຢູ່ໂຮງໝໍ ຄື ຮັບຄົນເຈັບ, ສື່ສານ, ສ້າງບົດລາຍງານ, ແກ້ໄຂຕາມຂັ້ນຕອນ... ຜ່ານນ້ັນ, ບັນດາພາລະກອນສາມາດທຳຄວາມຊິນເຄີຍກັບວິທີການເຮັດວຽກຂອງໂຮງໝໍ ຄືຢູ່ບໍລິເວນ Bentiu. ທ່ານພັນເອກ  James Ralph ເວົ້າວ່າ “ຈະບໍ່ມີຫຍັງຕ້ອງເປັນຫ່ວງເມື່ອພວກເຮົານັ່ງນຳກັນ ແລະປຶກສາຫາລືບັນຫາຕ່າງໆ, ຍ້ອນເຫດນັ້ນ, ບັນດາສະມາຊິກຂອງໂຮງໝໍ ຈະຮູ້ສຶກມີຄວາມສະດວກກວ່າເມື່ອຝຶກແອບຢູ່ພາກສະໜາມ.

ໃນສອງອາທິດແຫ່ງການຝຶກແອບປະຕິບັດການສັງລວມ, ບັນດາຊ່ຽວຊານທີ່ມາຈາກລາຊະອານາຈັກອັງກິດ, ອາເມລິກາ ແລະອົດສະຕາລີ ພ້ອມກັບບັນດານັກຊ່ຽວຊານສັງກັດກົມຮັກສາສັນຕິພາບຫວຽດນາມ ຈະສົມທົບກັນເພື່ອສັງເກດ, ໜູນຊ່ວຍ ແລະຕີລາຄາກຳລັງຄວາມສາມາດຂອງໂຮງໝໍກາງສະໜາມ 2.2. ທ່ານພັນເອກ James Ralph ເນັ້ນໜັກວ່າ: ດ້ວຍບົດຮຽນທີ່ມີໄດ້ຄືປະຈຸບັນ, ຫວຽດນາມ ສາມາດຄຸ້ມຄອງການເຄື່ອນໄຫວຝຶກແອບດ້ວຍການຕີລາຄາຂອງບັນດານັກຊ່ຽວຊານຕ່າງປະເທດໄດ້.

ໂດຍ: ສົມເພັດ